
ທ່ານ ພົນຕີ ຈັນທອງ ສອນຕະອາດ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທີ່ປຶກສາທູດປ້ອງກັນຊາດ ແຫ່ງ ຣາຊະອານາຈັກໄທ
ເວລາອອກຂ່າວ: 2022-10-04 08:29:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:
ວັນທີ 3 ຕຸລາ ນີ້, ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ພັນເອກ ຊາຕີແສງທອງ ສິຣິກາມົນ ທີ່ປຶກສາທູດປ້ອງກັນຊາດ ແຫ່ງ ຣາຊະອາ ນາຈັກໄທ ປະຈຳ ສປປ ລາວ, ເນື່ອງໃນໂອກາດທີ່ທ່ານໄດ້ສຳ ເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ.
ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຜົນ ສຳເລັດໃນການປະຕິບັດໜ້າທີ່ວຽກງານການທູດຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີຜ່ານມາ, ເຊິ່ງເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນຫຼາຍໆດ້ານຂອງສອງປະເທດ,
ກໍຄືສອງກອງທັບ ລາວ-ຣາຊະອານາຈັກໄທ ໃຫ້ນັບມື້ນັບຂະຫຍາຍ ຕົວຍິ່ງໆຂຶ້ນ.
ໃນວາລະດຽວກັນນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ພັນເອກ ນິທິໂຣດ ວໍລະຊາດທະນະສານ ທີ່ປຶກສາທູດປ້ອງກັນຊາດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຄົນໃໝ່, ເນື່ອງໃນໂອກາດທີ່ມາດຳລົງຕຳແໜ່ງ ເປັນທີ່ປຶກສາທູດປ້ອງກັນຊາດຄົນໃໝ່ ປະຈຳ ສປປ ລາວ. ໂອກາດນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ທີ່ປຶກສາທູດຄົນໃໝ່, ເຊິ່ງເປັນໂອກາດອັນດີທີ່ທ່ານໄດ້ມາປະຕິບັດໜ້າທີ່ດັ່ງກ່າວ ຢູ່ ສປປ ລາວ ພ້ອມທັງຍົກໃຫ້ເຫັນສາຍພົວພັນ, ການຮ່ວມມື ລະຫວ່າງສອງປະເທດ, ສອງກອງທັບ ລາວ ແລະ ຣາຊະອາ
ນາຈັກໄທ ໃນໄລຍະຜ່ານມາ. ພ້ອມນີ້, ທ່ານ ພັນເອກ ນິທິໂຣດ
ວໍລະຊາດທະນະສານ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນວ່າ, ຈະຕັ້ງໜ້າສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນການຮ່ວມມືລະຫວ່າງສອງປະເທດ, ສອງກອງທັບ ໂດຍສະເພາະວຽກງານພົວພັນຕ່າງປະເທດ, ພົວພັນວຽກງານດ້ານການແພດຂອງສອງກອງທັບ ແລະ ວຽກງານດ້ານອື່ນໆ.
ກ່ອນໜ້ານັ້ນ, ທ່ານ ພົນຈັດຕະວາ ບຸນເດື່ອງ ພັນສົດໃສ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ກໍໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ການເຂົ້າຢ້ຽມຂໍ່າ ນັບຂອງທີ່ປຶກສາທູດປ້ອງກັນຊາດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ