
ການນໍາທະຫານແຂວງຈຳປາສັກ ອວຍພອນ ຄະນະກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້
ເວລາອອກຂ່າວ: 2022-10-03 09:30:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:
ໃນວັນທີ 6 ກັນຍາ 2022 ຜ່ານມານີ້, ຄະນະພັກ-ຄະນະບັນ ຊາ ກອງບັນຊາການທະຫານ ແຂວງຈຳປາສັກ ນຳໂດຍ ສະ ຫາຍ ພັນເອກ ສີໄຄ ທີບພະຈັກ ຫົວໜ້າຫ້ອງການເມືອງ ກອງບັນ ຊາການທະຫານແຂວງຈຳປາ ສັກ ພ້ອມດ້ວຍຄະນະໄດ້ນຳເອົາ ກະຕ່າຂອງຂວັນເຂົ້າອວຍພອນ ຄະນະກົງສູນໃຫຍ່ ສສ ຫວຽດ ນາມປະຈຳພາກໃຕ້, ເນື່ອງໃນໂອ ກາດວັນ ຊາດ ສສ ຫວຽດນາມ ຄົບຮອບ 77 ປີ (2 ກັນຍາ 1945-2 ກັນ ຍາ 2022) ໂດຍ ການຕ້ອນຮັບດ້ວຍຄວາມອົບອຸ່ນ ຂອງ ສະຫາຍ ຫງວຽນ ວັນຈຸງ ຫົວໜ້າກົງສູນໃຫຍ່ ສສ ຫວຽດ ນາມ ປະຈຳພາກໃຕ້ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກ ສີໄຄ ທີບພະຈັກ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາອວຍ ພອນໄຊອັນປະເສີດໃຫ້ ສະຫາຍ ຫງວຽນ ວັນຈຸງ ພ້ອມຄະນະຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຜົນສໍາເລັດໃນໜ້າທີ່ການງານທັງສ່ວນລວມ ແລະ ສ່ວນຕົວ, ສືບຕໍ່ຮັດແໜ້ນຄວາມສາມັກຄີມິດຕະພາບສາຍພົວພັນການຮ່ວມມືແບບພິເສດ, ເສີມສ້າງສາຍພົວພັນໃນການໄປ-ມາຫາສູ່ເຊິ່ງກັນ ແລະ ກັນ, ເພື່ອຮັດແໜ້ນຄວາມສາມັກຄີ ມິດຕະພາບລະຫວ່າງສອງຊາດ, ສອງພັກ, ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານເວົ້າລວມ, ເວົ້າສະເພາະກໍຄືກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ ກັບກອງບັນຊາການທະຫານແຂວງຈຳປາສັກ ໃຫ້ນັບມື້ເພີ່ມພູນຄູນສ້າງຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຂຶ້ນໄປຢ່າງບໍ່ຢຸດຢັ້ງ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກ ກໍໄດ້ເຂົ້າອວຍພອນຄະນະບໍລິສັດມິດຕະພາບ 206 ກອງທັບປະຊາຊົນຫວຽດນາມ ຢູ່ທີ່ເມືອງປາກຊ່ອງ ແຂວງຈຳ ປາສັກ, ໂດຍການຕ້ອນຮັບຂອງ ສະຫາຍ ໂງ ແມັງ ຮຸງ ອຳນວຍການບໍລິສັດມິດຕະພາບ 206 ພ້ອມດ້ວຍຄະນະ.
ໂດຍ: ວິໄລພອນ ວົງວິສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ