
ປະຊາຊົນ 264 ຄອບຄົວ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກອົງການກາແດງແຫ່ງຊາດ
ເວລາອອກຂ່າວ: 2022-10-03 09:32:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:
ອົງການກາແດງແຫ່ງຊາດມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ ໃນກາງເດືອນສິງຫາຜ່ານມາ, ພິທີມອບເຄື່ອງຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 26 ກັນຍາ 2022 ນີ້, ຢູ່ທີ່ສະໂມສອນຂອງເມືອງ ໂດຍມີ ທ່ານ ຮສ ສິງ ເມໂນລາດ ຮອງປະທານອົງການກາ ແດງແຫ່ງຊາດ, ມີທ່ານ ບຸນຈັນ ແກ້ວວິຊາຮອງເຈົ້າ ເມືອງ ເມືອງຊຽງຮ່ອນ, ທ່ານ ວັນນະສິງ ມຸງຄຸນສະຫວັດ ຫົວໜ້າອົງ ການກາແດງແຂວງໄຊຍະບູລີ ພ້ອມດ້ວຍຄະນະຄຸ້ມຄອງໄພພິ ບັດຂັ້ນເມືອງ, ນາຍບ້ານ ແລະ ປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີນໍ້າດື່ມ, ເຂົ້າສານ, ອາ ຫານແຫ້ງ, ເຄື່ອງອຸປະໂພກ-ບໍ ລິໂພກ ມອບໃຫ້ປະຊາຊົນຈຳ ນວນ 264 ຄອບຄົວໃນ 11 ບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ລວມມູນຄ່າທັງໝົດ 151. 000.000 ກີບ.
ໂອກາດນີ້, ທ່ານ ບຸນຈັນ ແກ້ວວິຊາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ອົງການກາແດງແຫ່ງຊາດທີ່ມີຄວາມເປັນຫ່ວງເປັນໃຍ ແລະ ມອບເຄື່ອງຊ່ອຍເຫຼືອບັນເທົາທຸກໃຫ້ປະຊາຊົນທີ່ໄດ້ ຮັບຜົນກະທົບຈາກອຸທົກກະໄພ ໃນຄັ້ງນີ້ ແລະ ຈະນຳເອົາເຄື່ອງດັ່ງກ່າວແຈກຍ້າຍໃຫ້ທົ່ວເຖິງກັນ.
ໂດຍ: ດອນ ຂຽວພະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ