
ວປກ ຈັດການແຂ່ງຂັນນັກຮ້ອງສຽງດີ ແລະ ຮ້ອງເພງລວມໝູ່
ເວລາອອກຂ່າວ: 2022-10-04 08:21:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 15 | ຄວາມນິຍົມ:
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດ ການແຂ່ງຂັນນັກຮ້ອງສຽງດີ ແລະ ຮ້ອງເພງລວມໝູ່ ເພື່ອສະເຫຼີມສະຫຼອງປີສາມັກຄີມິດ ຕະພາບ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ລາວ-ຫວຽດ ນາມ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບ ຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ (18 ກໍລະກົດ 1977- 18 ກໍລະກົດ 2022). ໂດຍມີ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊ ຍະສຸກ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ, ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະເຂົ້າຮ່ວມຮັບຊົມ, ມີບັນດາຄະນະກົມ, ຫ້ອງການ, ຫ້ອງ, ພະນັກງານ, ນັກຮົບ, ຄູ-ອາ ຈານ ແລະ ນັກສຶກສາເຂົ້າຮ່ວມ
ຮັບຊົມຢ່າງຟົດຟື້ນມ່ວນຊື່ນ.
ການແຂ່ງຂັນນັກຮ້ອງສຽງດີ ແລະ ຮ້ອງເພງລວມໝູ່ທົ່ວ ວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ ປະຈຳປີ 2022 ຄັ້ງນີ້, ສຸດທີ່ມີຄວາມໝາຍສຳ ຄັນ ເພື່ອຂໍ່ານັບຮັບຕ້ອນວັນສຳ ຄັນຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ເພື່ອສ້າງຂະບວນການເບີກບານມ່ວນຊື່ນ ສະເຫຼີມສະຫຼອງປີສາ ມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ- ຫວຽດນາມ ປີ 2022. ທັງເປັນ ການປະກອບສ່ວນວຽກງານ ຊີວິດວັດທະນະທຳໃນທົ່ວວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃຫ້ມີຊີວິດຊີວາ, ມີບັນຍາກາດຟົດຟື້ນ, ສ້າງເງື່ອນ ໄຂອັນດີໃນການພົບປະແລກ ປ່ຽນບົດຮຽນທາງດ້ານການຮ້ອງເພງ ແລະ ຂັບລຳຕ່າງໆເພື່ອ ໄປໝູນໃຊ້ໃນວຽກສິລະປະ-ວັນ ນະຄະດີຢູ່ໃນກົມກອງ ພ້ອມກັນ ສ້າງກົມກອງໃຫ້ຟົດຟື້ນ, ມ່ວນ ຊື່ນ, ສ້າງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ການແຂ່ງຂັນໃນຄັ້ງນີ້ມີພາກ ສ່ວນເຂົ້າຮ່ວມທັງໝົດ 13 ຫົວ
ໜ່ວຍກົມກອງ, ມີນັກຮ້ອງສຽງ ດີ ຈຳນວນ 13 ສະຫາຍ, ຍິງ: 3 ສະຫາຍ ແລະ ຮ້ອງເພງລວມໝູ່ ຈຳນວນ 10 ພາກສ່ວນ. ຜ່ານການແຂ່ງຂັນແຕ່ລະປະ ເພດສາມາດຄັດເລືອກໄດ້ດັ່ງນີ້: ປະເພດນັກຮ້ອງສຽງດີ, ອັນ ດັບ 1 ໄດ້ແກ່: ຄະນະຮັບຜິດ ຊອບ ນັກສຶກສາລະບົບພາສາຕ່າງປະ ເທດ ຮ້ອງເພງລຸງໄກສອນໃນ
ດວງໃຈ, ອັນດັບ 2 ໄດ້ແກ່: ກົມ ການເມືອງ ຮ້ອງເພງວິລະບູລຸດ ໃນດວງໃຈ ແລະ ອັນດັບ 3 ໄດ້ ແກ່: ຫ້ອງການ ວປກ ຮ້ອງເພງ ປະເທດເປັນບ້ານທະຫານເປັນຮົ້ວປ້ອງກັນ. ປະເພດຮ້ອງເພງລວມໝູ່ ອັນດັບ 1 ໄດ້ແກ່: ຄະ ນະວິຊາຄູພາສາຕ່າງປະເທດ ແລະ ຄອມພິວເຕີ ຮ້ອງເພງ ເມືອງລາວໃໝ່ໝັ້ນຍືນ, ອັນດັບ 2 ໄດ້ແກ່ກອງຮ້ອຍປ້ອງກັນທີ່ ຕັ້ງ ຮ້ອງເພງແດນແຫ່ງອິດສະ ຫຼະ ແລະ ລາງວັນທີ 3 ໄດ້ແກ່ ກົມຄົ້ນຄວ້າ ຮ້ອງເພງທະຫານ ບໍ່ຢ້ານຕໍ່ອຸປະສັກ, ນອກນີ້ຍັງມີລາງວັນຊົມເຊີຍອີກຈຳນວນໜຶ່ງ ມອບໃຫ້ຢ່າງມ່ວນຊື່ນ.
ໂດຍ: ພິດສະໄໝ ແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ