
ກົມເສນາຮັກສະຫຼູບຍ້ອງຍໍຜົນສຳເລັດບັ້ນຫັດແອບເຝິກຊ້ອມຊ່ວຍເຫຼືອດ້ານການແພດ ຢູ່ທະຫານແຂວງວຽງຈັນ
ເວລາອອກຂ່າວ: 2022-10-03 09:04:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:
ໃນວັນທີ 29 ກັນຍາ 2022 ນີ້, ຢູ່ທີ່ສະໂມສອນຂອງກອງບັນຊາການທະຫານແຂວງວຽງຈັນ, ໄດ້ຈັດກອງປະຊຸມສະຫຼຸບຍ້ອງຍໍຜົນສຳເລັດບັ້ນຫັດແອບເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ກິດຈະກຳບໍລິການທາງ ການແພດ (ຂະບວນລົດໄຟສັນຕິ ພາບ 2022) ລະຫວ່າງກອງທັບປະຊາຊົນລາວ ກັບ ກອງທັບປົດ ປ່ອຍປະຊາຊົນຈີນ ທີ່ຈັດຂຶ້ນຢູ່ທີ່ ສະຖານີລົດໄຟໂພນໂຮງ, ແຕ່ວັນ ທີ 19 ຫາ 28 ກໍລະກົດ 2022) ທີ່ຜ່ານມາ. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນເອກ ບຸນຜອງ ບຸດທະວົງ ກຳມະການພັກແຂວງ ຮອງ ເລຂາຄະນະພັກ ຫົວໜ້າການ ເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ກົມເສນາຮັກ, ພະແນກການ ທີ່ກ່ຽວຂ້ອງ, ກອງບັນຊາການ ປກສ ແຂວງ, ພະແນກການອ້ອມ ຂ້າງແຂວງ, ພ້ອມດ້ວຍພະນັກ ງານ-ນັກຮົບທີ່ໄດ້ຮັບການຍ້ອງຍໍເຂົ້າຮ່ວມ.
ສະຫາຍ ພັນເອກ ດຣ ນາງ ວັນເພັງ ພວງສາວະດີ ຮອງກົມເສນາຮັກ ກົມໃຫຍ່ພະລາທິ ການກອງທັບ ໄດ້ສະຫຼຸບຕີລາຄາຄືນ ເຖິງຜົນສຳເລັດໃນຫຼາຍດ້ານ ທີ່ພົ້ນເດັ່ນຂອງຄະນະຊີ້ນຳລວມ, ຄະນະອະນຸກຳມະການ, ພະນັກ ງານແພດເຫຼົ່າຮົບເສນາຮັກຂອງ ສອງກອງທັບ ລາວ-ຈີນ ຍາດມາ ໄດ້ໃນຕະຫຼອດໄລຍະຂອງຈັດ ຕັ້ງປະຕິບັດແຜນການຫັດແອບ, ເຝິກຊ້ອມເປັນເວລາ 10 ວັນ, ໂດຍສະເພາະແມ່ນໄດ້ ແລກປ່ຽນບົດຮຽນຄວາມຮູ້ ແລະ ປະສົບການໃນການກອບກູ້ ແລະ ຊ່ວຍ ເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ, ຊອກຄົ້ນກອບກູ້ຜູ້ປະສົບໄພຢູ່ເຂດທີ່ເກີດໄພພິບັດ ຈຳນວນ 30 ກໍລະນີ, ກວດກາ ແລະ ຄັດແຍກລະດັບຄວາມຮ້າຍແຮງຂອງຜູ້ທີ່ຖືກບາດເຈັບ. ໃນນີ້, (ມີຄົນເຈັບໜັກ 4 ກໍລະນີ, ຄົນເຈັບກາງ 8 ກໍລະນີ ແລະ ຄົນເຈັບເບົາ 18 ກໍລະນີ), ກອບກູ້ ແລະ ຊ່ວຍເຫຼືອຄົນເຈັບທີ່ມີບັນຫາກ່ຽວກັບລະບົບຫາຍໃຈກໍລະນີທີ່ມີການສົງໃສຕິດເຊື້ອພະຍາດໂຄວິດ-19, ເຝິກແອບວີທີແກ້ໄຂ, ປິ່ນປົວ, ການເຄື່ອນຍ້າຍ ແລະ ມອບຮັບຜູ້ຖືກບາດເຈັບຈາກລົດແພດສະໜາມນຳສົ່ງຕໍ່ໄປທີ່ລົດໄຟ (ໂດຍນຳໃຊ້ລົດໄຟຕົວຈິງເຂົ້າໃນການເຝິກຊ້ອມ), ຮຽນຮູ້ເຕັກນິການເຊີດຊູ ແລະ ປີ່ນປົວຄົນເຈັບ ເວລາເຄື່ອນຍ້າຍຢູ່ເທິງລົດໄຟ, ແລກປ່ຽນຄວາມຮູ້ດ້ານວິຊາການ 7 ບົດ, ປະກອບ ມີ: ການຄຸ້ມຄອງອາການເຈັບ ບາດແຜຈາກການສູ້ຮົບ, ການປ້ອງກັນ ແລະ ປິ່ນປົວບາດແຜຈາກການເຝິກແອບການທະຫານຢູ່ສະໜາມຮົບ, ການນຳໃຊ້ຊ່ອງ ທາງເຂົ້າໃນການຜ່າຕັດລະບົບ ປະສາດ, ການປິ່ນປົວພະຍາດໂຄ ວິດ-19 ທີ່ມີອາການໜັກ ແລະ ອັນຕະລາຍ, ການສ້າງຕຶກປິ່ນປົວພະຍາດຕິດແປດ ແລະ ການນຳ ໃຊ້ເຄື່ອງຊ່ວຍເຫຼືອຕົນເອງ, ການຊ່ວຍເຫຼືອ ແລະ ຮ່ວມມືກໍລະນີເກີດເຫດສຸກເສີນດ້ານສາທາ ລະນະສຸກ, ການບໍລິການດ້ານການພະຍາບານແພດທີ່ດີເດັ່ນຂອງ ສປ ຈີນ, ເຊິ່ງມີຜູ້ເຂົ້າຮ່ວມ ທັງໝົດ 315 ສະຫາຍ (ລວມ ທັງລາວ-ຈີນ). ໃນນັ້ນ, ມີພະ ນັກງານ-ແພດໝໍ ແລະ ພະນັກ ງານ-ນັກຮົບຂອງກອງບັນຊາ ການທະຫານແຂວງວຽງຈັນເຂົ້າ ຮ່ວມ 53 ສະຫາຍ. ຈາກນັ້ນ, ສະຫາຍ ພັນໂທ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມ ໂຄສະນາອົບຮົມ ກົມໃຫຍ່ການ ເມືອງກອງທັບ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ ເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການມອບຍ້ອງຍໍໃຫ້ຄະນະຊີ້ນຳຫັດແອບເຝິກຊ້ອມກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທຳດ້ານການແພດ ແລະ ກິດຈະກຳບໍລິການດ້ານການແພດ (ຂະບວນລົດໄຟສັນຕິພາບ 2022) ກອງທັບປະຊາຊົນລາວ, ໃຫ້ຄະນະຊີ້ນຳ ແລະ ນັກເຝິກອົບຮົມຢູ່ກອງບັນ ຊາການທະຫານແຂວງວຽງຈັນ ຈຳນວນ 37 ສະຫາຍ, ກົມກອງ ລວມໝູ່ 4 ກົມກອງ, ມອບໃບ ຍ້ອງຍໍກົມໃຫຍ່ການເມືອງກອງ ທັບ ຈຳນວນ 34 ສະຫາຍ, ໂດຍການເປັນກຽດມອບຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງ ຫົວໜ້າໃຫຍ່ພະລາທິການກອງ ທັບ, ພ້ອມດ້ວຍຄະນະມອບຕາມລຳດັບຢ່າງສົມກຽດ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ