
ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ ທີ 77
ເວລາອອກຂ່າວ: 2022-09-22 09:19:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:
ໃນວັນທີ 20 ກັນຍາ 2022 ນີ້, ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນນິວ ຢອກ, ສະຫະລັດອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະ ເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງ ປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະ ຫະປະຊາຊາດ ສະໄໝທີ 77 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງ ທ່ານ ຈາບາ ໂກໂຣຊິ (CSABA KRÖSI), ປະທານສະມັດຊາໃຫຍ່ ສປຊ ສະໄໝ ທີ 77 ພາຍໃຕ້ຫົວຂໍ້ “ບາດລ້ຽວສຳຄັນແຫ່ງຍຸກສະໄໝ: ວິທີທາງແບບຫັນປ່ຽນໃໝ່ໃນການແກ້ໄຂບັນ ດາສິ່ງທ້າທາຍທີ່ເກາະກ່ຽວກັນ” (A watershed moment: transformative solutions to interlocking challenges) ໂດຍມີຜູ້ແທນລະດັບປະມຸກລັດ, ຫົວໜ້າລັດຖະບານຫຼາຍກວ່າ 150 ທ່ານ, ລະດັບຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງ ປະເທດລົງມາ 40 ກວ່າທ່ານ ຈາກປະເທດສະມາຊິກ ສປຊ ທັງໝົດ 193 ປະເທດເຂົ້າຮ່ວມ ແລະ ຈະໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອສະແດງທັດສະນະ ແລະ ວິໄສທັດຂອງແຕ່ລະປະເທດຕໍ່ກັບບັນຫາສຳຄັນຕ່າງໆຂອງໂລກ ເຊັ່ນ: ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ການ ລຶບລ້າງຄວາມທຸກຍາກ, ການ ເລັ່ງລັດຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ, ຄວາມບໍ່ໝັ້ນຄົງດ້ານສະບຽງອາ ຫານ ແລະ ພະລັງງານໂລກ; ການຮ່ວມມືເພື່ອສະກັດກັ້ນ ແລະ ຮັບມືກັບຜົນກະທົບຂອງພະ ຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດພາຍຫຼັງການລະບາດຂອງພະ ຍາດດັ່ງກ່າວ; ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ; ຂໍ້ຂັດແຍ່ງທາງດ້ານການຄ້າ, ການທະຫານ ແລະ ບັນ ຫາອື່ນໆ.
ໂອກາດນີ້, ທ່ານ ອັນໂຕນີໂອ ກູເຕເຣສ (Antnio Guterres), ເລຂາທິການໃຫຍ່ອົງການ ສປຊ ໄດ້ລາຍງານຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນບັນຫາຕ່າງໆ ທີ່ປະຊາຄົມໂລກ ພວມສືບຕໍ່ປະເຊີນໜ້າໃນປັດຈຸບັນ, ເຊິ່ງບັນດາປະເທດສະມາຊິກຈຳ ເປັນຕ້ອງໄດ້ເພີ່ມທະວີຄວາມພະຍາຍາມໃນການຊອກຫຼາຍວິທີທາງໃນການແກ້ໄຂບັນຫາຢ່າງສັນຕິວິທີພ້ອມທັງໄດ້ເນັ້ນຄວາມສຳຄັນໃນການນຳໃຊ້ຮູບແບບການປຶກສາຫາລື, ການເຈລະຈາ ແລະ ການນຳໃຊ້ ການທູດ ເພື່ອສ້າງໃຫ້ໂລກມີສັນ ຕິພາບ ແລະ ສະຖຽນລະພາບ ກໍຄືການຫັນປ່ຽນແນວທາງໃນການ ແກ້ໄຂ ບັນຫາ ເພື່ອຄວາມຈະເລີນຮຸ່ງ ເຮືອງຂອງມະນຸດຊາດ ແລະ ໂລກຂອງພວກເຮົາ. ພ້ອມກັນ ນັ້ນ, ປະທານສະມັດຊາໃຫຍ່ສະ ໄໝ ທີ 77 ໄດ້ເນັ້ນຍ້ຳເຖິງຄວາມຈຳ ເປັນໃນການຊອກຫາວິທີທາງແກ້ໄຂບັນຫາສິ່ງທ້າທາຍສາກົນ ດ້ວຍຄວາມສາມັກຄີ, ມີຄວາມຍືນຍົງ ແລະ ດ້ວຍວິທະຍາສາດ ເພາະໂລກຂອງເຮົາໃນປັດຈຸບັນ ກຳລັງຕົກຢູ່ໃນສະພາບການຊໍ້າເຮື້ອ ທີ່ຕ້ອງການຄວາມຊ່ວຍເຫຼືອສຸກເສີນທາງດ້ານມະນຸດສະທຳ ເນື່ອງຈາກບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ, ພະ ຍາດໂຄວິດ-19 ແລະ ຂໍ້ຂັດແຍ່ງຕ່າງໆ ທີ່ສົ່ງຜົນກະທົບເຮັດໃຫ້ເກີດມີໄພອຶດຫິວໃນທົ່ວໂລກ ຢູ່ໃນລະດັບທີ່ຮ້າຍແຮງ.
ໃນມື້ດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ ເຂົ້າຮ່ວມກ່າວຄຳເຫັນໃນກອງ ປະຊຸມລະດັບສູງຂອງກຸ່ມເພື່ອນມິດ ເພື່ອສະໜັບສະໜູນຂໍ້ລິເລີ່ມດ້ານການພັດທະນາ ທີ່ ທ່ານ ສີ ຈິ້ນຜິງ (Xi Jinping), ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະ ກາດໃນປີຜ່ານມາ (Group of Friends of Global Development Initiative: GDI) ໂດຍການເປັນປະທານຂອງ ທ່ານ ຫວັງ ອີ (Wang Yi), ທີ່ ປຶກສາແຫ່ງລັດ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປ ຈີນ; ພ້ອມນັ້ນຍັງໄດ້ພົບປະ ສອງຝ່າຍກັບ ທ່ານ ເຈຮູນ ບາຍຣາມອບ (Jeyhun Bayramov), ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງສາທາລະນະລັດ ອາແຊກໄປຈານ (Azerbaijan) ແລະ ທ່ານ ນິໂກລາ ເຊລາ ໂກວິກ (Nikola Selakovic), ລັດຖະມົນຕີກະຊວງການຕ່າງ ປະເທດແຫ່ງສາທາລະນະລັດ ແຊກບີ (Serbia) ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືສອງຝ່າຍ ກໍຄືບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ. ທ່ານ ສະເຫຼີມໄຊ ກົມມະສິດ ມີກຳນົດຈະຂຶ້ນກ່າວປາໄສໃນກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ສປຊ ໃນຕອນເຊົ້າຂອງວັນທີ 24 ກັນຍາ 2022. ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວຍັງຈະໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນກອງປະຊຸມລະດັບສູງປິ່ນອ້ອມຕ່າງໆ ເຊັ່ນ: ກອງປະ ຊຸມລັດຖະມົນຕີການຕ່າງປະເທດອາຊຽນແບບບໍ່ເປັນທາງການ, ກອງປະຊຸມລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມລັດຖະມົນຕີກຸ່ມ 77 ແລະ ຈີນ, ກອງປະຊຸມລັດຖະມົນຕີກຸ່ມປະເທດດ້ອຍພັດທະນາ (LDC) ແລະ ກອງປະຊຸມລັດຖະມົນຕີກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ອື່ນໆ. ນອກຈາກນີ້, ຫົວໜ້າຄະນະ ຜູ້ແທນລາວ ຍັງມີກຳນົດຈະພົບ ປະສອງຝ່າຍກັບຫົວໜ້າຄະນະ ຜູ້ແທນຂອງບາງປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງ.
ຂ່າວ; ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ