
ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ເພີ່ມທະວີການພົວພັນຮ່ວມມື
ເວລາອອກຂ່າວ: 2022-12-01 09:13:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 645 | ຄວາມນິຍົມ:
ໃນລະຫວ່າງວັນທີ 23-24 ພະຈິກ 2022 ນີ້, ສະຫາຍ ພົນຈັດຕະວາ ດຣ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ພ້ອມຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮງໝໍ 108 ກອງທັບປະຊາຊົນຫວຽດນາມ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ເລິກເຊິ່ງ ແລະ ຈະເລີນງອກງາມຂຶ້ນເລື້ອຍໆ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຈາກ ສະຫາຍ ພົນຈັດຕະວາ ສຈ ປອ ຫງວຽນເຈີນຢ່າງ ຫົວໜ້າກົມເສນາຮັກ ກອງທັບປະຊາຊົນຫວຽດນາມ ແລະ ສະຫາຍ ພົນຕີ ສຈ ປອ ມ່າຍຫົງບ່າງ ຫົວໜ້າອຳນວຍການໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ພ້ອມຄະ ນະ.
ໃນກອງປະຊຸມພົບປະສອງຝ່າຍ, ສະຫາຍ ພົນຕີ ສຈ ປອ ມ່າຍຫົງບ່າງ ໄດ້ຜ່ານແຜນການເຄື່ອນໄຫວການຮ່ວມມືລະຫວ່າງໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ແລະ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໂດຍປະຕິບັດຕາມເນື້ອໃນຮ່າງອະນຸສັນຍາໃນປີ 2005 ລະຫວ່າງສອງກະຊວງປ້ອງກັນປະເທດຫວຽດນາມ-ລາວ ກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມືແຮກສ່ຽວລະຫວ່າງສອງໂຮງໝໍ ພ້ອມທັງຍົກໃຫ້ເຫັນພາລະບົດບາດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ການພັດທະນາແຕ່ລະໄລຍະຂອງໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ. ຈາກນັ້ນ ກໍໄດ້ກ່າວສະແດງຄວາມຕ້ອນຮັບຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນລາວ ແລະ ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງ ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດ
ນາມ ກັບ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນເຂົ້າໃນຜົນສຳເລັດລວມໃນການພົວພັນຮ່ວມມືຂອງສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ປອ ດຣ ສະແຫວງໄຊ ດາລາສາດ ໄດ້ສະຫຼຸບຕີລາຄາຄືນໝາກຜົນຂອງການເຄື່ອນໄຫວວຽກງານວິຊາສະເພາະ ແລະ ການພົວພັນຮ່ວມມືກັບໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ໃນປີ 2022, ເຊິ່ງໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອບຳລຸງກໍ່ສ້າງດ້ານວິຊາສະເພາະໃຫ້ແກ່ພະນັກງານແພດໝໍໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຈຳນວນ 8 ສະຫາຍ ເປັນໄລຍະເວລາ 6
ເດືອນ ແລະ ໄດ້ເປີດກອງປະຊຸມວິທະຍາສາດຜ່ານລະບົບ Telemedicine. ນອກນັ້ນ, ຍັງຊ່ວຍເຫຼືອທາງດ້ານວຽກງານການກວດ, ປິ່ນປົວພະຍາດໃຫ້ແກ່ນາຍ
ແລະ ພົນທະຫານ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ 100 ເທື່ອຄົນຕໍ່ປີ, ຈັດສົ່ງຊ່ຽວຊານມາປະສານສົມທົບກັັບເສນາຮັກຝ່າຍລາວ (ກະຊວງສາທາລະນະສຸກ)
ໃນການປິ່ນປົວເຊີດຊູສຸກເສີນໃຫ້ແກ່ການນຳຂັ້ນສູງຂອງລາວຈຳນວນ 110 ເທື່ອຄົນ. ສະເພາະໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງໄດ້ເຮັດໃຫ້ການພົວພັນຮ່ວມມື ລະຫວ່າງສອງໂຮງໝໍບໍ່ບັນລຸຕາມແຜນການທີ່ວາງໄວ້ກໍຕາມແຕ່ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ໄດ້ພະ
ຍາຍາມສູ້ຊົນຊ່ວຍເຫຼືອຍົກລະດັບວິຊາສະເພາະໃຫ້ພະນັກງານແພດໝໍໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເຮັດໃຫ້ເຕັກນິກວິຊາການດ້ານວິຊາສະເພາະຫຼາຍດ້ານໄດ້ຮັບການພັດທະນາ ແລະ ເຮັດໃຫ້ການເບີ່ງແຍງສຸຂະພາບຂອງນາຍ ແລະ ພົນທະຫານ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່ານັບມື້ດີຂຶ້ນ.
ໃນພິທີຍັງໄດ້ມີການລົງນາມເຊັນບົດທຶກສັນຍາການຮ່ວມມືແຮກສ່ຽວ ລະຫວ່າງ ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ກັບ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ປະຈຳປີ 2023 ໂດຍການລົງນາມຂອງ ສະຫາຍ ພົນຕີ ສຈ ປອ ມ່າຍຫົງບ່າງ ຫົວໜ້າອຳນວຍການໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ແລະ ສະຫາຍ ພັນເອກ ປອ ດຣ ສະ
ແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໂດຍມີ ສະຫາຍ ພົນຈັດຕະວາ ສຈ ປອ ຫວຽນເຈີນຢ່າງ ຫົວໜ້າກົມເສນາຮັກ ກອງທັບປະຊາຊົນຫວຽດນາມ ແລະ ສະຫາຍ ພົນຈັດຕະວາ ດຣ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກອງທັບປະຊາຊົນລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ໃນໂອກາດດຽວກັນນີ້, ຍັງຈັດໃຫ້ມີກອງປະຊຸມພົບປະແລກປ່ຽນບົດວິທະຍາສາດດ້ານວິຊາສະເພາະ ເຊິ່ງມີສຳມະນາກອນຈາກໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ຈຳນວນ 14 ສະຫາຍ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວຈຳນວນ 8 ສະຫາຍ, ໂຮງໝໍສູນກາງ 103 ກອງທັບປະຊາຊົນຫວຽດນາມ ຈຳນວນ 6 ສະຫາຍ, ໂຮງໝໍ 175 ກອງທັບປະຊາຊົນຫວຽດນາມ 4 ສະຫາຍ ແລະ ໂຮງໝໍແບັກມ່າຍ 2 ສະຫາຍ.
ໂດຍ: ອາຄົມ ສີພາລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ