
ບໍລິສັດ ວຽງຄຳ ບໍລິການຄວາມປອດໄພ ມອບເຄື່ອງກິລາ ໃຫ້ອົງການໄອຍະການທະຫານຂັ້ນສູງ
ເວລາອອກຂ່າວ: 2022-09-30 08:44:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:
ບໍລິສັດວຽງຄຳບໍລິການຄວາມປອດໄພຈຳກັດ ໄດ້ນຳເອົາເຄື່ອງກິລາ ມາມອບໃຫ້ແກ່ອົງ ການໄອຍະການທະຫານຂັ້ນສູງ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີເຄື່ອງກິລາ 50 ຊຸດ ລວມມູນຄ່າ 5 ລ້ານກີບ, ຕາງ ໜ້າບໍລິສັດກ່າວມອບ ໂດຍ ທ່ານ ອະນຸກອນ ວັນນະສີ ແລະ ກ່າວຮັບໂດຍ ທ່ານ ພົນຈັດຕະວາ ສີ ໄຫວ ໄມພອນ ຮອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການ ທະຫານຂັ້ນສູງ, ໂດຍມີພະນັກ ງານທີ່ກ່ຽວຂ້ອງທັງສອງພາກ ສ່ວນເຂົ້າຮ່ວມເປັນສັກຂີພະຍານ.
ໂອກາດນີ້, ສະຫາຍ ພົນຈັດ ຕະວາ ສີໄຫວ ໄມພອນ ຫົວໜ້າອົງການໄອຍະການທະຫານຂັ້ນສູງ ໄດ້ສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ແກ່ບໍລິສັດຈົ່ງປະສົບຜົນສຳເລັດໃນການດຳເນີນທຸລະກິດ ພິທີມອບ-ຮັບດັ່ງກ່າວ ຈັດຂຶ້ນວັນທີ 29 ກັນຍາ 2022 ນີ້, ທີ່ອົງການໄອຍະການທະຫານຂັ້ນສູງ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 27 ກັນຍາ 2022 ນີ້, ທີ່ເດີ່ນ ກິລາຫຼັກ 5 ອົງການໄອຍະການທະຫານຂັ້ນສູງ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດ ການແຂ່ງຂັນກິລາບານເຕະ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງອົງ ການໄອຍະການທະຫານຂັ້ນສູງ ຄົບຮອບ 29 ປີ (28 ກັນຍາ 1993-28 ກັນຍາ 2022). ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ຫົວໜ້າອົງການໄອ ຍະການທະຫານຂັ້ນສູງ ກະຊວງ ປ້ອງກັນປະເທດ, ມີ ສະຫາຍ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ນັກກິລາທັງສອງຝ່າຍເຂົ້າຮ່ວມ.
ການຈັດການແຂ່ງຂັນກິລາເຕະບານມິດຂະພາບໃນຄັ້ງນີ້, ກໍເພື່ອຕ້ອນຮັບວັນສ້າງຕັ້ງອົງການໄອຍະການທະຫານຂັ້ນສູງ ຄົບຮອບ 29 ປີ, ໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ, ການພົບປະແລກປ່ຽນບົດຮຽນ, ປະສົບການເຊິ່ງກັນ ແລະ ກັນ ລະຫວ່າງນັກກິລາທັງສອງອົງການ ແລະ ທັງເປັນການເຝິກຝົນກຳລັງແຮງກາຍເຮັດໃຫ້ມີສຸຂະພາບແຂງແຮງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ບຸນຊູ ໄຊຍະເພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ