
ຄະນະພັກກອງບັນຊາການທະຫານອາກາດ ສະຫຼຸບວຽກງານການນຳພາ
ເວລາອອກຂ່າວ: 2022-09-27 08:52:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:
ວັນທີ 20 ກັນຍາ 2022, ຄະ ນະພັກ ກອງບັນຊາການທະຫານ ອາກາດ ໄດ້ຈັດກອງປະຊຸມສະ ຫຼຸບວຽກງານການນຳພາຮອບ ດ້ານປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການທ້າຍປີ 2022 , ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳເຫຼັກ ແສງພະຈັນ ເລຂາຄະນະພັກ ຜູ້ບັນຊາການທະຫານອາ ກາດ, ມີຄະຄະນະພັກ-ຄະນະບັນ ຊາພ້ອມດ້ວຍພະແນກການເຂົ້າ ຮ່ວມ.
ສະຫາຍ ພົນຈັດຕະວາ ບຸນ ມາ ຈັນທະວົງສາ ຮອງເລຂາຄະ
ນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດໄດ້ຜ່ານບົດສະຫຼຸບການນຳພາວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການທ້າຍປີ 2022 ຂອງຄະນະພັກ, ເຊິ່ງໄດ້ຍົກໃຫ້ເຫັນສະ ພາບການຂອງໂລກ, ໃນພາກ ພື້ນທັງພາຍໃນປະເທດ ແລະ ກົມ ກອງໃນໄລຍະຜ່ານມາແມ່ນ ໄດ້ ຈັດຕັ້ງປະຕິບັດນຳພາ-ຊີ້ນຳບັນ ຊາກົມກອງເຮັດໜ້າທີ່ການເມືອງ ມີຜົນສຳເລັດສູງສ້າງໃຫ້ສະພາບ ຂອບເຂດຮັບຜິດຊອບມີຄວາມ ສະຫງົບ ໂດຍພື້ນຖານ, ວຽກງານ ກໍ່ສ້າງຮາກຖານການເມືອງໄດ້ ສົມທົບກັບອຳນາດການປົກຄອງ ທ້ອງຖິ່ນ ເຮັດໜ້າທີ່ຕິດຕາມ, ກວດກາການເຄື່ອນໄຫວກຸ່ມຄົນ ບໍ່ຫັວງດີເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນ ແລະ ພາຍນອກມີຄວາມສະຫງົບປອດໄພ100%, ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ພະນັກ ງານ, ນາຍ ແລະ ພົນທະຫານ ດ້ວຍຫຼາຍຮູບ ຫຼາຍວິທີ ທີ່ສອດຄ່ອງກັບວຽກງານການເມືອງ ໂດຍສະເພາະໂຄສະນາເຜີຍແຜ່ເຊື່ອມຊຶມປາຖະກະຖາຫວນຄືນ ມູນເຊື້ອຂອງພັກ-ຂອງຊາດ ຂອງກອງທັບ ແລະ ບັນດາມະຕິ, ຄຳ ສັ່ງຕ່າງໆຂອງຂັ້ນເທິງຢ່າງຕໍ່ເນື່ອງ, ຈັດຕັ້ງເຄື່ອນໄຫວວຽກ
ງານຕາມແນວທາງປ່ຽນແປງໃໝ່ຂອງພັກປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງໃນການດຳເນີນຊີວິດການເມືອງສຳຫຼວດກວດກາພາຍໃນພັກ, ປະຈຳອາທິດ, ປະຈຳເດືອນ, ປະຈຳໄຕມາດເປັນປົກກະຕິ ແລະ ເອົາໃຈໃສ່ປ້ອງກັນເວນຍາມຄ້າຍຄູທີ່ຢູ່ອາໄສຂອງກົມກອງ, ສະໜາມບິນຕະຫຼອດ 24 ຊົ່ວໂມງໃຫ້ມີຄວາມຮັບປະກັນ ແລະ ມີຄວາມປອດໄພເປັນຢ່າງດີ, ຈັດຕັ້ງປັບປຸງກໍ່ສ້າງພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍມີການສຳຫຼວດກວດກາຕີລາຄາຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກປະຕິບັດຕາມຮູບການຂອງພັກວາງອອກໄດ້ຢ່າງເຂັ້ມງວດ, ຂະຫຍາຍຈຳນວນສະມາຊິກພັກປະຕິບັດຕາມ 3 ທິດນຳ ແລະ 5 ຫຼັກການກົດໝາຍພັກວາງອອກ. ໃນໄລຍະ 6 ເດືອນຜ່ານມາ, ຄະນະພັກທຸກຂັ້ນໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະ ບົດບາດໜ້າທີ່ຖືກຕ້ອງຕາມລະບຽບຫຼັກການນຳພາຂອງພັກ, ຕາມທິດຊີ້ນຳຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ຍົກສູງຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກງານເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ ແລະ ມອບໝາຍໜ້າທີ່ໃຫ້ແຕ່ລະຂັ້ນບັນຊາຈັດຕັ້ງນຳພາເຄື່ອນໄຫວຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ເພີ່ມທະວີສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ບັນດາສະມາຊິກ, ພະນັກງານ-ນັກຮົບໃນກົມກອງມີຄວາມອຸ່ນອຽນທຸ່ນທ່ຽງປະຕິບັດໜ້າທີ່ວິຊາສະເພາະຢ່າງມີຜົນສຳເລັດສູງ. ພ້ອມນັ້ນ,ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືປະກອບຄຳເຫັນ ແລະ ຄຳສະເໜີໃສ່ບົດສະຫຼຸບ ແລະ ທິດທາງແຜນການນຳພາ 6 ເດືອນທ້າຍປີ 2022.
ໂດຍ: ສີທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ