
ເປີດຊຸດອົບຮົມ-ຫັດແອບກໍ່ສ້າງນາຍສິບ ປະຈຳສົກ 2022-2023
ເວລາອອກຂ່າວ: 2022-09-23 09:39:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:
ວັນທີ 15 ກັນຍາ 2022 ນີ້, ໂຮງຮຽນການທະຫານທ້ອງ ຖິ່ນແຂວງສາລະວັນ ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບກໍ່ສ້າງນາຍສິບ ລະບົບ 1 ປີ ຊຸດທີ XV ສົກຮຽນ 2022-2023 , ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ສຳລີ ແກ້ວວົງສອງ ຫົວ ໜ້າການທະຫານ ກອງບັນຊາການທະຫານແຂວງສາລະວັນ, ມີສະຫາຍ ພັນໂທ ບົວໄລ ພົງສະຫວັດ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ, ມີບັນດາພະແນກການທີ່ກ່ຽວຂ້ອງພ້ອມດ້ວຍຄະນະພັກ-ຄະນະອຳນວຍການໂຮງຮຽນຕະ ຫຼອດຮອດ ຄູ-ອາຈານ ແລະ ນັກ ຮຽນເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທັນ ໄຊຍະສານ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນແຂວງສາລະວັນ ໄດ້ຜ່ານແຜນ ການອົບຮົມ-ຫັດແອບໃຫ້ນັກ ຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XV ປະ ຈຳສົກຮຽນ 2022 - 2023, ເຊິ່ງເນື້ອໃນອົບຮົມ-ຫັດແອບປະກອບມີ: ພາກລະບຽບລວມກອງທັບ, ພາກກິລາການທະຫານ, ພາກການເມືອງ, ພາກພະລາທິການ-ເຕັກນິກ, ພາກສິລະປະຍຸດ ແລະ ພາກຍຸດທະວິທີ, ມີນັກຮຽນເຂົ້າຮ່ວມ ທັງໝົດ 150 ສະຫາຍ. ຈຸດປະສົງໃນການເປີດບັ້ນອົບ ຮົມ-ຫັດແອບ. ໃນຄັ້ງນີ້, ເພື່ອປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ເລັງໃສ່ປັບປຸງກໍ່ສ້າງກຳລັງປ້ອງກັນຊາດ ເວົ້າລວມ, ເວົ້າສະເພາະກໍຄືກຳລັງປະກອບອາວຸດຢູ່ທ້ອງຖິ່ນແຂວງສາລະວັນ ໃຫ້ມີແບບແຜນທັນສະໄໝເທື່ອລະກ້າວ, ເພື່ອແນ ໃສ່ກໍ່ສ້າງພົນທະຫານໃຫ້ມີຄວາມຮູ້ພື້ນຖານໃນການບັນຊາຂັ້ນຕົ້ນ, ມີລະບຽບວິໄນເຂັ້ມງວດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ ເພື່ອຍົກສູງຄວາມຮູ້, ຄວາມສາມາດໃຫ້ພົນທະຫານຮູ້ລະບຽບວິໄນ, ຮູ້ນຳໃຊ້ອາວຸດຍຸດໂທປະກອນ ແລະ ສ້າງໃຫ້ພົນ ທະຫານມີຄຸນສົມບັດສີນທຳປະ ຕິວັດ, ກຳໄດ້ທິດສະດີຫຼັກການ, ດ້ານສີລະປະຍຸດ, ຍຸດທະວີທີ, ເຝິກແອບກຳລັງແຮງກາຍໃຫ້ມີ ຄວາມແຂງແຮງ, ມີຄວາມຊຳນິຊຳນານ, ຄ່ອງແຄ້ວເພື່ອພ້ອມ ກັນເຮັດສຳເລັດໜ້າທີ່ໃນສະເພາະ ໜ້າ ແລະ ຍາວນານ.
ໂດຍ: ບຸນກອງ ຄຳປະສົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ