ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 09 ທັນວາ 2023



ປິດ​ຊຸດ​ຮຽນ​ກໍ່ສ້າງ​ວິຊາ​ສະເພາະ​ນ້ຳມັນ​ເຊື້ອ​ໄຟ​ກອງທັບ ຊຸດ​ທີ XII
ເວລາອອກຂ່າວ: 2022-11-24 09:25:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນ​ວັນ​ທີ 18 ພະຈິກ 2022 ນີ້, ກົມ​ນ້ຳມັນ​ເຊື້ອ​ໄຟກົມ​ ໃຫຍ່​ພະລາທິການ​ກອງທັບ, ໄດ້​ປິດ​ຊຸດຮຽນ​ກໍ່ສ້າງ​ວິຊາສະເພາະ​ ນ້ຳມັນ​ເຊື້ອ​ໄຟ​ຊັ້ນ​ຕົ້ນ​ຊຸດ​ທີ XII ປະຈຳ​ສົກຮຽນ​ 2021-2022 ຢູ່​ທີ່​ສູນ​ເຝິກ​ວິຊາ​ສະເພາະນ້ຳ ມັນ​ເຊື້ອ​ໄຟ​ກອງທັບ, ໂດຍເປັນ​ ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ​ ຂອງ ສະຫາຍ ພັນ​ເອກ ຈັນທະ​ຈັກ ໄຊ​ຍະ​ວົງສາ ຫົວໜ້າ​ກົມ​ນ້ຳມັນ​ເຊື້ອ​ໄຟ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຄະນະ​ນຳ​ກົມ​ນ້ຳມັນ​ເຊື້ອ​ໄຟ ກົມ​ໃຫຍ່​ພະລາທິການ, ກົມ​ເສນາ​ພະ​ລາ, ຄະນະ​ຮັບຜິດຊອບ, ຄູອາຈານ, ແຂກ​ທີ່​ຖືກ​ເຊີນ​ຕະຫຼອດ​ຮອດ​ນັກຮຽນ​ເຂົ້າ​ຮ່ວມ. ສະຫາຍ​ ພັນ​ໂທ ອຳໄພພອນ ພູມ​ມາລາ​ວົງ ຫົວໜ້າ​ສູນ​ເຝິກ​ວິຊາ​ສະເພາະ​ນໍ້າມັນ​ເຊື້ອ​ໄຟ​ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ຜົນ​ໄດ້​ຮັບ​ການ​ຮຽນ-ການ​ສອນ​ກໍ່ສ້າງ​ວິຊາ​ສະເພາະ​ນ້ຳມັນ​ເຊື້ອ​ໄຟ​ຊັ້ນ​ຕົ້ນ​ຊຸດ​ທີ XII ປະຈຳ​ສົກຮຽນ​ປີ 2021-2022 ໃນ​ໄລຍະ​ຜ່ານ​ມາຄູ-ອາຈານ​ໄດ້​ເອົາໃຈໃສ່​ເຂົ້າ​ໃນ​ການ​ຄົ້ນຄວ້າ​ຕຳລາ​ຫຼັກສູດ ເພື່ອ​ຄັດ​ເລືອກ​ເອົາ​ບົດຮຽນ​ທີ່​ຈະ​ສິດສອນ ແລະ ສົ່ງ​ຄວາມ​ຮູ້​ໃຫ້​ແກ່​ນັກຮຽນ, ມີ​ການ​ຍົກ​ຕົວຢ່າງ, ຕັ້ງ​ຄຳ​ຖາມ, ສົນທະນາ​ແລກປ່ຽນ, ພ້ອມທັງ​ລົງ​ພາກ​ປະຕິບັດ​ຕົວ​ຈິງ, ຕະຫຼອດ​ໄລຍະ​ການ​ຮຽນ, ນັກຮຽນ​ແຕ່​ລະ​ສະຫາຍ​ໄດ້​ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ປະຕິບັດ​ຕາມ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ຂັ້ນ​ເທິງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ມີ​ການ​ຄົ້ນຄວ້າ​ຊອກ​ຮູ້​ຮ່ຳຮຽນ, ຫ້າວຫັນ​ບຸກ​ບືນ ແລະ ປະຕິບັດ 7 ລະບອບ 18 ວຽກ​ໃນ​ແຕ່​ລະ​ວັນ​ໄດ້​ເປັນ​ຢ່າງ​ດີ, ເຊິ່ງ​ຜົນ​ໄດ້​ຮັບ​ຕົວ​ຈິງ​ໃນ​ການ​ຮ່ຳຮຽນ, ຄະແນນ​ສະເລ່ຍໝົດ​ປີ ປະເພດ​ເກັ່ງ 18 ສະຫາຍ, ປະເພດ​ແຂງ 25 ສະຫາຍ, ປະເພດກາງ 15 ສະຫາຍ ແລະ ຄະແນນ​ເສັງ​ຈົບ​ຊັ້ນ 3 ວິຊາ: ປະເພດ​ເກັ່ງ 12 ສະຫາຍ, ປະເພດ​ແຂງ 37 ສະຫາຍ, ປະເພດ​ກາງ 9 ສະຫາຍ, ນອກຈາກ​ການ​ເຝິກອົບຮົມ​ແລ້ວ, ນັກຮຽນ​ແຕ່​ລະ​ສະຫາຍ ຍັງ​ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ຂະບວນ​ການ​ວຽກ​ງານ​ລວມ​ຂອງ​ກົມ​ກອງ ກໍ​ຄື​ສູນ​ເຝິກ​ວາງ​ອອກ, ໂດຍ​ສະເພາະ​ວຽກ​ງານ​ເພີ່ມ​ພູນ​ຜະລິດຜົນ, ປູກຝັງ-ລຽ້ງ​ສັດ ເພື່ອ​ສະໜອງ​ເຂົ້າ​ເຮືອນຄົວ​ລວມ, ບຸກຄົນ​ໜຶ່ງ​ຕ້ອງ​ໃຫ້​ໄດ້ 60 ກິ​ໂລ​ກຣາມ ຕໍ່​ສົກຮຽນ ແລະ ສາມາດ​ເກັບ​ຜົນລະປູກ ໄດ້​ທັງ​ໝົດ 3.540 ກິ​ໂລ​ກຣາມ, ຄິດໄລ່​ເປັນ​ເງິນ 17.500.000 ກີບ, ລ້ຽງ​ງົວ, ແບ້​ຈຳນວນ 5 ໂຕ. ເກີດ​ໃໝ່ 1 ໂຕ, ລ້ຽງ​ເປັດ-ໄກ່ ຂາຍ​ເຂົ້າ​ເຮືອນຄົວ​ລວມ​ຄິດໄລ່​ເປັນ​ເງິນ 1.985.100 ກີບ. ຈານ​ນັ້ນ, ກໍ​ໄດ້​ມີ​ການ​ມອບ​ໃບ​ປາ​ກາ​ສະ​ນີ​ຍະ​ບັດ​ໃຫ້​ແກ່​ນັກຮຽນ ຈຳນວນ​ທັງ​ໝົດ 58 ສະຫາຍ, ໃຫ້​ກຽດ​ມອບ​ໂດຍ ສະຫາຍ​ພັນ​ເອກ ຈັນທະ​ຈັກ ໄຊ​ຍະ​ວົງສາ ປະທານ​ກອງ​ປະຊຸມ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ