
ຜູ້ບັນຊາການທະຫານອາກາດ ຕ້ອນຮັບການເຂົ້າອວຍພອນ ຂອງທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ລາວ
ເວລາອອກຂ່າວ: 2022-12-01 09:16:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1273 | ຄວາມນິຍົມ:
ໃນວັນທີ 28 ພະຈິກ ນີ້, ສະຫາຍ ພົນຈັດຕະວາ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າອວຍພອນຂອງ ສະຫາຍ ພັນໂທ ຟາມແອງຢຸ້ງ ຮອງຫົວໜ້າຫ້ອງການທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ, ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ເຊິ່ງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວ ແລະ ເປັນວັນແຫ່ງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບວັດທະນາຖາວອນ ແລະ ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ໃນການສ້າງສາ
ພັດທະນາປະເທດຊາດ.
ໂອກາດນີ້, ສະຫາຍ ພັນໂທ ຟາມແອງ ຢຸ້ງ ໄດ້ກ່າວຄຳອວຍພອນໄຊອັນປະເສີດແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານອາກາດ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສຳເລັດໜ້າທີ່ໃນການພັດທະນາເຫຼົ່າຮົບທະຫານອາກາດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ໂອກາດດຽວກັນ, ສະຫາຍ ພົນຈັດຕະວາ ຄຳເຫຼັກ ແສງພະຈັນ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພັນໂທ ຟາມແອງ ຢຸ້ງ ພ້ອມຄະນະທີ່ມາອວຍພອນໃນຄັ້ງນີ້, ເຊິ່ງປີ 2022 ເປັນປີທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນສຳລັບທັງສອງປະເທດ ທີ່ຮ່ວມກັນສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອລະນຶກເຖິງ 2 ວັນປະຫວັດສາດສຳຄັນຂອງສອງຊາດຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ, ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ລັດ, ສອງກອງທັບ ລາວ-ຫວຽດນາມ ໝັ້ນຄົງຖະນົງແກ່ນຕະຫຼອດກາລະນານ.
ໂດຍ: ສີທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ