
ມອບເງິນນະໂຍບາຍ ໃຫ້ນາຍທະຫານພັກການ ຮັບບຳນານ ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ
ເວລາອອກຂ່າວ: 2022-09-30 09:10:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:
ວັນທີ 21 ກັນຍາ 2022, ກອງບັນຊາການ ທະຫານແຂວງ ບໍລິຄຳໄຊ ໄດ້ມອບເງິນນະໂຍ ບາຍໃຫ້ນາຍທະຫານພັກການຮັບບຳນານ, ໂດຍການເປັນປະທານ ຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງ ພັກ ເລຂາພັກແຂວງ ເຈົ້າແຂວງແຂວງບໍລິຄຳໄຊ, ມີສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ
ຄະນະປະຈຳພັກແຂວງ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ,ມີບັນດາຄະນະພັກ ກອງບັນຊາ ການ, ຄະນະຫ້ອງ, ແຂກຖືກເຊີນ ແລະ ພະແນກການກ່ຽວຂ້ອງ ຕະຫຼອດຮອດພະນັກງານທີ່ໄດ້ຮັບການອະນຸມັດໃຫ້ພັກການ ຮັບບຳນານເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຍັງ ລໍສິມມາ ຄະນະພັກກອງບັນຊາ ການ ຮອງຫົວໜ້າຫ້ອງການ ເມືອງທະຫານແຂວງ ໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍ ການອະນຸມັດ
ໃຫ້ນາຍທະຫານຂັ້ນສູງພັກການ ຮັບບຳນານ, ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານພັກການຮັບ
ບຳນານ, ອີງຕາມກົດໝາຍນາຍ ທະຫານກອງທັບປະຊາຊົນລາວ. ກະຊວງປ້ອງກັນປະເທດເຫັນໄດ້ຄວາມສຳຄັນໃນການປະກອບ ສ່ວນປະຕິບັດໜ້າທີ່ເພື່ອພາລະ
ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພະນັກງານປະຕິວັດອາວຸໂສ ເມື່ອເຮັດສຳເລັດໜ້າທີ່ ແລະ ຄົບຖ້ວນ ຕາມເງື່ອນໄຂ ໄດ້ຮັບການອະນຸ ມັດໃຫ້ພັກການຮັບບຳນານອອກພັກຜ່ອນບຳນານ ຂັ້ນເທິງມີເງິນ ນະໂຍບາຍຊົດເຊີຍ ເພື່ອນຳໄປ ປະກອບສ່ວນພັດທະນາເສດຖະ ກິດຄອບຄົວ, ເຊິ່ງເງິນນະໂຍບາຍ ທີ່ມາມອບໃນຄັ້ງນີ້ ລວມທັງໝົດ 31.818.000 ກີບ.
ໂດຍ: ນາງ ນ້ອຍ ບານທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ