
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຕ້ອນຮັບ ນາຍົກລັດຖະມົນຕີ ແຫ່ງ ສ ກູບາ
ເວລາອອກຂ່າວ: 2022-10-04 08:38:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:
(ສພຊ) ໃນຕອນເຊົ້າຂອງວັນທີ 3 ຕຸລາ 2022, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງຢ້ຽມຢາມ ສປປລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 2-4 ຕຸລາ 2022.
ໃນໂອກາດນີ້, ສະຫາຍປະທານ ສະພາແຫ່ງຊາດລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ແລະ ຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ແລະ ການຮ່ວມມືຖານອ້າຍນ້ອງຮ່ວມອຸດົມການດຽວກັນ ຂອງສອງຊາດ ລາວ-ກູບາ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດດຽວກັນນີ້, ສະ ຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ສະ ຫາຍ ໄຊສົມພອນ ພົມວິຫານ ຊາບ ກ່ຽວກັບຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ລວມເຖິງຜົນສຳເລັດຂອງການພົບປະສອງຝ່າຍກັບສະຫາຍນາຍົກລັດຖະ ມົນຕີ ພັນຄຳ ວິພາວັນ ໃນມື້ຜ່ານມາ, ໄດ້ແຈ້ງໃຫ້ຊາບສະພາບພົ້ນເດັ່ນຂອງກູບາ ແລະ ທິດທາງການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ກູບາ ໃນຕໍ່ໜ້າ.
ສະຫາຍ ໄຊສົມພອນ ພົມວິ ຫານ ໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອແຫ່ງການຮ່ວມມືອັນດີງາມ ແລະ ຄວາມສາມັກຄີຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະສະໄໝຕໍ່ສູ້ກູ້ຊາດ ກໍຄືໄລຍະສ້າງສາປະເທດຊາດໃນປັດຈຸບັນ. ສະຫາຍ ປະທານສະພາແຫ່ງຊາດລາວ ໄດ້ຕີລາ ຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດອຳນາດປະຊາຊົນກູບາ ເຊິ່ງໃນເດືອນເມສາ 2022 ຜ່ານມາ, ສອງປະທານສະພາ ກໍໄດ້ມີກອງປະຊຸມພົບປະທາງໄກຮ່ວມກັນ ເຊິ່ງໄດ້ທົບທວນຄືນການພົວພັນຮ່ວມມື, ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານຕ່າງໆ ແລະ ອື່ນໆ ບົນພື້ນຖານການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ວ່າດ້ວຍ ການຮ່ວມມື ລະຫວ່າງສອງອົງການນິຕິບັນຍັດ ທີ່ລົງນາມຮ່ວມກັນ ໃນປີ 2019 ທັງໝົດນີ້ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ ບົນພື້ນຖານຮ່ວມອຸ ດົມການສັງຄົມນິຍົມ. ພ້ອມນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍໄດ້ຢືນຢັນຄືນວ່າພັກ, ລັດຖະ ບານ ແລະ ປະຊາຊົນລາວບັນດາ
ເຜົ່າ ຈະສືບຕໍ່ເຮັດສຸດຄວາມສາ ມາດຮ່ວມກັບພັກ, ລັດຖະບານ ແລະ ປະຊົນກູບາອ້າຍນ້ອງ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຕອບສະໜອງຜົນປະ ໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອພາລະກິດສັນຕິພາບ, ມິດ ຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ໃນຕອນທ້າຍ, ສະຫາຍ ໄຊ ສົມພອນ ພົມວິຫານ ໄດ້ຝາກຄວາມຢື້ຢາມຖາມຂ່າວຂອງການນຳພັກ ແລະ ລັດຖະບານລາວ ກໍຄືໃນນາມສ່ວນຕົວ ສົ່ງຜ່ານ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌
ໄປຍັງການນຳພັກ ແລະ ລັດຖະ
ບານກູບາ ໂດຍສະເພາະ ສະຫາຍ ເອັສເຕບານ ລາໂຊ ເຮີນານເດສ
ປະທານສະພາແຫ່ງຊາດອຳນາດ
ປະຊາຊົນ ແຫ່ງ ສ ກູບາ.
ພ້ອມທັງໄດ້ຢ້ຳຄືນການເຊື້ອ
ເຊີນ ສະຫາຍ ປະທານສະພາແຫ່ງຊາດອຳນາດປະຊາຊົນກູບາ ເດີນທາງຢ້ຽມຢາມ ສປປລາວ ໃນເວລາທີ່ມີຄວາມສະດວກ ແລະ
ຂໍອວຍພອນໃຫ້ ຄະນະ ເດີນທາງກັບປະເທດ ດ້ວຍຄວາມສະຫວັດ ດີພາບ.
ກ່ອນໜ້ານີ້ ໂດຍຕອບສະ ໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ພັນຄຳ ວິພາວັນ, ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ມານູ ເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ແລະ ຄະນະ ໄດ້ເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ, ໃນວັນທີ 02-04 ຕຸລາ 2022, ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແຕ່ດົນ ນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຖານອ້າຍນ້ອງຮ່ວມອຸດົມ ການອັນດຽວກັນ ໃຫ້ນັບມື້ເຂັ້ມ ແຂງ ແລະ ແຕກດອກອອກຜົນ ຍິ່ງໆ ຂຶ້ນໃນຊຸມປີຕໍ່ໜ້າ.
ພິທີຕ້ອນຮັບຢ່າງເປັນທາງ ການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນຕອນບ່າຍຂອງວັນທີ 02 ຕຸ ລາ 2022, ຈາກນັ້ນ ກໍໄດ້ມີການ ພົບປະສອງຝ່າຍຢ່າງເປັນທາງ ການ, ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຝ່າຍກູບາ ນຳໂດຍ ສະ ຫາຍ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກລັດຖະມົນຕີ ແຫ່ງສາທາ ລະນະລັດກູບາ.
ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາ ວັນ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງມາຍັງ ສະ ຫາຍ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກລັດຖະມົນຕີ ແຫ່ງ ສ.ກູບາ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ແລະ ເປັນ ຄັ້ງປະຫວັດສາດ, ເຊິ່ງເປັນນິມິດໝາຍອັນດີໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານອ້າຍນ້ອງ ທີ່ເປັນມູນເຊື້ອ ອັນດີມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ.
ການພົບປະໃນຄັ້ງນີ້, ສອງ ຝ່າຍໄດ້ປຶກສາຫາລືແລກປ່ຽນ ຄຳຄິດເຫັນຢ່າງກົງໄປກົງມາ, ຕີລາຄາຄືນສະພາບການພົວພັນ ຮ່ວມມືສອງຝ່າຍ ໃນໄລຍະຜ່ານ ມາ ແລະ ກຳນົດທິດທາງແຜນ ການຮ່ວມມືໃນຕໍ່ໜ້າ, ເຊິ່ງສອງ ຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວ ພັນຮ່ວມມືສອງຝ່າຍທີ່ເປັນມູນ ເຊື້ອມາແຕ່ຍາວນານ, ບົນພື້ນ ຖານແຫ່ງການເຂົ້າໃຈ ແລະ ຊ່ວຍ ເຫຼືອເຊິ່ງກັນ ແລະກັນລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ກູບາ, ພາຍ ຫຼັງທີ່ສອງປະເທດໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນໃນ ວັນທີ 04 ພະຈິກ 1974 ເປັນຕົ້ນ ມາ, ເຊິ່ງການພົວພັນຮ່ວມມືດ້ານ ການ ເມືອງແມ່ນສືບ ຕໍ່ຢູ່ໃນລະດັບ ດີເລີດ ແລະ ນັບມື້ນັບໜັກແໜ້ນ ຍິ່ງໆຂຶ້ນ, ສະແດງອອກໃນການ ພົບປະແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳ ຂັ້ນສູງຂອງສອງປະເທດ ລາວ- ກູບາ ເປັນແຕ່ລະໄລຍະ, ໄດ້ມີການ ປຶກສາຫາລື ແລະ ແລກປ່ຽນ ຄຳຄິດເຫັນກັນໃນບັນຫາຕ່າງໆ ຢ່າງເປັນປະຈຳ ລວມທັງໃນ ຮູບແບບກອງປະຊຸມທາງໄກ ໃນໄລຍະການແຜ່ລະບາດຂອງ ພະຍາດໂຄວິດ-19. ພ້ອມດຽວ ກັນນີ້, ສອງຝ່າຍກໍໄດ້ຕີລາຄາ ສູງຕໍ່ການຮ່ວມມືດ້ານສາທາ ລະນະສຸກ, ດ້ານການສຶກສາ-ກິ ລາ, ເຊິ່ງເປັນຂະແໜງການຮ່ວມ ມືທີ່ມີມູນເຊື້ອມາແຕ່ດົນນານ ແລະ ພົ້ນເດັ່ນ ມີປະສິດທິພາບ ແລະ ປະສິດທິຜົນສູງ ໃນໄລຍະ ຜ່ານມາ. ນອກຈາກນີ້, ສອງຝ່າຍ ກໍ່ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນ ທີ່ພົ້ນເດັ່ນ, ແລກປ່ຽນຄຳຄິດຄຳ ເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ຮ່ວມກັນ.
ໃນໂອກາດນີ້, ສະຫາຍ ນາຍົກ ລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການສະໜັບສະໜູນຊ່ວຍເຫຼືອ ອັນລໍ້າຄ່າໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາເປັນຕົ້ນ ແມ່ນການສະໜອງທຶນການສຶກ ສາ ເພື່ອການພັດທະນາຊັບ ພະຍາ ກອນມະນຸດ, ການສົ່ງຊ່ຽວຊານ ແພດໝໍ ກູບາ ມາຊ່ວຍເຫຼືອໃຫ້ ຄວາມຮູ້ແກ່ຝ່າຍລາວ, ການ ສົ່ງທີມຄູເຝິກມວຍສາກົນ ເພື່ອ ມາເຝິກ ແອບໃຫ້ແກ່ນັກກິລ າລາວ ໃນການເຂົ້າຮ່ວມງານກິລາສຳ ຄັນຕ່າງໆ ແລະ ການຊ່ວຍເຫຼືອ ອື່ນໆ. ສອງຝ່າຍ ຢືນຢັນເຖິງ ຄວາມມຸ້ງໝັ້ນຈະສືບຕໍ່ຊອກຫາ ທຸກວິທີທາງທີ່ເປັນໄປໄດ້ ເພື່ອ ເສີມຂະຫຍາຍການຮ່ວມມືໃນ ດ້ານຕ່າງໆ ໂດຍສະເພາະດ້ານ ເສດຖະກິດ-ການຄ້າ ໄປສຄວາມ ສໍາເລັດອັນໃໝ່ຮ່ວມກັນ. ໃນຕອນ ທ້າຍ, ສະຫາຍນາຍົກ ລັດຖະມົນ ຕີ ພັນຄຳ ວິພາວັນ ໄດ້ອວຍພອນ ໃຫ້ ສະຫາຍ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງຂອງ ກູບາ ຈົ່ງປະສົບຜົນສຳເລັດໃນ ໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ອວຍພອນ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນ ດີງາມທີ່ມີມາແຕ່ດົນນານ ລະ ຫວ່າງ ສອງປະເທດ ລາວ-ກູບາ ຈົ່ງໝັ້ນຍືນ, ສືບຕໍ່ເຂັ້ມແຂງ, ຂະ ຫຍາຍຕົວ ແລະ ມີປະສິດທິຜົນ ຍິ່ງຂຶ້ນ.
ພາຍຫຼັງສຳເລັດການພົບປະ ສອງຝ່າຍ, ສະຫາຍ ນາຍົກ ລັດ ຖະມົນຕີ ພັນຄຳ ວິພາວັນ ແລະ ສະຫາຍ ນາຍົກລັດຖະມົນຕີ ມາ ນູເອັນ ມາເຣໂຣ ກຣູຊ໌ ກໍໄດ້ເຂົ້າ ຮ່ວມເປັນສັກຂີພະຍານໃນພິທີລົງ ນາມເອກະສານບົດບັນທຶກຄວາມ ເຂົ້າໃຈ ຈຳນວນ 4 ສະບັບ ຄື: 1.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາຊັ້ນສູງ ແຫ່ງ ສ ກູບາ ວ່າດ້ວຍ ການຮ່ວມມື ດ້ານການສຶກສາຊັ້ນສູງ ແລະ ຄົ້ນ ຄວ້າວິທະຍາສາດໃນໄລຍະປີ 2022-2027; 2.) ບົດບັນທຶກ ຄວາມເຂົ້າໃຈລະຫວ່າງ ກະຊວງ ກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສ ກູບາ ກ່ຽວກັບການຮ່ວມ ມືໃນຂົງເຂດກະສິກໍາ; 3.) ແຜນ ການຮ່ວມມືດ້ານການແພດລະ ຫວ່າງກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງ ສາທາລະນະສຸກ ແຫ່ງ ສ ກູບາ; 4.) ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືລະຫວ່າງ ມະຫາວິ ທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ລາຮາວານ ໃນຂົງເຂດການສຶກສາ.
ການພົບປະສອງຝ່າຍຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບ, ສະໜິດສະໜົມ, ສ້າງສັນ, ກົງໄປກົງມາແລະ ມີຄວາມເຂົ້າໃຈກັນຖານສະຫາຍອ້າຍນ້ອງທີ່ແທ້ຈິງ ຮ່ວມອຸດົມການສັງຄົມນິຍົມອັນດຽວ ກັນ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາຢ່າງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ