
ປິດຊຸດອົບຮົມ-ຫັດແອບວຽກງານສຶກສາ ປກຊ ໃຫ້ນັກສຶກສາ ວິທະຍາໄລຮັງທ່າວ
ເວລາອອກຂ່າວ: 2022-09-23 09:40:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 12 | ຄວາມນິຍົມ:
ວັນທີ 19 ກັນຍາ 2022 ນີ້, ກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ຈັດພິທີປິດຊຸດອົບ ຮົມ-ຫັດແອບວຽກງານສຶກສາ ປ້ອງກັນຊາດໃຫ້ນັກສືກສາວິທະ ຍາໄລຮັງທ່າວ ບໍລິຫານທຸລະກິດ ແຂວງໄຊຍະບູລີ, ໂດຍສະຫາຍ ພັນໂທ ເສິກ ໄຊຍະພອນ ຮອງ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງໄຊຍະ ບູລີ, ມີສະຫາຍ ສີພັນ ຈັນທະຜຸຍ ຫົວໜ້າອຳນວຍການ ວິທະຍາໄລ ຮັງທ່າວ ບໍລິຫານທຸລະກິດ ແຂວງ ໄຊຍະບູລີ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະ ນະພະແນກການທະຫານທ້ອງ ຖິ່ນກອງບັນຊາການທະຫານ ແຂວງ, ຄູ-ອາຈານຕະຫຼອດຮອດນັກສຶກສາເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພອນ ແສງພະຈິດ ຫົວໜ້າພະແນກການທະຫານທ້ອງຖິ່ນກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ສະຫຼຸບການອົບຮົມ-ຫັດແອບ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຜົນງານທີ່ພົ້ນເດັ່ນ, ຄູ-ອາຈານຕະຫຼອດຮອດນັກເຝິກ ອົບຮົມແມ່ນມີແນວຄິດໜັກແໜ້ນ ອຸ່ນອຽນທຸ່ນທ່ຽງຕໍ່ການອົບຮົມ-ຫັດແອບ, ມີຄວາມຮັບຜິດຊອບສູງຕໍ່ການຮຽນ-ການສອນ, ເຊິ່ງ ສະແດງອອກ ຄະນະຊີ້ນຳໄດ້ ນຳພາຄູ-ອາຈານລົງເລິກໃກ້ຊິດ ຕິດແທດຕໍ່ການອົບຮົມ-ຫັດແອບຕາມຕາຕະລາງທີ່ໄດ້ກຳນົດໄວ້, ບັນດາຄູ-ອາຈານໄດ້ມີຄວາມຮັບ ຜິດຊອບສູງຕໍ່ການສິດສອນຖ່າຍທອດບົດຮຽນສົ່ງຄວາມຮູ້ໃຫ້ນັກສຶກສາ ແລະ ຂຶ້ນຫ້ອງຕາມກຳນົດເວລາ. ສ່ວນນັກສຶກສາກໍໄດ້ຄົ້ນຄວ້າຊອກຮູ້ດ້ວຍຕົນເອງ ແລະ ເປັນເຈົ້າການໃນການ ເຝິກແອບຮໍ່າຮຽນສາມາດສະຫຼຸບໄດ້ ພາກການເມືອງບັນລຸ80%, ພາກການທະຫານ 75%, ພາກປະຕິບັດຍິງເປົ້າໝາຍດ້ວຍລູກ ປືນແທ້ ຂັ້ນເກັ່ງ 9 ສະຫາຍ, ຂັ້ນດີ 17 ສະຫາຍ, ຄາດໝາຍ 98 ສະຫາຍ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ