
ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX
ເວລາອອກຂ່າວ: 2022-10-03 09:28:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:
ວັນທີ 28 ກັນຍາ 2022 ນີ້, ຄະນະສະພາປະຊາຊົນແຂວງວຽງຈັນ ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາປະຊາຊົນແຂວງວຽງຈັນ ຊຸດທີ II ຢູ່ກອງບັນຊາການທະ ຫານແຂວງວຽງຈັນ, ໂດຍການເປັນປະທານ ແລະ ການເຜີຍແຜ່ຂອງ ສະຫາຍ ລຳໄມ ກູດລາວົງ ກຳມະການປະຈຳພັກແຂວງ ສະມາຊິກສະພາແຫ່ງຊາດ ຮອງປະທານສະພາປະຊາຊົນແຂວງວຽງຈັນ, ມີ ສະຫາຍ ພັນເອກ ບຸນຜອງ ບຸດທະວົງ ກຳມະການພັກແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ຫົວໜ້າພະແນກ-ຮອງພະແນກ, ກົມກອງອ້ອມຂ້າງ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ລຳໄມ ກູດລາວົງ ໄດ້ເຜີຍແຜ່ຜົນສຳເລັດຂອງ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດ ທີ IX ເຊິ່ງໃນກອງປະຊຸມໄດ້ ພິຈາລະນາຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຮັບຮອງເອົາບົດ ລາຍງານລັດຖະບານການປະຕິ ບັດແຜນງົບປະມານແຫ່ງລັດ, ຮັບຮອງການປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ, ຮັບຮອງເອົາບົດລາຍງານການ ປະຕິຮູບລັດວິສາຫະກິດໄລຍະຜ່ານມາ, ຮັບຮອງເອົາການແຕ່ງ ຕັ້ງຍົກຍ້າຍສະມາຊິກລັດຖະບານ 4 ທ່ານ, ຮັບຮອງເອົາການແຕ່ງ ຕັ້ງຮອງນາຍົກລົດຖະມົນຕີ 2 ທ່ານ, ຮັບຮອງບົດລາຍງານຜົນ ການຕິດຕາມກວດກາການຈັດ ຕັ້ງປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ແລະ ຮັບຮອງວຽກງານການສ້າງ ແລະ ປັບປຸງກົດໝາຍ 9 ສະບັບ. ຈາກນັ້ນ, ສະຫາຍ ທອງສູນ ຊາມົນຕີ ສະ ມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວັງວຽງ ຮອງປະທານກຳມະການຍຸຕິທຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ຂຶ້ນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝ ສາມັນ ເທື່ອທີ 3 ຂອງສະພາປະ ຊາຊົນແຂວງວຽງຈັນ ຊຸດທີ II ກອງປະຊຸມໄດ້ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ, ຮັບຮອງເອົາແຜນການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ, ກອງປະຊຸມຮັບຟັງການລາຍງານຂອງອົງການປົກຄອງແຂວງ ຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງ ຊາດ 6 ເດືອນຕົ້ນປີຂອງແຂວງ, ຮັບຟັງການລາຍງານກ່ຽວກັບສະພາບການຄຸ້ມຄອງລາຄາສິນ ຄ້າຂອງລັດ, ການແກ້ໄຂບັນຫາ ຢາເສບຕິດຢູ່ແຂວງວຽງຈັນ, ບັນຫາພົ້ນເດັ່ນຂອງວຽກງານ ອົງການໄອຍະການປະຊາຊົນແຂວງ, ວຽກງານສານປະຊາ ຊົນແຂວງ, ການປະຕິບັດຄຳຕັດ ສິນ ແລະ ຮັບຮອງເອົາການຈັດ ຕັ້ງປະຕິບັດວຽກງານສະພາປະ ຊາຊົນແຂວງ. ການເຜິຍແຜ່ເຊື່ອມຊຶມເອກະສານໃນຄັ້ງນີ້ ແນໃສ່ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທີ່ໄດເຊື່ອມຊຶມສ້າງຄວາມເຂົ້າໃຈເປັນເອກະພາບຢ່າງເລິກ ເຊິ່ງຕໍ່ບັນດາເນື້ອໃນທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາປະຊາຊົນແຂວງວຽງຈັນ ຊຸດທີ II ພ້ອມກັນເປັນເຈົ້າການຜັນຂະຫຍາຍໃຫ້ເກີດໝາກຜົນຕົວຈິງ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ