
ອົດສະຕຣາລີ ຫຼຸດຜ່ອນມາດຕະການປ້ອງກັນການກໍ່ການຮ້າຍຄັ້ງທຳອິດ ໃນຮອບ 8 ປີ
ເວລາອອກຂ່າວ: 2022-11-30 08:52:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 339634920 | ຄວາມນິຍົມ:
ສຳນັກຂ່າວຊິນຮວາລາຍງານໃນວັນທີ 29 ພະຈິກ ນີ້ວ່າ: ອົງການຄວາມໝັ້ນຄົງ ແລະ ຂ່າວກອງແຫ່ງຊາດອົດສະຕຣາລີ ( ASIO ) ໄດ້ຫຼຸດຜ່ອນມາດ
ຕະການການປ້ອງກັນການກໍ່ການຮ້າຍລົງ ໂດຍການປັບປ່ຽນຍຸດທະສາດດັ່ງກ່າວຖືໄດ້ວ່າເປັນຄັ້ງທຳອິດນັບແຕ່ປີ 2014 ເປັນຕົ້ນມາທີ່ມີການປັບປ່ຽນເພີ່ມລະດັບການປ້ອງກັນຄວບຄຸມການກໍ່ການຮ້າຍຈາກກຸ່ມອິດສະລາມ ( ໄອເອັດສ ).
ທ່ານ ໄມ ເບີເຈັດສ ຜູ້ອຳນວຍ ການໃຫຍ່ຂອງ ASIO ເປີດເຜີຍວ່າ: ມີການໂຈມຕີຈາກກຸ່ມກໍ່ການຮ້າຍ 11 ຄັ້ງໃນອົດສະຕຣາລີນັບ
ຕັ້ງແຕ່ປີ 2014 ເປັນຕົ້ນມາ ແລະ
21 ຄັ້ງທີ່ຖືກທາງການສາມາດຄວບຄຸມໄວ້ໄດ້ ໂດຍຄັ້ງທີ່ຮ້າຍແຮງທີ່ສຸດແມ່ນເຫດຈັບຕົວປະ ກັນໃນປີ 2014 ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ.
ທ່ານ ໄມ ເບີເຈັດສ ກ່າວຕື່ມວ່າ: ການຕັດສິນໃຈຄັ້ງດັ່ງກ່າວໄດ້ພິຈາລະນາອ້າງອີງຈາກຕົວເລກ, ປັດໄຈຕ່າງໆລວມເຖິງການສຳ
ພາດສະມາຊິກຄອບຄົວຂອງກຸ່ມໄອເອັດສ ທີ່ເປັນສັນຊາດອົດສະຕຣາລີ ທີ່ສົ່ງຖືກກັບປະເທດ. ນັກຮົບກຸ່ມ ໄອເອັດສ ໄດ້ປະຕິ ບັດການຫຼົ້ມເຫຼວໃນເຂດຕາເວັນອອກກາງ ແລະ ຄຳໂຄສະນາຊວນເຊື່ອທີ່ບໍ່ມີປະສິດທິພາບ ຂອງກຸ່ມອານເຄດາ ເຊິ່ງເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ ໄອເອັດສ
ເຮັດໃຫ້ບໍ່ສາມາດເຕົ້າໂຮມຜູ້ຈະ
ເຂົ້າຮ່ວມກຸ່ມໃນເຂດພາກຕາ ເວັນຕົກໄດ້ ແລະ ສົ່ງຜົນເຮັດ ໃຫ້ມີກຸ່ມກໍ່ການຮ້າຍໃນອົດສະຕຣາລີ ຫຼຸດໜ້ອຍລົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ