
ຜົນກອງປະຊຸມລັດຖະບານ ປະຈຳເດືອນພະຈິກ 2022
ເວລາອອກຂ່າວ: 2022-11-24 09:42:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7 | ຄວາມນິຍົມ:
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ແລະ ອັດລົງໃນຕອນທ່ຽງຂອງວັນທີ 22 ພະຈິກ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື, ຄົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳຕໍ່ວາລະທີ່ສຳຄັນຕ່າງໆຄື: ວາລະທີ 1: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນພະຈິກ ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນທັນວາ 2022 ເຊັ່ນ: ວຽກງານໃນຂົງເຂດເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການສະຫຼຸບຕີລາຄາ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຜ່ານມາ. ກອງປະຊຸມໄດ້ຊີ້ນຳໃຫ້ບັນດາກະຊວງ-ຂະແໜງການຖືມາດຕະການໃນການແກ້ໄຂຂໍ້ຄົງຄ້າງ, ບັນຫາທີ່ສັງຄົມ ໃຫ້ຄວາມສົນໃຈ ເປັນວຽກບູລິມະສິດເຄັ່ງຮ້ອນ, ພ້ອມກັນນີ້ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຄວາມເປັນເຈົ້າການ ຂອງສະມາຊິກລັດຖະບານ ໃນການປະຕິບັດໜ້າທີ່ຕາມຂອບເຂດສິດ, ພາລະບົດບາດຂອງຂະແໜງການຕົນ ໃຫ້ສູງຂຶ້ນກວ່າເກົ່າ; ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ໃຫ້ເຂົ້າສູ່ຂົງເຂດວຽກງານຂະແໜງການຕົນ ຢ່າງເປັນຮູບປະທຳຕົວຈິງ; ສືບຕໍ່ຮັບປະກັນໄດ້ຄວາມໝັ້ນຄົງ ແລະ ຄວາມສະຫງົບປອດໄພຮອບດ້ານ ໃນທົ່ວສັງຄົມ; ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງບົດສະຫຼຸບຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນກະທັດຮັດ, ຈະແຈ້ງ ແລະ ຄົບຖ້ວນ ເພື່ອນຳໄປຈັດຕັ້ງປະຕິບັດຢ່າງມີປະສິດພາບ, ປະສິດທິຜົນ, ສຳເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້.
ວາລະທີ 2: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດ ວ່າດ້ວຍການກຳນົດຂະໜາດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ) ແລະ ຮ່າງດຳລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ). ກອງປະຊຸມ ໄດ້ຊີ້ນຳໃຫ້ ກະຊວງອຸດສາຫະ ກຳ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງປັບປຸງ ແລະ ຮຽບຮຽງຮ່າງດຳລັດທັງສອງສະບັບດັ່ງກ່າວຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະທາງດ້ານຄຳສັບ ແລະ ເນື້ອໃນ ໃຫ້ຄົບຖ້ວນ, ຊັດເຈນ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງ ແນໃສ່ໃຫ້ການຈັດຕັ້ງປະຕິບັດຕົວຈິງ ມີຄວາມສະດວກ ແລະ ມີປະສິດທິຜົນ, ພາຍຫຼັງສຳເລັດແລ້ວນຳສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ປະກາດໃຊ້.
ວາລະທີ 3: ກອງປະຊຸມ ໄດ້ພິຈາລະນາຮ່າງດຳລັດ ວ່າດ້ວຍ
ການແຕ່ງກາຍ ແລະ ໄດ້ຊີ້ນຳ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງນຳໄປສືບຕໍ່ຄົ້ນຄວ້າປັບປຸງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເຊິ່ງອາດເຮັດເປັນຄຳແນະນຳກ່ຽວກັບມາລະຍາດໃນການແຕ່ງກາຍ ເນື່ອງຈາກວ່າການແຕ່ງກາຍ, ການນຸ່ງຖືແມ່ນພົວພັນ ເຖິງວັດທະນະທຳ, ຮີດຄອງປະເພນີ, ແບບແຜນດຳລົງຊີວິດ ກໍຄືຕິດພັນກັບທຸກຊັ້ນຄົນໃນທົ່ວສັງຄົມ; ລັດຖະບານຍາມໃດ ກໍຊຸກຍູ້ສົ່ງເສີມໃຫ້ພົນລະເມືອງລາວທຸກຄົນ ຮ່ວມກັນປົກປັກຮັກສາເອກະລັກ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງບັນດາເຜົ່າເຮັດໃຫ້ການນຸ່ງຖືແຕ່ງກາຍ ເປັນຄ່ານິຍົມ ແລະ ກາຍເປັນສິ່ງເອກອ້າງທະນົງໃຈ ຂອງຊາດລາວເຮົາ.
ວາລະທີ 4: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດ ວ່າດ້ວຍ ເລກປະຈຳຕົວ ຂອງຜູ້ເສຍອາກອນ. ພ້ອມກັນນີ້, ໄດ້ຊີ້ນຳກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອສາມາດຄຸ້ມຄອງ ແລະ ເກັບກຳໄດ້ບັນດາບັນຊີ ຈຳນວນບຸກຄົນ, ນິຕິບຸກຄົນ ທີ່ໄດ້ດຳເນີນທຸລະກິດ, ທັງສາມາດຕິດຕາມ, ກວດກາການດຳເນີນທຸລະກິດ, ການເສຍພັນທະ-ອາກອນ ເຂົ້າງົບປະມານລັດ ໃຫ້ມີຄວາມໂປ່ງໄສ, ມີປະສິດທິພາບ ແລະ ປະສິດທິຜົນ, ສິ່ງສຳຄັນ ແມ່ນໃຫ້ສາມາດເຊື່ອມໂຍງຂໍ້ມູນ ກັບລະບົບຕ່າງໆຂອງຂະແໜງການກ່ຽວຂ້ອງ ແລະ ລະບົບ ID ໃໝ່ ທີ່ຈະພັດທະນາໃນຕໍ່ໜ້າ.
ວາລະທີ 5: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງຍຸດທະສາດວຽກງານຄຸ້ມຄອງລັດຖະກອນແຫ່ງ ສປປ ລາວ ຮອດປີ 2030 ແລະ ໄດ້ຊີ້ນຳໃຫ້ກະຊວງພາຍໃນສົມທົບກັບພາກສ່ວນທີ່ກ່ຽວຂ້ອງນຳໄປປັບປຸງ ແລະ ຮຽບຮຽງຮ່າງຍຸດທະສາດດັ່ງກ່າວຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນຊື່ຂອງຍຸດທະສາດ, ຈຸດປະສົງ ແລະ ໂຄງສ້າງ, ການກຳນົດຄາດໝາຍສູ້ຊົນ, ການກຳນົດຕຳແໜ່ງງານ ແລະ ກົງຈັກການຈັດຕັ້ງ, ວິທີການຄັດເລືອກ-ເລືອກເຟັ້ນລັດຖະກອນ, ການສ້າງເງື່ອນໄຂ ແລະ ສົ່ງເສີມຄົນດີ-ຄົນເກັ່ງເຂົ້າເປັນລັດຖະກອນ, ການກຳນົດນະໂຍບາຍຕໍ່ລັດຖະກອນ, ໄລຍະເວລາຂອງຍຸດທະສາດ ໃຫ້ຕິດພັນກັບໄລຍະເວລາ ແລະ ເນື້ອໃນຂອງແຜນພັດທະນາ ແລະ ວິໄສທັດ, ສິ່ງສຳຄັນ ຍຸດທະສາດຕ້ອງກົມກຽວສອດຄ່ອງກັບແຜນພັດທະນາຊັບພະຍາກອນມະນຸດ ແລະ ວຽກງານຈັດຕັ້ງ, ການຄຸ້ມຄອງ ແລະ ພັດທະນາລັດຖະກອນໃຫ້ມີລັກສະນະບຸກທະລຸເນັ້ນດ້ານຄຸນນະພາບເປັນສຳຄັນ, ທັງໃຫ້ສອດຄ່ອງກັບສະພາບຕົວຈິງ.
ວາລະທີ 6: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍ ການລຶບລ້າງທຸກຮູບແບບ ການຈຳແນກຕໍ່ແມ່ຍິງ (ຊີດໍ) ຢູ່ ສປປ ລາວ. ກອງປະຊຸມໄດ້ຊີ້ນຳ ໃຫ້ຄະນະກຳມາທິການ ເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ສົມທົບກັບພາກສ່ວນກ່ຽວຂ້ອງນຳໄປປັບປຸງ ແລະ ຮຽບຮຽງຮ່າງບົດລາຍງານດັ່ງກ່າວ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນຕື່ມ ໂດຍສົມທົບກັບຂໍ້ມູນການປະຕິບັດແຜນງານຕ່າງໆທີ່ກ່ຽວຂ້ອງຂອງຂະແໜງການ ແລະ ທ້ອງຖິ່ນ.
ສຳລັບແຕ່ນີ້ຮອດໝົດເດືອນທັນວາ 2022, ເນື່ອງຈາກສະພາບການຂອງສາກົນ ແລະ ພາກພື້ນຍັງຈະສືບຕໍ່ຜັນແປຢ່າງສັບສົນຄາດເດົາໄດ້ຍາກ ເຊິ່ງຍັງຈະສືບຕໍ່ກະທົບຕໍ່ປະເທດເຮົາ ຢ່າງຫຼີກລ່ຽງບໍ່ໄດ້, ສະນັ້ນລັດຖະບານຍັງຈະໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຕ່າງໆທີ່ຈະເກີດຂຶ້ນໃຫ້ທັນການ ແລະ ຈະສຸມໃສ່ປະຕິບັດບາງວຽກງານທີ່ສຳຄັນດັ່ງນີ້: ສືບຕໍ່ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃຫ້ເຂົ້າສູ່ລວງເລິກ ໂດຍສ້າງເປັນແຜນການລະອຽດໃນການຈັດຕັ້ງປະຕິບັດແຕ່ລະດ້ານໃຫ້ໄດ້ຮັບຜົນສຳເລັດ ແລະ ມີປະສິດທິຜົນຫຼາຍຂຶ້ນ ໂດຍສະເພາະການແບ່ງຄວາມຮັບຜິດຊອບ ໃນການປະຕິບັດມະຕິວ່າດ້ວຍວຽກງານທີ່ດິນ ໃນໄລຍະ ໃໝ່; ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ລວມທັງກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ໄດ້ຮັບຜົນດີ; ສຸມໃສ່ກະກຽມບົດລາຍງານ 7 ຫົວຂໍ້ ແລະ ການປັບປຸງກົດໝາຍ 10 ສະບັບ ທີ່ລັດຖະບານຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີເນື້ອໃນ ຊັດເຈນ, ຖືກຕ້ອງ, ຄົບຖ້ວນ ແລະ ສຳເລັດຕາມກຳນົດເວລາ;
ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ດ້ວຍຈິດໃຈບຸກບືນສູ້ຊົນ, ແຂງແຮງ ແລະ ໄດ້ຮັບຜົນດີຂຶ້ນກວ່າເກົ່າ ພ້ອມທັງສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກດັ່ງກ່າວ ໃນປີ 2022 ແລະ ສະເໜີແຜນ ປີ 2023 ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ; ສືບຕໍ່ເອົາໃຈໃສ່ນຳພາ ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ໂດຍສະເພາະຮັບປະກັນຄວາມສະຫງົບ ແລະ ປອດໄພໃຫ້ແກ່ງານສຳຄັນຕ່າງໆ ເຊັ່ນ: ງານສະເຫຼີມສະຫຼອງທົ່ງໄຫຫີນເປັນມໍຣະດົກໂລກ, ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ, ມະຫະກຳກິລາແຫ່ງຊາດ ທີ່ຈະຈັດຂຶ້ນທີ່ແຂວງຊຽງຂວາງ ແລະ ອື່ນໆ. ພ້ອມນີ້, ກໍເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະຂີ້ລັກງັດແງະ ລວມທັງບັນຫາສື່ສັງຄົມອອນລາຍທີ່ສະເໜີຂ່າວບິດເບືອນ, ຂ່າວປອມ ແລະ ຂ່າວລືໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ; ກະກຽມຈັດກອງປະຊຸມແຜນການ-ການເງິນ ທົ່ວປະເທດ ໃຫ້ມີເນື້ອໃນເລິກເຊິ່ງ, ຮັດກຸມ ແລະ ມີການຫັນປ່ຽນໃໝ່ທາງດ້ານການເກັບລາຍຮັບ, ການປະຕິບັດໂຄງການລົງທຶນຂອງລັດ; ສືບຕໍ່ສ້າງສະພາບແວດລ້ອມທີ່ດີໃນການດຶງດູດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ວ່ອງໄວກວ່າເກົ່າ; ສືບຕໍ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານ, ດຳລັດວ່າດ້ວຍ ການປະຢັດ ແລະ ຕ້ານການຟູມເຟືອຍ, ດຳລັດ ວ່າດ້ວຍລັດຂອງລັດ ແລະ ນິຕິກຳກ່ຽວຂ້ອງອື່ນໆ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນກວ່າເກົ່າ; ສືບຕໍ່ປະຕິຮູບບັນດາລັດວິສາຫະກິດຢ່າງແຂງແຮງ ຕາມມະຕິຂອງລັດຖະບານ ເລກທີ 10 ປີ 2021 ໃຫ້ສຳເລັດຕາມແຜນ; ສືບຕໍ່ສຸມໃສ່ແກ້ໄຂສະພາບການວ່າງງານ, ຍົກສູງຄຸນນະພາບຂອງສີມືແຮງງານລາວ ເພື່ອຕອບສະໜອງໃຫ້ແກ່ຕະຫຼາດພາຍໃນ ທັງກ້າວໄປສູ່ການສົ່ງອອກແຮງງານໄປຕ່າງປະເທດໃຫ້ຫຼາຍຂຶ້ນ ເພື່ອປະກອບສ່ວນນຳເງິນຕາຕ່າງປະເທດ ເຂົ້າສູ່ເສດຖະກິດລາວເພີ່ມຂຶ້ນ; ສຸມໃສ່ກະກຽມຄວາມພ້ອມໃຫ້ແກ່ພິທີເຫຼີມສະຫຼອງ ແລະ ງານສຳຄັນຕ່າງໆ ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ ຫາເດືອນທັນວາ ບົນຈິດໃຈກະທັດຮັດ ແລະ ປະຢັດມັດທະຍັດ; ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກ ໃຫ້ມີປະສິດທິຜົນ. ໃນນີ້, ຈັດຕັ້ງຜັນຂະຫຍາຍຜົນສຳເລັດ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41, ປະຕິບັດຜົນການຕົກລົງ ຂອງການພົບປະຂອງການນຳຂັ້ນສູງ ກັບບັນດາປະເທດເພື່ອນມິດໃຫ້ຖືກຕ້ອງ, ທັນການ ແລະ ໄດ້ຮັບຜົນດີ. ພ້ອມກັນນີ້, ກໍກະກຽມຮອບດ້ານໃຫ້ແກ່ການໄປເຄື່ອນໄຫວຕ່າງປະເທດ ແລະ ການຕ້ອນຮັບແຂກຕ່າງປະເທດ ທີ່ຈະມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ; ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເດີນມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ພ້ອມທັງເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ແລະ ເຂົ້າຮ່ວມກອງປະຊຸມ ຄະນະກຳມະການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຄັ້ງທີ 45 ແລະ ສືບຕໍ່ສຸມໃສ່ກະກຽມສ້າງແຜນດຳເນີນງານ ຂອງລັດຖະບານ ປີ 2023 ໃຫ້ສຳເລັດ ເພື່ອພິຈາລະນາໃນກອງປະຊຸມລັດຖະບານ ໃນເດືອນທັນວາ.
ໃນຕອນທ້າຍ, ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາທ່ານ ສະມາຊິກລັດຖະບານ ຈົ່ງນຳເອົາມະຕິກອງປະຊຸມລັດຖະບານຄັ້ງນີ້ ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງ ຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນຢູ່ໃນແຕ່ລະຂັ້ນ ແລະ ມີຄາດໝາຍ ໃນແຕ່ລະໄລຍະໃຫ້ຊັດເຈນ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງຂອງແຕ່ຂະແໜງການ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ
ຂ່າວ: ກົມປະຊາສຳພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ