
ມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021
ເວລາອອກຂ່າວ: 2022-10-06 08:33:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:
ວັນທີ 4 ຕຸລາ 2022 ນີ້, ຄະນະພັກຮາກຖານໂຮງຮຽນ ທະຫານຊາຍແດນ 712 ຈັດຕັ້ງພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ແລະ ມອບບັດ ສະມາຊິກພັກສົມບູນ ຊຸດທີ V ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ກຳມະການຄະນະພັກກົມໃຫຍ່ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບໂຮງຮຽນທະຫານຊາຍແດນ 712 ແລະ ພະນັກງານສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳພັນ ເຊໃຫຍ່ທຸມມະແສງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງຮຽນທະຫານຊາຍແດນ 712 ໄດ້ສະຫຼຸບຕີລາຄາຄືນການນຳພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ແລະ ຜ່ານທິດທາງແຜນ ການປະຈຳປີ 2022 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ການນຳພາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນໄລຍະຜ່ານມາ. ຈາກນັ້ນ, ກໍໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາກົມກອງທີ່ຂຶ້ນກັບຄະນະພັກກົມໃຫຍ່ເສນາທິການກອງທັບ ແລະ ມະຕິຕົກລົງວ່າດ້ວຍການ
ອອກບັດໃຫ້ສະມາຊິກພັກສົມບູນຊຸດທີ V ໃນນີ້, ສະເພາະຢູ່ໂຮງ ຮຽນທະຫານຊາຍແດນ 712 ຄະນະພັກກະຊວງປ້ອງກັນປະ ເທດ ຕົກລົງຮັບຮອງເອົາເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 6 ໜ່ວຍພັກຄື: ໜ່ວຍພັກພະແນກບໍລິຫານ-ສັງລວມ ສະເໜີຮັບຮອງ ຄັ້ງທີ 3, ໜ່ວຍພັກພະແນກການເມືອງສະເໜີຮັບຮອງຄັ້ງທີ 2, ໜ່ວຍພັກພະແນກພະລາທິການ, ໜ່ວຍພັກພະແນກເຕັກນິກ, ໜ່ວຍພັກພະແນກອົບຮົມ, ໜ່ວຍພັກກອງພັນນັກຮຽນ ແມ່ນສະເໜີຮັບຮອງໃໝ່ ແລະ ມອບບັດສະມາຊິກພັກສົມບູນໃຫ້ພະນັກງານສະມາຊິກພັກ ຈຳນວນ 53 ສະຫາຍ. ໂດຍການຂຶ້ນມອບຂອງ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ ຢ່າງສົມກຽດ.
ຂ່າວຍັງໃຫ້ຮູ້ຕຶ່ມອີກວ່າ: ໃນວັນດຽວກັນ ຍັງໄດ້ຈັດຕັ້ງປາຖະກະຖາມູນເຊື້ອວິລະກຳຂອງເຫຼົ່າຮົບ ທະຫານຊາຍແດນກອງທັບປະຊາຊົນລາວ ແລະ ຈັດຕັ້ງຂະບວນການແຂ່ງຂັ້ນກີລາມວນຊົນ ເນື່ອງໃນ ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບ ຄົບຮອບ 10 ປີ ຢ່າງເປັນຂະບວນການຟົດຟື້ນມ່ວນຊື່ນ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ