
ພະແນກການທະຫານທ້ອງຖິ່ນແຂວງໄຊຍະບູລີ ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-09-30 09:08:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:
ໃນວັນທີ 19 ກັນຍາ 2022 , ພະແນກການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກ
ສາວິທະຍາໄລ ຮັງທ່າວ ບໍລິຫານ ທຸລະກິດ ແຂວງໄຊຍະບູລີ ພາຍ ຫຼັງໄດ້ຮັບການອົບຮົມ-ຫັດແອບ ວຽກງານສຶກສາປ້ອງກັນຊາດ ມາເປັນເວລາ 7 ວັນ, ໂດຍມີ ສະຫາຍ ພັນໂທ ເສິກ ໄຊຍະພອນຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ມີ ຄະນະພະແນກການທະຫານທ້ອງຖິ່ນ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພອນ ແສງພະຈິດ ຫົວໜ້າພະແນກການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ອະທິບາຍແຜນໂຄງຮ່າງ ການຫັດແອບຍິງຕົວຈິງໃຫ້ນັກ ສຶກສາດັ່ງກ່າວກຳໄດ້ບາດກ້າວ, ທ່າ ແລະ ຈັງຫວະໃນການຈັບ ເປົ້າໝາຍ, ທຳລາຍເປົ້າໝາຍຕົວຈິງດ້ວຍລູກປືນແທ້. ທັງນີ້ ກໍເພື່ອເປັນການກວດກາຄືນທາງດ້ານຄວາມຮູ້, ຄວາມສາມາດຂອງນັກສຶກສາທີ່ໄດ້ຮ່ຳຮຽນຕາມແຜນການອົບຮົມ-ຫັດແອບວຽກງານສຶກສາປ້ອງກັນຊາດ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ຜ່ານການກວດກາທ່າຍິງເປົ້າໝາຍຕົວຈິງສາມາດບັນລຸໄດ້ດັ່ງນີ້: ຂັ້ນເກັ່ງ 9 ສະຫາຍ, ຂັ້ນດີ 17 ສະຫາຍ, ຄາດໝາຍ 98 ສະຫາຍ.
ການຫັດແອບຍິງເປົ້າໝາຍຕົວຈິງໃນຄັ້ງນີ້ ເພື່ອເຮັດໃຫ້ນັກສຶກສາກຳໄດ້ບົດຮຽນທີ່ໄດ້ຮຽນມາເພື່ອໄປໝູນໃຊ້ເຂົ້າໃນການປົກປັກຮັກສາປະເທດຊາດຕາມແນວທາງຂອງພັກ.
ໂດຍ: ສົມຈີນ ສິນຕະວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ