
ປະກາດໂຄງປະກອບການຈັດຕັ້ງ ສູນເສຍອົງຄະ 392 ທະຫານແຂວງອັດຕະປື
ເວລາອອກຂ່າວ: 2022-12-01 08:59:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339635674 | ຄວາມນິຍົມ:
ວັນທີ 28 ພະຈິກ 2022, ກອງບັນຊາການທະຫານແຂວງ ອັດຕະປື, ໄດ້ປະກາດໂຄງປະກອບການຈັດຕັ້ງສູນເສຍອົງຄະ 392 ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ສຳລານ ສີລິໂພຄຳ ຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພັນໂທ ຈັນມີ ໄຊສົມພອນ ຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ຫ້ອງ ຕະຫຼອດຮອດພະນັກງານ-ນັກ ຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ກິເພັດຈຳ ພອນ ຂຸນວັນດີ ຫົວໜ້າພະແນກ ແຜນການຈັດຕັ້ງປະກອບ ກົມກຳລັງພົນ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍ ໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ແລະ ຈຳນວນພົນ ສູນເສຍອົງຄະ 392 ທີ່ຂຶ້ນກັບກອງບັນຊາການທະຫານແຂວງອັດຕະປື ເລີ່ມແຕ່ປີ 2022 ເຖິງ 2025 (ທຽບເທົ່າຂັ້ນກອງ ຮ້ອຍ), ໂດຍອີງຕາມແຜນຍຸດທະສາດຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການປັບປຸງກໍ່ສ້າງກຳລັງດ້ານການຈັດຕັ້ງ ແລະ
ການປະກອບຈຳນວນພົນ ເພື່ອແນ ໃສ່ການຄຸ້ມຄອງກຳລັງພົນທົ່ວກອງທັບໃຫ້ເປັນລະບົບ, ຖືກຕ້ອງຕາມໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ແລະ ຈຳນວນພົນ ທີ່ໄດ້ກົດໄວ້ ກໍຄືມະຕິຂອງຄະນະ ພັກກະຊວງປ້ອງກັນປະເທດ ຄັ້ງ I ສະໄໝທີ V ວ່າດ້ວຍ ການເພີ່ມທະວີການກໍ່ສ້າງກຳລັງດ້ານການເມືອງ-ແນວຄິດ, ການຈັດຕັ້ງປະກອບຈຳນວນພົນ, ການປັບປຸງລະບຽບແບບແຜນ ແລະ ການເຝິກແອບ-ເຝິກຊ້ອມການທະຫານທີ່ນຳໃຊ້ພາຫະນະວັດຖຸທັນສະໄໝ. ກົມໃຫຍ່ເສນາທິການກອງທັບ ໄດ້ຕົກລົງ ວ່າດ້ວຍ ໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ແລະ ຈຳນວນພົນຂອງສູນເສຍອົງຄະ 392 ທີ່ຂຶ້ນກັບກອງບັນຊາການທະຫານແຂວງອັດຕະປື ຄື: ຄະນະບັນຊາສູນ ປະກອບມີ5 ຕຳແໜ່ງງານ, ສຳນັກ (ທຽບ
ເທົ່າໝວດ ) ມີ 7 ຕຳແໜ່ງງານ. ທັງນີ້, ເພື່ອເຮັດໃຫ້ສູນເສຍອົງຄະ 392 ກອງບັນຊາການທະຫານແຂວງອັດຕະປື ຈະໄດ້ສັບຊ້ອນພະນັກງານ-ນັກຮົບ ເຂົ້າໃສ່ຕຳ
ແໜ່ງງານທີ່ໄດ້ກຳນົດໃຫ້ຖືກຕ້ອງ ແລະ ເຂັ້ມງວດ.
ໂດຍ: ແສງຫຼ້າ ກຸວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ