
ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກ ຢູ່ ກອງພັນໃຫຍ່ 605
ເວລາອອກຂ່າວ: 2022-11-25 08:47:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:
ໃນວັນທີ 22 ພະຈິກ 2022, ສະຫາຍ ພັນເອກ ຟອງສະໝຸດ ພົນທິລາດ ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກ ຢູ່ກອງພັນໃຫຍ່ 605, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ປະເສີດ ທ່ຽງທຳ ຫົວໜ້າການທະຫານກອງພັນໃຫຍ່ 605 ພ້ອມຄະນະ.
ສະຫາຍ ພັນໂທ ບຸນເພັງ ອິນທະວົງ ຫົວໜ້າພະແນກແຜນການກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້ໃຫ້ຮູ້ວ່າ: ອີງຕາມການເຫັນດີຂອງຫົວໜ້າກົມ
ໃຫຍ່ເຕັກນິກກອງທັບໃນເອກະສານສະເໜີ ວ່າດ້ວຍການມອບເງິນປະຕິບັດງານເຕັກນິກເຫຼົ່າຮົບ ປີ 2022 ໃຫ້ກອງພັນໃຫຍ່ 605 ຈຳນວນ 20.000.000
ກີບ ເພື່ອນຳໃຊ້ເຂົ້າໃນການບົວ ລະບັດສ້ອມແປງອາວຸດ-ຍຸດໂທ ປະກອນເຫຼົ່າຮົບປືນໃຫຍ່ໜ້າດິນໃຫ້ມີຄຸນນະພາບສູງ, ຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ.
ໂດຍ: ໜູແດງ ລາດສະແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ