
ທາບທາມສ້າງແຜນກຳນົດພະນັກງານ ນຳພາ-ບັນຊາ ຢູ່ກອງພົນທີ 5
ເວລາອອກຂ່າວ: 2022-09-23 09:19:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:
ກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ ຢູ່ອົງຄະນະພັກກອງ ພົນທີ 5 ຈັດຂຶ້ນໃນວັນທີ 20 ກັນ
ຍາ 2022 ນີ້, ໂດຍການເປັນປະ
ທານຂອງ ສະຫາຍ ພົນຈັດຕະ ວາ ສີທາ ດວງມາລາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມພະນັກງານກົມ ໃຫຍ່ການເມືອງກອງທັບ, ມີສະ ຫາຍ ພັນເອກ ສີປະເສີດ ເຜີຍຄຳ ສິງ ເລຂາຄະນະພັກ ຫົວໜ້າການ
ເມືອງກອງພົນທີ 5, ມີຕາງໜ້າຈາກກົມຈັດຕັ້ງພັກກົມໃຫຍ່ການ ເມືອງກອງທັບ, ຄະນະພັກ-ຄະ ນະບັນຊາກອງພົນ ແລະ ບັນດາສະຫາຍເລຂາ-ຮອງເລຂາຄະນະພັກອົງການ, ກົມກອງທີ່ຂຶ້ນກັບ ເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ພົນຈັດຕະວາ ສີທາ ດວງມາລາ ໄດ້
ມີຄຳເຫັນເນັ້ນໃຫ້ບັນດາສະຫາຍຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດ ຊອບຂອງຕົນ ໃຊ້ສິດປະຊາທິປະ ໄຕຢ່າງເຕັມສ່ວນເຂົ້າໃນການ ທາບທາມສ້າງແຜນກຳນົດພະນັກ ງານນຳພາ-ບັນຊາຄັ້ງນີ້, ສຸມສະ
ຕິປັນຍາໃນການຄົ້ນຄວ້າ, ຄັດ ເລືອກເອົາເປົ້າໝາຍຜູ້ທີ່ມີເງື່ອນ ໄຂມາດຖານຄົບຖ້ວນ ເພື່ອໃຫ້ ຖືກກັບທິດນຳຂອງພັກໃນສະ ເພາະໜ້າ ແລະ ຍາວນານ, ຕ້ອງ
ເລືອກເຟັ້ນໃຫ້ໄດ້ບັນດາສະຫາຍ ທີ່ມີທັດສະນະທາງດ້ານການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເປັນຜູ້ທີ່ທັດສະນະພັກນຳພາ, ທັດສະນະຊົນຊັ້ນ, ທັດ
ສະນະອອກແຮງງານ, ທັດສະນະວິໄສທັດຕໍ່ບຸກຄົນ, ທັດສະນະປະຫວັດສາດ ແລະ ມີຕົ້ນກຳເນີດອັນແນ່ນອນ, ຕົ້ນຕໍແມ່ນຢາກໃຫ້ເບິ່ງໃນຄວາມຮັບຜິດຊອບຕໍ່ໜ້າ ທີ່ວຽກງານລວມຂອງການນຳ ພາ-ບັນຊາ, ມີຄວາມຈູບຈ້າວຫ້າວຫັນ, ເຮັດສຳເລັດໜ້າທີ່ການ
ເມືອງທີ່ໄດ້ຮັບການມອບໝາຍ, ມີຄວາມຈິງໃຈສັດຊື່ບໍລິສຸດ, ເຂົ້າ
ມາເປັນພະນັກງານນຳພາ-ບັນ ຊາຂັ້ນສູນກາງຄຸ້ມຄອງ ຂອງກະຊວງປ້ອງກັນປະເທດ ເພື່ອບັນຈຸເຂົ້າໃນແຜນກຳນົດພະນັກ ງານໃນຊຸມປີຕໍ່ໜ້າ.
ຈາກນັ້ນ, ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຮອງຫົວ ໜ້າກົມຈັດຕັ້ງພັກ ກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030,032/ກມສພ
ລົງວັນທີ 3 ມັງກອນ 2018 ວ່າ
ດ້ວຍວຽກງານການສ້າງແຜນ ການກຳນົດ ແລະ ມາດຖານພະ ນັກງານນຳພາ-ຄຸ້ມຄອງ. ຈາກນັ້ນ, ບັນດາສະຫາຍຜູ້ແທນທີ່ເຂົ້າຮ່ວມກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເລືອກເຟັ້ນ, ຕັດສິນໃຈເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂທີ່ກຳນົດໄວ້ ແລະ ປ່ອນບັດລົງຄະແນນສຽງ, ໂດຍມີຜູ້ແທນເຂົ້າຮ່ວມທາບທາມຕົວຈິງຈຳນວນ 202 ສະຫາຍ, ກອງປະຊຸມຈະໄດ້ດຳເນີນໄປເປັນເວ ລາ 3 ວັນ.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ