
10 ເດືອນຜ່ານມາ ພະແນກຜະລິດ ວຕກ ສ້າງລາຍຮັບໄດ້ 332 ລ້ານກວ່າກີບ
ເວລາອອກຂ່າວ: 2022-11-25 09:00:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:
ການຜະລິດກະສິກຳ ເປັນວຽກງານໜຶ່ງທີ່ສຳຄັນ ໃນການຮັບປະກັນລ້ຽງດູທັບ ພາຍໃຕ້ຄຳຂວັນ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ເພື່ອສະໜອງສະບຽງອາຫານເຂົ້າເຮືອນຄົວລວມ ແລະ ຂາຍອອກຮັບໃຊ້ສັງຄົມ, ພ້ອມທັງແກ້ໄຂຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບໃນກົມກອງໃຫ້ສາມາດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ, ສຳລັບຢູ່ ວິທະຍາຄານເຕັກນິກການທະ ຫານ (ວຕກ), ຄະນະພັກ-ຄະ ນະອຳນວຍການວິທະຍາຄານ ໄດ້ຊີ້ນຳພະແນກການທີ່ກ່ຽວ ຂ້ອງສຸມໃສ່ຜະລິດກະສິກຳ ຕາມເງື່ອນໄຂ ແລະ ທ່າແຮງບົ່ມຊ້ອມຂອງກົມກອງ ເຊິ່ງສາມາດສ້າງລາຍຮັບໄດ້ສູງສົມຄວນ.
ສະຫາຍ ພັນໂທ ສິພອນ ມາ ຫາວົງ ຫົວໜ້າພະແນກຜະລິດກະສິກຳ ຫ້ອງພະລາທິການວິທະ ຍາຄານເຕັກນິກການທະຫານ ໄດ້ຊີ້ແຈງໃຫ້ຮູ້ວ່າ: ໂດຍໄດ້ຮັບການຊີ້ນຳຈາກຄະນະພັກ-ຄະນະອຳນວຍການວິທະຍາຄານ ໃຫ້ປະຢັດມັດທະຍັດລາຍຈ່າຍ ແລະ ຫັນມາສູ່ການກຸ້ມຕົນເອງໃຫ້ຫຼາຍຂຶ້ນ, ພະແນກຜະລິດ ໄດ້ປຶກສາຫາລື ແລະ ມີຄວາມເປັນເອກະ ພາບກັນໃນການປູກຝັງ-ລ້ຽງ ສັດ, ໂດຍໄດ້ໝູນໃຊ້ຄວາມຮູ້ຄວາມສາມາດຂອງພະນັກງານວິຊາການແຕ່ລະດ້ານ ເຂົ້າໃນວຽກງານຕົວຈິງ, ເຊິ່ງປັດຈຸບັນ, ພະແນກຜະລິດກະສິກຳ ວຕກ ມີຈຳນວນພົນທັງໝົດ 30 ສະຫາຍ, ແບ່ງອອກເປັນ 3 ພາກສ່ວນຄື: ພາກສ່ວນຮັບຜິດຊອບປູກຝັງ, ພາກສ່ວນຮັບຜິດຊອບລ້ຽງສັດ ແລະ ພາກສ່ວນຜະລິດ-ບໍລິການນ້ຳດື່ມ, ໄດ້ປຸກລະດົມຊຸກຍູ້ພະ ນັກງານວິຊາການແຕ່ລະພາກ ສ່ວນໃຫ້ເປັນເຈົ້າການປະຕິບັດໜ້າວຽກຕາມຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນຂະ ບວນຟົດຟື້ນ ແລະ ໄດ້ຮັບໝາກ ຜົນສູງ, ສະແດງອອກໃນໄລຍະເດືອນ ມັງກອນຫາຕຸລາປີ 2022 ນີ້, ສາມາດເກັບກູ້ພືດຜັກຊະນິດຕ່າງໆໄດ້ 25.900 ກິໂລກຣາມ ຄິດເປັນເງິນ 51 ລ້ານກວ່າກີບ, ລ້ຽງໝູພັນຊີ້ນ 42 ໂຕ ເປັນເງິນ 121 ລ້ານກວ່າກີບ, ຂາຍປາ 1 ໂຕນກວ່າ ເປັນເງິນ 27 ລ້ານ ກວ່າກີບ, ຂາຍນົກກະທາ 5.476 ໂຕ ເປັນເງິນ 31 ລ້ານກວ່າກີບ, ຂາຍເປັດ+ໄກ່ 664 ກິໂລ ກຣາມ ເປັນເງິນ 24 ລ້ານກວ່າກີບ, ບໍລິການຂາຍນ້ຳດື່ມຕຸກໃຫຍ່ 15.046 ຕຸກ ເປັນເງິນ 49 ລ້ານກວ່າກີບ, ຕຸກນ້ອຍ 391 ແກັດ ເປັນເງິນ 11 ລ້ານກວ່າກີບ, ສາມາດສ້າງລາຍຮັບ ຈາກການປູກຝັງ-ລ້ຽງສັດ ແລະ ການບໍລິການຕ່າງໆໄດ້ທັງໝົດ 332 ລ້ານກວ່າກີບ. ເງິນຈຳນວນດັ່ງກ່າວນີ້ ໄດ້ໝູນໃຊ້ເຂົ້າໃນການປັບປຸງສະຖານ ທີ່ຄ້າຍຄູໃຫ້ແໜ້ນໜາຖາວອນ ແລະ ໃຊ້ເປັນທຶນໃນການຜະລິດກະສິກຳໃນຕໍ່ໜ້າ.
ສຳລັບແຜນການໃນຕໍ່ໜ້ານີ້,ພະແນກຜະລິດກະສິກຳ ຫ້ອງພະລາທິການ ວຕກ ຈະສຸມໃສ່ປູກຜັກຕາມລະດູການ, ລ້ຽງໝູ, ເປັດ, ໄກ່, ນົກກະທາ ແລະ ຈຳ ໜ່າຍປາທີ່ມີຢູ່ແລ້ວ, ພ້ອມທັງ ປັບປຸງໂຮງງານຜະລິດນ້ຳດື່ມ ແລະ ສະຖານທີ່ທຳການຜະລິດໃຫ້ແໜ້ນໜາຖາວອນ ເພື່ອຮັບ ປະກັນໃຫ້ແກ່ການຜະລິດກະສິກຳໄດ້ຮັບໝາກຜົນສູງກວ່າເກົ່າ.
ໂດຍ: ນ.ໄຂຄຳ ພົມມະສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ