
ກອງພົນທີ 3 ເປີດຮຽນກົດລະບຽບພັກປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2022-09-23 10:16:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 15 | ຄວາມນິຍົມ:
ວັນທີ 14 ກັນຍາ 2022,
ກອງພົນທີ 3 ໄດ້ເປີດຮຽນກົດລະບຽບພັກ ໃຫ້ມະຫາຊົນກ້າວ ໜ້າ ງວດທີ 4 ປະຈຳປີ 2022, ໂດຍການເປັນປະທານ ແລະ ເຜີຍ ແຜ່ເອກະສານຂອງ ສະຫາຍ ພັນໂທ ເພັດສິນສັງ ສຸຂະທິວົງ ຫົວໜ້າພະແນກຈັດຕັ້ງພັກ ກອງພົນທີ 3, ມີບັນດາມະຫາຊົນກ້າວ
ໜ້າທີ່ຈະຂະຫຍາຍເຂົ້າໃນອົງການຈັດຕັ້ງພັກຈາກອົງການກົມກອງ ເຂົ້າຮ່ວມ.
ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້, ເອກະສານ
ວ່າດ້ວຍກົດລະບຽບພັກປະຊາ ຊົນປະຕິວັດລາວ ສະໄໝທີ XI
ປີ 2022 ທັງນີ້, ເພື່ອເຮັດໃຫ້ ມະຫາຊົນກ້າວໜ້າທີ່ຈະຂະ ຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້ເຂົ້າໃຈເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ກົດລະບຽບພັກວາງອອກ, ມາດຖານເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານເງື່ອນໄຂຄົບຖ້ວນ, ເຊິ່ງມີມະຫາຊົນກ້າວໜ້າເຂົ້າຮຽນກົດລະບຽບພັກຄັ້ງນີ້, ທັງໝົດ 48 ສະຫາຍ.
ໂດຍ: ພຸດສີດາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ