
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ
ເວລາອອກຂ່າວ: 2022-12-01 09:24:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 230 | ຄວາມນິຍົມ:
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ-ລັດຖະບານລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 29 ພະຈິກ ຫາ 1 ທັນວາ 2022. ພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນຢ່າງສົມກຽດໃນວັນທີ 30 ພະຈິກ 2022 ທີ່ ຫໍສະພາປະຊາຊົນຈີນ, ນະຄອນຫຼວງປັກກິ່ງ ໂດຍມີການນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ.
ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ, ສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ແລະ ຕ່າງຝ່າຍຕ່າງມີຄວາມປິຕິຊົມຊື່ນ ແລະ ຕີລາຄາສູງຕໍ່ໝາກຜົນຂອງພາລະກິດກໍ່ສ້າງສັງຄົມນິ ຍົມທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ພ້ອມກັນຍາດມາໄດ້ໃນໄລຍະຜ່ານມາ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ເຊິ່ງເປັນເຫດການການເມືອງທີ່ສຳຄັນໃນປະຫວັດສາດຍຸກໃໝ່ ຂອງພັກ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ເປັນຂີດໝາຍໃໝ່ແຫ່ງການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງພັກກອມມູນິດຈີນ, ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ, ຄວາມຕັດສິນໃຈອັນສູງສົ່ງຂອງທົ່ວພັກ ເພື່ອສືບຕໍ່ແບກຫາບພາລະກຳປະຫວັດສາດໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ໃຫ້ປະກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຊົມເຊີຍຢ່າງຈິງໃຈຕໍ່ ສະຫາຍ ສີ ຈິ້ນຜິງ ທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ສະໄໝທີ XX ແລະ ໄດ້ຕີລາຄາສູງ ຕໍ່ບົດບາດການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຈີນ ທີ່ມີສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງກໍຄືແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາ-ຊີ້ນຳອັນເຂັ້ມແຂງຂອງສູນກາງພັກກອມມູນິດຈີນ ທີ່ມີສະຫາຍ ສີ ຈິ້ນຜິງ ສືບຕໍ່ເປັນແກນກາງ, ປະຊາຊົນຈີນອ້າຍນ້ອງຈະສາມາດບັນລຸຜົນສຳເລັດຮອບດ້ານ, ໃຫຍ່ຫຼວງ ແລະ ໜັກແໜ້ນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXX ກໍຄືບັນລຸເປົ້າໝາຍ “100 ປີ ເຫດການທີສອງ” ໃນການສ້າງປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມຢ່າງແນ່ນອນ.
ສະຫາຍ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນເຖິງທັດສະນະສະເໝີຕົ້ນສະເໝີປາຍ ໃນການເສີມຂະ ຫຍາຍມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ພວມນຳເອົາຜົນປະໂຫຍດຕົວຈິງມາສູ່ແກ່ປະຊາຊົນທັງສອງປະເທດ, ທັງໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງໃຫ້ແກ່ພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄືພາລະກິດສ້າງສາພັດທະນາປະເທດຊາດໃນປັດຈຸບັນຂອງປະຊາຊົນລາວ, ລວມທັງການຊ່ວຍ ສປປ ລາວ ຮັບມືກັບການລະບາດຂອງ ພະຍາດ ໂຄວິດ-19 ໃນໄລຍະ 3 ປີຜ່ານມາ.
ສະຫາຍ ສີ ຈິ້ນຜິງ ໄດ້ແຈ້ງໃຫ້ຝ່າຍລາວຊາບ ກ່ຽວກັບບົດຮຽນໃນການກໍ່ສ້າງພັກ, ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງຂອງພັກກອມມູນິດຈີນໃນການນຳພາ-ຊີ້ນຳ ລັດຖະບານ ແລະ ປະຊາຊົນຈີນ ໃນພາລະກິດກໍ່ສ້າງສັງຄົມນິຍົມທີ່ມີສີສັນພິ ເສດຂອງຈີນໃນຍຸກໃໝ່ ແລະ ໄດ້ແລກປ່ຽນທັດສະນະກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນຈຳນວນໜຶ່ງ. ພ້ອມນີ້,
ສະຫາຍໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ
ພັກ ປປ ລາວ ທີ່ມີສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນຜູ້ນຳໜ້າ, ປະຊາຊົນລາວບັນດາເຜົ່າ ຈະສາມາດບັນລຸໄດ້ ບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດອອກຢ່າງມີໄຊ, ຊຸກຍູ້ພາລະກິດການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ຕາມເສັ້ນທາງສັງ ຄົມນິຍົມໃຫ້ມີບາດກ້າວໃໝ່ ແລະ ຍາດໄດ້ຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າຢ່າງບໍ່ຢຸດຢັ້ງ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ເປັນເອກະພາບກັນຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນ
ຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນ ຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ເຖິງແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ແຕ່ສອງຝ່າຍກໍໄດ້ຮັກສາກົນໄກການພົວພັນ, ປະສານສົມທົບ ແລະ ສະໜັບສະໜູນທາງດ້ານການເມືອງເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ເຊິ່ງກາຍເປັນທິດນຳໃນການຊຸກຍູ້ໃຫ້ຂະແໜງການຕ່າງໆຂອງສອງຝ່າຍມີການຮ່ວມມືນຳກັນຢ່າງເປັນປົກກະຕິ, ສືບຕໍ່ເກີດດອກອອກຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.
ການນຳສູງສຸດ ສອງພັກ, ສອງລັດ ລາວ-ຈີນ ໄດ້ເຫັນດີເປັນເອກະພາບກັນໃນການກຳນົດທິດນຳ ພ້ອມກັນລົງເລິກການສ້າງເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ຕື່ມອີກບາດກ້າວໜຶ່ງ, ສອງຝ່າຍໄດ້ເນັ້ນໜັກວ່າ: ຈະສືບຕໍ່ອີງຕາມທິດນຳ “ໝັ້ນຄົງຍາວນານ, ໄມຕີຈິດຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຮ່ວມມືຮອບດ້ານ” ແລະ ບົນຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ສືບຕໍ່ຢຶດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດທາງດ້ານເສດຖະກິດ, ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອກັນທາງດ້ານຄວາມໝັ້ນຄົງປອດໄພ, ຮັບຮູ້ເຂົ້າໃຈກັນ ແລະ ສະໜິດສະໜົມກັນທາງດ້ານວັດທະນະທຳ-ສັງ ຄົມ, ຢູ່ຮ່ວມກັນ ແລະ ພ້ອມກັນແກ້ໄຂບັນຫາທາງດ້ານລະບົບນິເວດ; ສອງຝ່າຍ ເຫັນດີຈະສືບຕໍ່ຮັກສາການພົວພັນທາງດ້ານການເມືອງທີ່ດີຢູ່ແລ້ວໃຫ້ດີຂຶ້ນໄປເລື້ອຍໆ, ຮ່ວມມືກັນແລກປ່ຽນບົດຮຽນໃນດ້ານທິດສະດີ, ວຽກງານກໍ່ສ້າງພັກ-ພະນັກງານ, ການປົກຄອງລັດ-ບໍລິຫານປະເທດໃຫ້ແໜ້ນແຟ້ນກວ່າເກົ່າ. ພ້ອມດຽວກັນນັ້ນ, ກໍຈະຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຂຶ້ນຕື່ມ, ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້.
ພາຍຫຼັງການພົບປະ, ສະຫາຍເລຂາທິການໃຫຍ່ຂອງສອງພັກ ໄດ້ຢ້ຽມຊົມການວາງສະແດງ ບັນດາເອກະສານຮ່ວມມືສອງຝ່າຍທີ່ກວມເອົາການຮ່ວມມື
ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ກະສິກຳ, ການສຶກສາ, ເຕັກໂນໂລຊີການສື່ສານ, ສື່ມວນຊົນ ແລະ ອື່ນໆຈຳນວນ 20 ກວ່າສະບັບ ທີ່ໄດ້ຮ່ວມລົງນາມກັນ ໃນໂອກາດຢ້ຽມຢາມລັດຖະກິດໃນຄັ້ງນີ້ ແລະ ຖະແຫຼງການຮ່ວມ 1 ສະບັບ.
ໃນຕອນຄໍ່າວັນດຽວກັນ, ສະຫາຍ ສີ ຈິ້ນຜິງ ຍັງໄດ້ຈັດງານລ້ຽງຕ້ອນຮັບໃຫ້ແກ່ ສະຫາຍ ທອງລຸນ ສີສຸລິດ ດ້ວຍບັນຍາກາດທີ່ຮັກແພງ, ສະໜິດສະໜົມ ແລະ ອົບອຸ່ນ.
ພາບ: ຂັນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ