
ຄະນະຜູ້ແທນທະຫານແຂວງໄຊຍະບູລີ ຢ້ຽມຢາມ ແລະ ເຮັດວຽກຢູ່ ກອງບັນຊາການ ທະຫານນະຄອນອຽນບາຍ ສສ ຫວຽດນາມ
ເວລາອອກຂ່າວ: 2022-10-03 09:28:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:
ໃນວັນທີ 27 ກັນຍາ 2022 ນີ້, ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ກອງ ບັນຊາການ ທະຫານນະຄອນ ອຽນບາຍ ແລະ ກອງພັນໃຫຍ່ 121 ທີ່ຂຶ້ນກັບກອງບັນຊາການ ທະຫານແຂວງອຽນບາຍກອງ ທັບປະຊາຊົນຫວຽດນາມ, ໂດຍການໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນເອກ ເລຫງອກເຊິມ ຫົວໜ້າການທະຫານກອງບັນຊາການ ທະຫານນະຄອນອຽນບາຍ ແລະ ສະຫາຍ ພັນເອກ ຫງວຽນກົງເລ້ ຫົວໜ້າກອງພັນໃຫຍ່ 121 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ.
ໂອກາດນີ້, ຄະນະພັກ-ຄະນະບັນຊາທັງສອງກົມກອງໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມ ຢາມ ແລະ ເຮັດວຽກຂອງຄະ ນະຜູ້ແທນກອງບັນຊາການທະ ຫານແຂວງໄຊຍະບູລີ. ໃນຄັ້ງນີ້, ພ້ອມ ທັງໄດ້ລາຍງານກ່ຽວກັບສະພາບ ທີ່ຕັ້ງຈຸດພິເສດ, ພາລະບົດ ບາດ ແລະ ການເຄື່ອນໄຫວປະຕິບັດ ໜ້າທີ່ວຽກງານໃນໄລຍະຜ່ານ ມາ, ເຊິ່ງຄະນະພັກ-ຄະນະບັນຊາ ກອງບັນຊາການ ທະຫານເມືອງ ອຽນບາຍ ແລະ ກອງພັນໃຫຍ່ 121 ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກເຮັດໃຫ້ພະນັກງານ-ນັກຮົບມີທາດແທ້ຄຸນສົມບັດ, ສິນທຳປະ ຕິວັດ ຮັກສາໄດ້ທາດແທ້ປະຕິວັດ ແລະ ມູນເຊື້ອອັນດີງາມຂອງຊາດ ຂອງກອງທັບ, ມີຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ-ລັດ ແລະ ມີສະຕິລະວັງຕົວຕໍ່ກົນອຸບາຍຫັນ ປ່ຽນໂດຍສັນຕິຂອງສັດຕູ ພ້ອມກັນປະຕິບັດກົດລະບຽບຂອງກອງທັບກໍຄືຂອງກົມກອງວາງອອກ. ຈາກນັ້ນ, ທັງສອງຝ່າຍໄດ້ແລກປ່ຽນທັດສະນະ, ບົດຮຽນສະພາບການຕ່າງໆເຊິ່ງກັນ ແລະ ກັນໃນຂົງເຂດການພົວພັນຮ່ວມມືຂອງທັງສອງຝ່າຍ.
ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ໄດ້ຕາງໜ້າໃຫ້ຄະນະຜູ້ແທນກອງບັນຊາການ ທະຫານແຂວງໄຊຍະບູລີ ສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະ ບັນຊາກອງບັນຊາການ ທະຫານ ນະຄອນອຽນບາຍ ແລະ ກອງພັນ ໃຫຍ່ 121 ກອງທັບປະຊາຊົນ ຫວຽດນາມ ຕະຫຼອດຮອດພະນັກ ງານ-ນັກຮົບທີ່ໄດ້ປະກອບສ່ວນໃຫ້ການຮ່ວມມືຊ່ວຍເຫຼືອ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ພົວພັນກັນຢ່າງສະໜິດ ແໜ້ນ, ນີ້ເປັນການຢືນຢັນວ່າ ພັກ-ລັດ ແລະ ປະຊາ ຊົນທັງສອງຊາດ ເວົ້າສະເພາະສອງກຳລັງປະກອບອາວຸດ ຍາມໃດກໍມີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈເປັນ ຢ່າງດີຕະຫຼອດມາ.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ