
ທູດທະຫານ ສສ ຫວຽດນາມ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາທະຫານນະຄອນຫຼວງ
ເວລາອອກຂ່າວ: 2022-12-01 09:04:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339635043 | ຄວາມນິຍົມ:
ໃນບໍ່ດົນມານີ້, ສະຫາຍ ພັນໂທ ຟາມ ແອງຢຸງ ຮອງທີ່ປຶກສາທູດທະຫານ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ສະຫາຍ ຮອງທີ່ປຶກສາທູດທະຫານ ສສ ຫວຽດນາມ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ວັນສຳຄັນຂອງຊາດລາວ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງໃນການເຕີບໃຫຍ່ເຂັ້ມແຂງໃນກຳລັງປະກອບອາວຸດ
ຂອງຊາດລາວ ເວົ້າລວມ-ເວົ້າສະເພາະກໍຄື ກຳລັງຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ທີ່ເຮັດໜ້າທີ່ປ້ອງກັນຊາດໃຫ້ມີຄວາມສະຫງົບຕະຫຼອດມາ ພ້ອມທັງໄດ້ກ່າວອວຍພອນອັນປະເສີດໃຫ້ແກ່ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີ
ຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ສືບຕໍ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ແລະ ສືບຕໍ່ຊີ້ນຳ-ນຳພາກອງບັນຊາການທະຫານນະຄອນຫຼວງໃຫ້
ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.
ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານກອງບັນຊາການທະຫານນະຄອນຫຼວງ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສະຫາຍ ຮອງທີ່ປຶກສາທູດທະຫານ ສສ ຫວຽດນາມ ທີ່ຍາມໃດກໍຍັງເປັນຫ່ວງເປັນ
ໃຍຢູ່ສະເໝີ ແລະ ເຫັນໄດ້ເຖິງຄວາມໝາຍສຳຄັນຂອງວັນດັ່ງກ່າວ ພ້ອມທັງອວຍພອນໄຊອັນປະເສີດແດ່ສະຫາຍຮອງທີ່ປຶກສາທູດທະຫານ ສສ ຫວຽດນາມ
ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວທຸກປະການ, ມີຜົນສຳເລັດໃນທຸກໜ້າທີ່ວຽກງານ ພ້ອມກັນສືບຕໍ່ສ້າງສາຍ
ພົວພັນການຮ່ວມມືແບບພິເສດລະຫວ່າງສອງຊາດສອງພັກສອງກອງທັບ ລາວ-ຫວຽດນາມ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ