
ກອງພັນໃຫຍ່ 101 ປະກາດການປັບປຸງການຈັດຕັ້ງ ຂັ້ນອົງການກົມກອງທີ່ຂຶ້ນກັບ
ເວລາອອກຂ່າວ: 2022-10-04 09:10:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:
ໃນວັນທີ 28 ກັນຍາ 2022 ນີ້, ໄດ້ປະກາດການປັບປຸງການ ຈັດຕັ້ງຂັ້ນອົງການ, ກົມກອງທີ່ ຂຶ້ນກັບກອງພັນໃຫຍ່ 101 ກອງພົນທີ 1, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ຫົວໜ້າການເມືອງ ກອງ ພັນໃຫຍ່ 101, ມີຄະນະພັກ-ຄະ ນະບັນຊາ, ບັນດາກອງພັນ, ກອງ ຮ້ອຍເອກະລາດ ແລະ ພະນັກ ງານທີ່ຖືກແຕ່ງຕັ້ງເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນສະໝອນ ອອນລະດີ ຫົວໜ້າຂະແໜງພະ ນັກງານ ກອງພັນໃຫຍ່ 101 ໄດ້ ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງ ຕັ້ງຮອງຫົວໜ້າການເມືອງ ກອງ ພັນໃຫຍ່ 101 ອີງຕາມກົດໝາຍ ນາຍທະຫານກອງທັບປະຊາຊົນ ລາວ (ສະບັບປັບປຸງ) ໃນພາກ ທີ 2 ໝວດ ທີ 4 ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງ ຈັກການຈັດຕັ້ງນຳພາ-ບັນຊາໃນ ກຳລັງປະກອບອາວຸດໃຫ້ເຂັ້ມ ແຂງ ໜັກແໜ້ນຮອບດ້ານ ເພື່ອ ເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກະ ຊວງປ້ອງກັນປະເທດຕົກລົງແຕ່ງ ຕັ້ງ ສະຫາຍ ພັນຕີ ລັດດາວັນ ທອງສະຫວັນ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະ ແນກການເມືອງ ກອງພັນໃຫຍ່ 101, ແຕ່ງຕັ້ງ ສະຫາຍ ພັນໂທ ໄມເກດ ແສນສຸວັນ ເປັນຮອງຫົວ ໜ້າພະແນກການເມືອງ ກອງພັນໃຫຍ່ 101 ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະບັນ ຊາກອງພັນ 595 ກອງພັນໃຫຍ່ 101 ກອງພົນທີ 1, ກົມໃຫຍ່ການ ເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ບຸນນອງ ພູມໄຊ ຍະສີ ເປັນຫົວໜ້າການທະຫານ, ສະຫາຍ ພັນຕີ ພອນສີ ວົງມະນີ ເປັນຮອງຫົວໜ້າຫົວໜ້າການ ເມືອງ, ສະຫາຍ ພັນຕີ ຄຳຫຼ້າ ໂສພາລິດ ເປັນຮອງຫົວໜ້າການ ເມືອງ. ໃນນັ້ນ, ຍັງໄດ້ຜ່ານມະຕິ ຕົກລົງ ວ່າດ້ວຍ ການບົ່ງຕົວແຕ່ງ ຕັ້ງຄະນະພັກຮາກຖານ ແລະ ໜ່ວຍພັກຢູ່ບັນດາພະແນກການ, ກົມ ກອງ ແລະ ຂໍ້ຕົກລົງຂອງ ກອງ ພົນທີ 1 ວ່າດ້ວຍ ການແຕ່ງຕັ້ງຮັກສາການ, ຫົວໜ້າຂະແໜງ, ຊ່ວຍວຽກຂະແໜງ, ຄະນະກອງ ຮ້ອຍຢູ່ກອງພັນໃຫຍ່ 101 ອີກ ຈຳນວນໜຶ່ງ.
ໂດຍ: ສິນໄຊ
ເພັດລັດຕະນະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ