
ກອງປະຊຸມສ່ອງແສງວຽກງານຮອບດ້ານ ເຂດ 3 ພາກເໜືອ ປະຈຳໄຕມາດ III
ເວລາອອກຂ່າວ: 2022-10-03 09:06:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:
ກອງປະຊຸມສ່ອງແສງວຽກ ງານຮອບດ້ານເຂດ 3 ພາກເໜືອ ປະຈຳໄຕມາດ III ແລະ ວາງທິດທາງແຜນການປະຈຳໄຕມາດ IV ປີ 2022 ຈັດຂຶ້ນຢູ່ທີ່ສະໂມສອນ ໂຮງໝໍບໍລິເວນ 101 ແຂວງຊຽງຂວາງ ໃນວັນທີ 28 ກັນຍາ 2022 ຜ່ານມານີ້, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຜູ້ຕາງໜ້າຈາກກົມກອງ, ມີໂຮງໝໍບໍລິເວນ 101, ກອງບັນຊາການທະຫານແຂວງຊຽງຂວາງ, ກອງບັນຊາການທະຫານແຂວງຫົວພັນ, ກອງພັນໃຫຍ່ 702, 643, 584, ຈຸດສຸມຄັງວຽງ ແລະ ວິຊາການຂັ້ນເທິງເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ຕາງໜ້າ ຈາກບັນດາກົມກອງໄດ້ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານ ແລະ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ກໍຄືຢູ່ກົມກອງຂອງຕົນ ເຊິ່ງໄດ້ຍົກໃຫ້ເຫັນສະພາບການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ວຽກງານກໍ່ສ້າງກຳລັງ, ສ້າງພະນັກງານ ແລະ ວຽກງານອື່ນໆ. ພ້ອມນັ້ນກອງປະຊຸມຍັງໄດ້ແລກປ່ຽນຄຳຄິດ-ຄຳເຫັນເພື່ອເປັນເອກະພາບ ໃນການປະຕິບັດຕາມເນື້ອໃນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບ 4 ເນື້ອໃນ 4 ຄາດໝາຍ, ໂດຍສະເພາະເຮັດໃຫ້ວຽກງານຮອບດ້ານໃຫ້ມີຄວາມສະຫງົບ ເອົາໃຈໃສ່ຕິດຕາມການຕ້ານ ແລະ ສະກັດກັ້ນໄພພິບັດທຳມະຊາດ, ພະຍາດລະບາດຄຽງຄູ່ໄປພ້ອມກັບວຽກງານປັບປຸງກໍ່ສ້າງກຳລັງ, ແກ້ໄຂຊີວິດການເປັນຢູ່, ຕ້ານ ແລະ ສະກັດກັ້ນບັນຫາສິ່ງເສບຕິດຕ່າງໆ ເພື່ອແນໃສ່ສ້າງກົມກອງ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂຶ້ນເລື້ອຍໆ.
ໂອກາດດັງກ່າວ ສະຫາຍພົນຕີ ຄຳເພັດ ສີຊານົນ ໄດ້ຮຽກຮ້ອງມາຍັງຄະນະພັກ, ຄະນະບັນຊາແຕ່ລະກົມກອງ ຈົ່ງພ້ອມກັນເອົາໃຈໃສ່ສຶບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບໃນກົມກອງຂອງຕົນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ວຽກງານວິຊາສະເພາະຂອງຕົນ, ເອົາໃຈໃສ່ຕອບຕ້ານທຸກກົນອຸບາຍຂອງ ກຸ່ມຄົນທີ່ບໍ່ດີ ແລະ ມີສະຕິຕໍ່ການນຳໃຊ້ສື່ສັງຄົມອອນລາຍ, ຍົກສູງຄວາມຮັບຜິດຊອບໃນການກວດກາ ແຕ່ລະຂົງເຂດວຽກງານໃຫ້ເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາປັດໃຈຕ່າງໆ ໃນການກໍ່ສ້າງກອງທັບໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝເທື່ອລະກ້າວ.
ພາບ-ຂ່າວ: ບຸນຍອຍ ແມນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ