
ໂຮງຮຽນກໍ່ສ້າງນາຍສິບ ເລກ II ວຽງໄຊ ມອບເງິນອຸດໜູນເສຍຊີວິດ ແລະ ອຸດໜູນບຳເນັດ
ເວລາອອກຂ່າວ: 2022-10-04 09:06:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:
ວັນທີ 23 ກັນຍາ 2022, ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ມອບເງິນອຸດໜູນເສຍຊີວິດ ແລະ ເງິນອຸດໜູນບຳເນັດ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງເດືອນ ອິນທິສອນ ຫົວໜ້າຫ້ອງການເມືອງໂຮງຮຽນ, ມີຄະນະພັກ-ຄະນະບັນຊາຫ້ອງ, ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນຕີ ຄຳແດງ ສອນນະວົງ ຫົວໜ້າພະແນກປະກັນສັງຄົມໂຮງຮຽນ ໄດ້ຜ່ານຂໍ້ຕົກລົງກ່ຽວກັບການອະນຸມັດການ ຄິດໄລ່ເງິນອຸດໜູນເສຍຊິດ ແລະ ອຸດໜູນບຳເນັດອອກທະຫານ, ອີງຕາມທິດນຳຂອງອຳນວຍການໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ພະແນກປະກັນສັງຄົມ ມອບເງິນອຸດໜູນເສຍຊີວິດ ຈຳນວນ 1 ສະຫາຍ ເປັນເງິນຈຳນວນ 60.667.245 ກີບ ແລະ ມອບເງິນອຸດໜູນບຳເນັດ ຈຳນວນ 1 ສະຫາຍ ເປັນຈຳນວນເງິນ 37.906.794 ກີບ, ເປັນກຽດມອບຂອງ ສະຫາຍ ພັນເອກ ແສງເດືອນ ອິນທິສອນ. ພ້ອມທັງ, ໂອ້ລົມຕີລາຄາສູງຕໍ່ພະນັກງານທີ່ເສຍຊີວິດ ແລະ ສະຫາຍທີ່ເຂົ້າບຳເນັດ. ເຊິ່ງບັນດາສະຫາຍດັ່ງກ່າວໄດ້ປະ ກອບສ່ວນເຂົ້າໃນທຸກວຽກ ງານຂອງກົມກອງຢ່າງຕັ້ງ ໜ້າ ແລະ ຮຽກຮ້ອງໃຫ້ນຳເອົາເງິນ ຈຳນວນດັ່ງກ່າວໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ຄອບຄົວມີຄວາມສົມບູນພູນສຸກຕະຫຼອດໄປ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ