
ຫ້ອງເຕັກນິກມອບລົດຮັບໃຊ້ໃຫ້ໂຮງໝໍທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2022-10-04 09:07:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:
ວັນທີ 27 ກັນຍາ 2022, ຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ມອບລົດຮັບໃຊ້ໃຫ້ໂຮງໝໍ ກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນ ຊາການທະຫານແຂວງບໍ່ແກ້ວ, ມີສະຫາຍ ພັນເອກ ຈຸລາຍ ຈຸລະ ຈິດ ຫົວໜ້າຫ້ອງເຕັກນິກ, ມີຄະ ນະພັກ-ຄະນະບັນຊາ ກອງບັນຊາການ, ຄະນະພັກ-ຄະນະອຳນວຍການໂຮງໝໍ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກ ງານວິຊາການ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸກສະຫວັນ ແສງພະຈັນ ຫົວໜ້າພະແນກຄຸ້ມຄອງລົດຫ້ອງເຕັກນິກ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການມອບຍານພາຫະນະໃຫ້ໂຮງໝໍກອງບັນຊາການທະຫານແຂວງບໍ່ແກ້ວ ຄຸ້ມຄອງ ແລະ ນຳ ໃຊ້ ຄື: ມອບລົດຕູ້ແພດ 1 ຄັນ ຍີ່ຫຍໍ້ IVECO ລຸ້ນ NJ2045XJ ສີຂາວ ໃຫ້ໂຮງໝໍກອງບັນຊາການທະຫານແຂວງບໍ່ແກ້ວ. ຕາງໜ້າກ່າວມອບໂດຍ ສະຫາຍ ພັນເອກ ທອງໄຂ ສີຍາລາດ ແລະ ກ່າວຮັບໂດຍ ສະຫາຍ ພັນຕີ ກິແກ້ວ ຈຸນລະມະນີ ຫົວໜ້າການທະຫານໂຮງໝໍ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ທອງໄຂ ສີຍາລາດ ໄດ້ຍົກໃຫ້ເຫັນເຖິງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນສະ ເພາະໜ້າ ແລະ ຍາວນານ ໃນການປະຕິບັດວຽກງານຂອງກົມກອງ ແລະ ໄດ້ເນັ້ນໜັກຕໍ່ພະນັກງານວິຊາສະເພາະດັ່ງກ່າວຈົ່ງພ້ອມກັນເອົາໃຈໃສ່ບົວລະບັດ, ປົກປັກຮັກສາພາຫະນະເຕັກນິກລົດໃຫ້ມີຄວາມຮັບປະກັນນຳໃຊ້ໄດ້ຍາວນານ. ພ້ອມກັນນັ້ນ, ກໍຕ້ອງຕິດຕາມກວດກາພາຫະນະວັດຖຸອຸປະກອນທີ່ຂັ້ນເທິງປະກອບບໍ່ໃຫ້ຕົກເຮ່ຍເສຍຫາຍ. ທັງນີ້, ກໍເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ໃຫ້ມີຄວາມຮັບປະກັນໃນເວລາຂັ້ນເທິງຮຽກຮ້ອງຕ້ອງການສາມາດນຳໃຊ້ໄດ້ທຸກກໍລະນີ.
ໂດຍ: ສົມໄຊ ສີລາຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ