ກອງທັບປະຊາຊົນລາວ

ວັນສຸກ, ວັນທີ 08 ທັນວາ 2023



ເສີມ​ຂະຫຍາຍ​ນ້ຳໃຈ​ຮັກ​ຊາດ​ຮັກ​ບ້ານ​ເກີດ​ເມືອງ​ນອນ
ເວລາອອກຂ່າວ: 2022-11-29 09:00:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 339637314 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ອັນ​ສະຫງ່າ​ ລາສີທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ, ຄວາມ​ສຳຄັນທີ່​ທົ່ວ​ພັກ, ທົ່ວ​ລັດ​ ທົ່ວ​ກອງທັບ ແລະ ທົ່ວ​ປວງ​ຊົນ​ ລາວ​ທັງ​ຊາດ ພວມ​ເບີກບານ ມ່ວນຊື່ນ ແລະ ມີ​ຄວາມ​ເອກອ້າງ ​ທະ​ນົງ​ໃຈ​ເປັນ​ຢ່າງ​ຍິ່ງທີ່ໄດ້​ພ້ອມ​ກັນ​ຫ້າງ​ຫາ​ກະກຽມສະເຫຼີມສະ ຫຼອງ​ວັນ​ສະຖາປະນາສາທາລະ ນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ຄົບຮອບ 47 ປີ 2022 ນີ້. ທ່ານ ນາງ ບຸນນານ ບຸນຍະແສງ ຄະນະປະຈຳພັກ, ຫົວໜ້າຄະນະ ໂຄສະນາອົບຮົມແຂວງອັດຕະປື ໄດ້ສະແດງທັດສະນະ ແລະ ຄວາມຮູ້ຂອງຕົນຕໍ່ວັນດັ່ງກ່າວ ວ່າ: ຂ້າພະເຈົ້າ, ໃນ​ນາມ​ຕາງໜ້າ​ໃຫ້​ແກ່​ຄະນະ​ພັກ-ຄະນະ​ໂຄສະ ນາ​ອົບຮົມ​ແຂວງອັດ​ຕະ​ປື ກໍຄື​ໃນ​ນາມ​ສ່ວນ​ຕົວ​ຂໍ​ສະແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ສຸດ​ຊຶ້ງ ຕໍ່​ບັນດາ​ທ່ານ​ຜູ້ນຳ​ພັກ-ລັດ, ວິລະ​ຊົນ​ແຫ່ງ​ຊາດ ນັກຮົບ​ແຂ່ງຂັນ, ຕະຫຼອດ​ຮອດ​ເຖິງ​ຄະນະ​ພັກ, ອົງການ​ປົກຄອງ​ຂັ້ນ​ຕ່າງໆ, ພີ່ນ້ອງ​ປະຊາຊົນ​ລາວ​ບັນດາເຜົ່າ, ນັກທຸລະກິດ, ພໍ່ຄ້າ-ຊາວ​ຂາຍ​ທຸກ​ຊັ້ນ​ຄົນ​ທຸກ​ເພດ​ໄວ, ທຸກ​ສາຂາ​ອາຊີບ​ພາຍ​ໃນ​ແຂວງ ອັດ​ຕະ​ປື​ ກໍ​ຄື​ທົ່ວ​ປະເທດ​ທີ່​ໄດ້​ ເຊີດ​ຊູ​ນ້ຳໃຈ​ຮັກ​ຊາດ, ຮັກ​ລະ ບອບ​ໃໝ່, ສາມັກຄີ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ​ລຳບາກ, ອຸທິດ​ສະຕິ​ປັນຍາ, ກຳ ລັງວັງຊາ ທຶນຮອນ​ຕະຫຼອດ​ມາ, ຍອມ​ເສຍສະຫຼະ​ທຸກ​ສິ່ງ, ທຸກ​ຢ່າງ ເພື່ອ​ຄວາມ​ເປັນ​ເອກະລາດ, ອິດ ສະຫຼະພາບ​ຂອງ​ປະເທດ​ຊາດ ເພື່ອ​ຄວາມ​ຢູ່​ດີ​ກິນ​ດີ​ຂອງ​ປະຊາ ຊົນ​ບັນດາເຜົ່າ ເພື່ອ​ຜົນ​ປະໂຫຍດ ແລະ ໄຊຊະນະ​ຂອງ​ພາລະກິດ​ ປົກ​ປັກ​ຮັກສາ ແລະ ສ້າງສາປະ ເທດ​ຊາດ​ອັນ​ແສນ​ຮັກ ກໍ​ຄືແຂວງ ອັດ​ຕະ​ປື ໃນ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາຂໍ​ສະແດງ​ຄວາມ​ຊົມເຊີຍ​ຢ່າງ​ສຸດ​ອົກ​ສຸດໃຈ. ຂ້າພະເຈົ້າຂໍ​ຮຽກຮ້ອງ​ມາຍັງ​ ການຈັດຕັ້ງ​ທຸກ​ຂັ້ນ​ໃນ​ລະບົບ​ ການເມືອງ, ສະມາຊິກ​ພັກ, ພະ ນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງ​ປະຊາຊົນ​ບັນດາເຜົ່າ​ໃນ​ທົ່ວ​ແຂວງອັດ​ຕະ​ປື ຈົ່ງ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ, ແໜ້ນໜາມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ, ເປັນ​ເຈົ້າ​ການ​ຫັນ​ເອົາ​ມູນເຊື້ອ ແລະ ນ້ຳໃຈ​ວັນຊາດ ທີ 2 ທັນ ວາ, ພ້ອມ​ກັນ​ເສີມ​ຂະຫຍາຍ​ໝາກຜົນທີ່​ສ້າງ​ມາ​ໄດ້​ໃນ​ພາລະ ກິດ​ປ່ຽນແປງ​ໃໝ່, ສ້າງ​ການ​ຫັນ ປ່ຽນ​ທີ່​ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຫ້​ເປັນ​ຮູບ​ປະ​ທຳ​ຕົວ​ຈິງ ເພື່ອ​ສືບຕໍ່​ບູລະນະ​ລະບອບ​ປະຊາທິປະໄຕປະຊາຊົນ ຂອງ​ພວກ​ເຮົາກ້າວ​ຂຶ້ນ​ບໍ່​ຢຸດ​ຢັ້ງ. ຂໍ​ອວຍພອນ​ອັນ​ປະເສີດ, ໃຫ້​ແກ່​ການ​ນຳ​ພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານ​ປະຕິວັດ​ອາວຸໂສ​ບຳ ນານຕະຫຼອດ​ຮອດພໍ່​ແມ່​ພີ່ນ້ອງ ປະຊາຊົນ​ລາວ​ທັງ​ຊາດ ຜູ້​ທີ່​ດຳ ລົງ​ຊີວິດ​ຢູ່​ພາຍ​ໃນ ແລະ ຢູ່​ຕ່າງ ປະເທດ ແລະ ຊາວ​ຕ່າງປະເທດ ທີ່​ກຳລັງ​ດຳລົງ​ຊີວິດຢູ່ ​ສປປ ລາວ ທຸກໆ​ທ່ານຈົ່ງ​ມີ​ພະ​ລາ​ນາ​ໄມ​ສົມ ບູນ, ມີ​ຄວາມສຸກ, ມີ​ຄວາມ​ສຳ ເລັດໃນ​ໜ້າທີ່​ວຽກ​ງານ​ທຸກ​ປະ ການ. ນໍ້າໃຈ​ວັນຊາດ​ ທີ 2 ທັນວາ ໝັ້ນ​ຍືນ! ໂດຍ: ຈັນທະ​ວົງ​ ອຸ່ນ​ວິໄລ​ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ