
ກອງພົນທີ 5 ປະກາດການປັບປຸງການຈັດຕັ້ງຂັ້ນກອງພັນ
ເວລາອອກຂ່າວ: 2022-10-06 09:15:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:
ວັນທີ 3 ຕຸລາ 2022 ນີ້, ກອງພົນທີ 5 ໄດ້ປະກາດການປັບ ປຸງການຈັດຕັ້ງຂັ້ນກອງພັນ, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກສີປະເສີດ ເຜີຍຄຳສີງ ເລຂາຄະນະພັກ ຫົວໜ້າການ ເມືອງ ກອງພົນທີ 5 ມີ ສະຫາຍ ພັນເອກ ວຽງເພັດ ສົມມານີ ຫົວ ໜ້າກົມເສນາເຕັກນິກກົມໃຫຍ່ ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງພັນໃຫຍ່, ສູນເຝິກກອງພົນ, ໂຮງໝໍ, ກອງພັນ, ກອງຮ້ອຍເອກະລາດ, ພະແນກການທີ່ກ່ຽວ ຂ້ອງ, ຕະຫຼອດຮອດ ພະນັກງານ ວິຊາການເຕັກນິກ ແລະ ພະນັກ ງານໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມ.
ພັນໂທ ຄຳໄພ ປະທຸມທອງ ຫົວໜ້າພະແນກພະນັກງານໄດ້ ຜ່ານຂໍ້ຕົກລົງ ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຈະເລີນ ພັນມິດສາ ເປັນຮອງຮັບຜິດຊອບວຽກງານເຕັກ ນິກ ກອງພັນ13 ກອງພັນໃຫຍ່ 501, ແຕ່ງຕັ້ງ ສະຫາຍ ພັນຕີ ສາຄອນ ຫຼວງເສນາ ເປັນຮອງຮັບຜິດຊອບວຽກງານເຕັກນິກ ກອງພັນເຄື່ອນທີ່ໄວ ກອງພົນທີ 5, ແຕ່ງຕັ້ງ ສະຫາຍ ພັນຕີ ວາດສະໜາ ສີພະຈັນ ເປັນຮອງຮັບຜິດຊອບວຽກງານເຕັກນິກ ກອງພັນ 427 ແຕ່ງຕັ້ງ ສະຫາຍ ພັນຕີ ບົວໄທ ແກ້ວດວງຕາ ເປັນຮອງຮັບຜິດຊອບວຽກງານເຕັກ ນິກ ກອງພັນ 11 ກອງພັນໃຫຍ່ 502, ແຕ່ງຕັ້ງ ສະຫາຍ ພັນຕີ ອຸໄທ ໂພທິສານ ເປັນຮອງຮັບຜິດ ຊອບວຽກງານເຕັກນິກ ກອງພັນ 12 ກອງພັນໃຫຍ່ 502, ແຕ່ງຕັ້ງ ສະຫາຍ ພັນຕີ ອາກອນ ອ່ຽນປັນຍາ ເປັນຮອງຮັບຜິດຊອບວຽກງານເຕັກນິກ ກອງພັນ 18 ກອງພັນໃຫຍ່ 502, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ພຸດໄຊ ແກ້ວສຸລິຍັນ ເປັນຮອງຮັບຜິດຊອບວຽດງານເຕັກນິກ ກອງພັນ 23 ກອງພັນໃຫຍ່ 501 ແລະ ແຕ່ງຕັ້ງ ສະຫາຍ ພັນຕີ ບຸນເພັງ ພົມສະໝອນ ເປັນຮອງຮັບຜິດຊອບວຽກງານເຕັກນິກ ກອງພັນ 429.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ