
ກອງປະຊຸມ ໜ່ວຍປະສານງານປະຈຳພື້ນທີ່ ຊາຍແດນ 3 ແຂວງພາກໃຕ້ຂອງລາວ
ເວລາອອກຂ່າວ: 2022-09-29 09:00:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 313 | ຄວາມນິຍົມ:
ກອງປະຊຸມໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ 3 ແຂວງພາກໃຕ້ຂອງລາວ ຄື: ແຂວງຈຳປາສັກ, ສາລະວັນ ແລະ ແຂວງສະຫວັນນະເຂດຮ່ວມ ກັບກອງກຳລັງສຸຣະນາລີກອງທັບ ພາກທີ 2 ຣາຊະອານາຈັກໄທ ເພື່ອສືບຕໍ່ພົວພັນ ຮ່ວມມືແກ້ໄຂບັນຫາຢາເສບຕິດ ປະຈຳພື້ນທີ່ຊາຍແດນ ລາວ-ໄທ, ຈັດຂຶ້ນໃນວັນທີ 16 ກັນຍາ 2022 ນີ້, ທີ່ແຂວງຈຳປາສັກ, ຝ່າຍລາວນຳໂດຍ ສະຫາຍ ພັນໂທ ບຸນສົງ ຈັນທະວົງສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ທັງເປັນຫົວໜ້າຄະນະຊຸດປະສານ ງານ ປະຈຳພື້ນທີ່ຊາຍແດນ ລາວ-ໄທ ແລະ ຝ່າຍໄທນຳໂດຍ ພັນເອກ ຈິຣັກ ຊ່ວງສໍ່າ ເສນາທິການກອງກຳລັງສຸຣະນາລີ ທັງເປັນຫົວໜ້າຄະນະຊຸດປະສານງານປະຈຳພື້ນທີ່ຊາຍແດນ ລາວ-ໄທ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ການດຳເນີນກອງປະຊຸມຄັ້ງ ນີ້, ເພື່ອປະຕິບັດຕາມບົດບັນທຶກກອງປະຊຸມ ລະຫວ່າງໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ 3 ແຂວງພາກໃຕ້ຂອງລາວ ກັບກອງກຳລັງສຸຣະນາລີ ແຂວງອຸບົນຣາສະທານີ ຣາຊະອານາຈັກໄທ ໃນຄັ້ງວັນທີ 7-9 ກໍລະກົດ 2022 ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນແກ້ໄຂບັນ ຫາຢາເສບຕິດຕາມຊາຍແດນລາວ-ໄທ ຄັ້ງທີ 1, ໃນກອງ ປະຊຸມ ພັນໂທ ວິໄລ ສອນນວນສີ ຮອງຫົວໜ້າຫ້ອງການປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບແຂວງຈຳປາສັກ, ໄດ້ທົບທວນຄືນການຈັດຕັ້ງປະ ຕິບັດບົດບັນທຶກການຮ່ວມມື ຄັ້ງທີ I ລະຫວ່າງແຂວງຈຳປາສັກກັບ ແຂວງອຸບົນຣາສະທານີ ໃນການ ປະຕິບັດການຮ່ວມມືແກ້ໄຂບັນ ຫາຢາເສບຕິດປະຈຳພື້ນທີ່ຊາຍແດນ ລາວ-ໄທ 3 ແຂວງພາກ ໃຕ້ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ໃນໄລຍະຜ່ານມາ ຄະນະໜ່ວຍງານທຸກຂັ້ນໄດ້ເປັນເຈົ້າການປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ການຮັກສາຄວາມສະ ຫງົບຕາມຂອບເຂດບໍລິເວນຊາຍແດນ ມີຄວາມເປັນລະບຽບ ຮຽບຮ້ອຍ ແລະ ມີຄວາມປອດ ໄພໂດຍ ພື້ນຖານ. ນອກຈາກນີ້, ຍັງໄດ້ໂຄສະນາ-ເຜີຍແຜ່, ສຶກສາອົບຮົມໃຫ້ແກ່ປະຊາຊົນ-ພົນລະເມືອງຂອງສອງຝ່າຍທີ່ຢູ່ອາໄສບໍລິເວນ ຊາຍແດນຮັບຮູ້ເຂົ້າໃຈແຈ້ງຕໍ່ຜົນ ຮ້າຍຂອງຢາເສບຕິດ, ຕ້ານສະ ກັດກັ້ນປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ການເຄື່ອນໄຫວຂອງຂະບວນການຄ້າຂາຍຢາເສບຕິດຂ້າມ ຊາດ ແລະ ການລັກລອບເຂົ້າເມືອງແບບຜິດກົດໝາຍ. ໃນກອງປະຊຸມຍັງໄດ້ເປັນເອກະພາບກັນໃນການເຄື່ອນໄຫວກວດກາລາດ ຕະເວນຂອບເຂດຫຼັກໝາຍຊາຍແດນຮ່ວມກັນ ເພື່ອໃຫ້ທັນເວລາ ແລະ ທັນເຫດການ, ສຳລັບແຜນ ການໃນຕໍ່ໜ້າຈະສືບຕໍ່ການພົບປະ ແລະ ປຶກສາຫາລືກັນຢ່າງເປັນ ທາງການ, ພ້ອມທັງຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ຂອບເຂດບໍລິເວນຊາຍແດນລະຫວ່າງ ລາວ-ໄທ ມີຄວາມເປັນລະບຽບຮຽບຮ້ອຍດີ.
ໂດຍ: ວິໄລພອນ ວົງວິສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ