
ບໍລິສັດມິດຕະພາບ 206 ສສ ຫວຽດນາມ ຮັດແໜ້ນຄວາມສາມັກຄີ ແບບພິເສດ ກັບ ກອງບັນຊາການທະຫານແຂວງສາລະວັນ
ເວລາອອກຂ່າວ: 2022-09-29 09:02:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ:
ໃນວັນທີ 5 ກັນຍາ 2022 ນີ້, ຄະນະຜູ້ແທນບໍລິສັດ ມິດຕະ ພາບ 206 ສສ ຫວຽດນາມໄດ້ມາຢ້ຽມຢາມ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ມອບເງິນຊຸກຍູ້ໃຫ້ກອງບັນຊາການທະຫານແຂວງສາລະວັນ ຈຳນວນ 50 ລ້ານກີບ ໂດຍໃຫ້ກຽດມອບຂອງ ສະຫາຍ ໂງ ແມ້ງຮູ່ງ ປະທານບໍລິສັດມິດ ຕະພາບ 206 ສສ ຫວຽດນາມ. ກ່າວຮັບໂດຍ ສະຫາຍ ພັນເອກ ສຳລີ ແກ້ວວົງສອງ ຫົວໜ້າ ການທະຫານ ກອງບັນຊາການທະຫານແຂວງສາລະວັນ, ມີຄະ ນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພະຍານ.
ການຢ້ຽມຢາມ ແລະ ມອບເງິນຊຸກຍູ້ໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນບົນຈິດໃຈແຫ່ງສາຍພົວພັນອັນຍິງໃຫຍ່, ໃນການສືບ ຕໍ່ສາຍພົວພັນ, ຄວາມສາມັກຄີ ມິດຕະພາບແບບພິເສດ, ທັງເປັນ ການຮັດແໜ້ນສາຍພົວພັນແມ່ນ ການເພີ່ມພູນຄູນສ້າງສາຍພົວ ພັນຮ່ວມມືແບບພິເສດຂອງສອງ ພັກ, ສອງກອງທັບ. ເວົ້າສະເພາະ ກອງບັນຊາການທະຫານແຂວງສາລະວັນກັບບໍລິສັດ ມີດຕະພາບ 206 ສສ ຫວຽດນາມ, ເຊິ່ງໄດ້ກາຍເປັນເອກະລັກ, ຈຸດພິເສດຂອງສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ. ເພາະສອງຊາດໄດ້ຮ່ວມກັນຕີ ສັດຕູໂຕດຽວກັນ, ຮ່ວມຂຸມຄອງອັນດຽວ, ຮ່ວມສຸກ, ຮ່ວມທຸກນຳກັນຕໍ່ສູ້ກູ້ຊາດໃນເມືອກ່ອນ ກໍຄືປັດຈຸບັນ, ບໍ່ໄດ້ລົດລະໃນການເບິ່ງແຍງດູແລອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ. ໃນປັດຈຸບັນນີ້ ກອງບັນຊາການທະຫານແຂວງສາລະວັນ ພ້ອມທັງອຳນາດການປົກຄອງທ້ອງຖີ່ນ ແລະ ປະຊາຊົນບັນດາເຜົ່າ ພວມອອກແຮງແຂ່ງຂັນສ້າງຂະບວນການ ເພື່ອຂຳນັບຮັບຕ້ອນ 2 ວັນປະຫວັດສາດຄື: ວັນສ້າງ ຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ, ຫວຽດນາມ-ລາວ ຄົບ ຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022)ໃຫ້ແໜ້ນແຟ້ນເລິກເຊິ່ງຍິ່ງໆຂຶ້ນ.
ສະຫາຍ ພັນເອກ ສຳລີ ແກ້ວວົງສອງ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາຕະຫຼອດຮອດນາຍ ແລະ ພົນທະຫານທົ່ວກອງບັນຊາການທະຫານສະແດງຄວາມຮູ້
ບູນຄຸນ ແລະ ຂອບໃຈຕໍ່ ສະຫາຍ ໂງ ແມ້ນຮູ່ງ ພ້ອມດ້ວຍຄະນະທີ່
ມາຢ້ຽມຢາມ ແລະ ນຳເອົາເງິນ ມາມອບໃຫ້. ເຊິ່ງຍາມໃດ, ເວລາໃດກໍເຫັນໄດ້ເຖິງຄວາມໝາຍຄວາມສຳຄັນເບິ່ງແຍງດູແລຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເງິນດັ່ງກ່າວນີ້ໃຊ້ເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ ພ້ອມກັນສືບຕໍ່ຮັດແໜ້ນຄວາມສະມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫ່ວາງສອງຊາດ, ສອງກອງທັບ, ເວົ້າສະເພາະລະຫວ່າງກອງບັນຊາການທະຫານ ແຂວງສາລະວັນ ກັບບໍລິສັດມິດ ຕະພາບ 206 ໃຫ້ເຕີບໃຫຍ່ເຂັ້ມ ແຂງຂຶ້ນເລື້ອຍໆ, ພ້ອມນີ້ ສະຫາຍ ຍັງໄດ້ຝາກຄວາມຢ້ຽມຢາມ ຖາມຂ່າວ ແລະ ໄດ້ອວຍພອນ ໃຫ້ບັນດາສະຫາຍຈົ່ງມີສຸຂະ ພາບເຂັ້ມແຂງຂໍສົ່ງຄຳອວຍ ພອນໄປເຖິງພະນັກງານພ້ອມປະຊາຊົນຫວຽດນາມຈົ່ງມີສຸຂະ ພາບເຂັ້ມແຂງ, ມີຄວາມຜາສຸກ, ເຮັດສຳເລັດທຸກໜ້າທີ່ວຽກງານ ແລະ ພ້ອມກັນສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ທີ 2 ກັນຍາ 1945-2 ກັນຍາ 2022 ຄົບຮອບ 77 ປີ ທີ່ຜ່ານມາບໍ່ພໍເທົ່າໃດວັນນີ້ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ປອດ ໄພ 100%.
ໂດຍ: ພອນມະນີ ລັດສະໝີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ