ກອງທັບປະຊາຊົນລາວ

ວັນສຸກ, ວັນທີ 08 ທັນວາ 2023



ອີ​ຣັກ-ອີ​ຣານ ​ປຶກສາ​ຫາລື​ບັນຫາ​ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ
ເວລາອອກຂ່າວ: 2022-11-30 08:52:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 339636053 | ຄວາມນິຍົມ:



ສຳນັກ​ຂ່າວ​ຊິນ​ຮວາ​ໃຫ້​ຮູ້​ ວ່າ: ວັນ​ທີ 27 ພະຈິກ​ນີ້, ທ່ານ ໂມ​ ຮຳ​ມັດ ຊິ​ອາ​ອັນ-ຊູ​ດາ​ນີ ນາຍົກ ລັດຖະມົນຕີ​ອີ​ຣັກ ແລະ ທ່ານ ກາ​ຊິມ​ອາ ຊາ​ດີ ເອກ​ອັກ​ຄະ​ລັດ​ຖະ​ ທູດ​ອີ​ຣານ​ປະຈຳ​ອີ​ຣັກ ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ບັນ ຫາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ. ຕາມ​ຖະແຫຼງການ​ຂອງ ອີ​ຣັກ ໃຫ້​ຮູ້​ວ່າ: ທັງ 2 ຝ່າຍ​ໄດ້​ປຶກ ສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, ບັນຫາ​ເສດຖະກິດ ແລະ ການ​ລົງທຶນ, ໃນ​ນັ້ນ ເນັ້ນ​ໜັກ​ເຖິງ​ຄວາມ​ຈຳເປັນ​ຂອງ 2 ປະເທດ​ຈະ​ສືບຕໍ່​ດຳເນີນ​ບັນດາ​ການ​ພົບ​ປະ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ 2 ປະເທດ ແລະ ຜົນ​ປະໂຫຍດ​ຂອງ​ປະຊາຊົນ, ຮັດ​ແໜ້ນ​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ຕາມ​ສື່​ມວນ​ຊົນ​ອີ​ຣານ​ລາຍ ​ງານ​ຫວ່າງ​ມໍ່ໆມານີນີ້້ ວ່າ: ຄະນະ​ ຜູ້​ແທນ​ອີ​ຣານ ​ປະຈຳ​ອົງການ​ສະ ຫະ​ປະຊາ​ຊາດ​ໄດ້​ສົ່ງເອກະສານ​ເຖິງ​ສະພາ​ຄວາມ​ໝັ້ນຄົງ​ອົງການ ​ສະຫະ​ປະຊາ​ຊາດ​ໂດຍ​ກ່າວ​ວ່າ: ກ່ອນ​ໜ້າ​ນີ້​ອີ​ຣານ​ໄດ້​ແບ່ງປັນ "ຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື"ກັບ​ລັດຖະບານ​ອີ​ຣັກ, ໂດຍ​ເອກະສານ​ໄດ້​ກ່າວ​ເຖິງ​ກຸ່ມ​ກໍ່​ການ​ຮ້າຍ​ ແລະ ​ກຸ່ມ​ແບ່ງ​ແຍກ​ດິນແດນ ທີ່​ສວຍ​ໃຊ້​ ດິນແດນ​ອີ​ຣັກ​ເພື່ອ​ວາງ​ແຜນການ ເຄື່ອນໄຫວ, ຈັດ​ຕັ້ງ ແລະ ດຳເນີນ​ບັນດາ​ການ​ກໍ່​ການ​ຮ້າຍ. ອີ​ຣານ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ແກ້​ໄຂ​ບັນຫາ​ທີ່​ກ່ຽວ ຂ້ອງ​ກັບ​ອີ​ຣັກ​ໂດຍ​ຜ່ານ​ກົນ​ໄກ​ສອງ​ຝ່າຍ ແລະ ​ໄດ້​ດຳເນີນ​ການ​ປຶກສາ​ຫາລື​ ແລະ​ ການ​ເຈ ລະ ຈາ​ສອງ​ຝ່າຍ​ຫຼາຍ​ຄັ້ງ​ກັບ​ອີ​ຣັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ