
ທະຫານແຂວງສາລະວັນ ກັບ ແຂວງກວາງຈິ ເພີ່ມທະວີການຮັດແໜ້ນຄວາມສາມັກຄີແບບພິເສດ
ເວລາອອກຂ່າວ: 2022-12-05 08:29:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:
ທ້າຍເດືອນ ພະຈິກ 2022 ນີ້, ກອງຮ້ອຍທະຫານຊາຍແດນ 511 ກອງບັນຊາການທະຫານແຂວງສາລະວັນ ແຫ່ງ ສປປ ລາວ ກັບ ທະຫານຊາຍແດນ ດ່ານສາກົນລາໄລ ແລະ ທະຫານຊາຍແດນອາວາວ ແຂວງກວາງຈິ ແຫ່ງ ສສ ຫວຽດນາມ, ໄດ້ຈັດພິທີແຮກສ່ຽວຮ່ວມກັນ, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ສຳລີ ແກ້ວວົງສອງ ຫົວໜ້າການ ທະຫານ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍ ຄະນະ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພັນເອກ ດີນ ຊວນຮຸງ ຫົວໜ້າການເມືອງ, ມີຄະນະພັກເມືອງ, ຕາແສງ ແລະ ແຂກທີ່ຖືກເຊີນທັງສອງຝ່າຍ ເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນມາກ ແສນສັກສີດ ຫົວໜ້າການທະຫານ ກອງຮ້ອຍຊາຍແດນ 511 ໄດ້ຂຶ້ນຜ່ານຂໍ້ກຳນົດບົດບັນທຶກການຮ່ວມມືຊາຍແດນ ລະຫວ່າງ ກົມກອງຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານຊາຍແດນສູງສຸດ. ກະຊວງປອງກັນປະເທດ ແຫ່ງ ສສ ຫວຽດນາມ ລົງວັນທີ 16 ຕຸລາ 2018 ທີ່ແຂວງເຫງະອານ ສສ ຫວຽດ
ນາມ ໂດຍປະຕິບັດຕາມບົດບັນທຶກຊ່ວຍຈຳ ແລະ ໄດ້ຮັບຄວາມເຫັນດີເປັນເອກະພາບຂອງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງສາລະວັນ ແລະ ແຂວງກວາງຈິ ກໍຄື 3 ກົມກອງທະຫານຊາຍແດນ. ໃນການກໍ່ສ້າງລະບຽບການແຮກສ່ຽວ ໃນປີ 2022 ເຊິ່ງສອງຝ່າຍສົມທົບກັນກໍ່ສ້າງເສັ້ນຊາຍແດນໃຫ້ ໝັ້ນຄົງ, ເຂັ້ມແຂງ ແລະ ພັດທະ ນາ ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບທີ່ມີມູນເຊື້ອພິລະອາດຫານ, ຄວາມສາມັກຄີແບບພິເສດ, ພ້ອມກັນສຸມໃສ່ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດສັນຍາ ວ່າ ດ້ວຍ ລະບຽບການຄຸ້ມຄອງຊາຍແດນ, ການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ການປະຕິບັດລະບຽບ ວິໄນຢ່າງເຂັ້ມງວດ. ກອງປະຊຸມໄດ້ພ້ອມກັນລົງນາມເຊັນບົດບັນ ທຶກຊ່ວຍຈຳ.
ໂອກາດດຽວກັນນີ້, ສະຫາຍ ພັນເອກ ສຳລີ ແກ້ວວົງສອງ ກໍໄດ້ຂຶ້ນມີຄຳເຫັນກຽ່ວກັບຈຸດປະ ສົງຂອງການແຮກສ່ຽວໃນຄັ້ງ ນີ້, ເຊິ່ງສະຫາຍຝາກຄວາມຢ້ຽມຢາມຖາມຂ່າວໄປຍັງຄະນະພັກ-ຄະນະບັນຊາກອງບັນຊາການທະຫານຊາຍແດນແຂວງ ກວາງຈິ ຕະຫຼອດຮອດນາຍ ແລະ ພົນທະຫານ ແລະ ການແຮກສ່ຽວໃນຄັ້ງນີ້ ກໍເພື່ອແນໃສ່ການເພີ່ມທະວີຄວາມສາມັກຄີສາຍພົວພັນຮ່ວມມືຮອບດ້ານ, ໃນການແລກປ່ຽນຂໍ້ມູນຂ່າວສານ, ໃນການຄຸ້ມຄອງປົກປັກຮັກສາຊາຍແດນ, ຫຼັກໝາຍຊາແດນ, ການປັບປຸງກໍ່ສ້າງກຳລັງ ແລະ ບັນຫາອື່ນໆ ໃຫ້ມີຄວາມອຸດົມສົມບູນ ແລະ ເຂັ້ມແຂງ. ສະກັດກັ້ນການລ່ວງລະເມີດເຂດແດນ, ການທຳມາ ຫາກິນຂອງປະຊາຊົນ 2 ຊາດ, ການຄ້າຂາຍເຄື່ອງປ່າຂອງດົງ, ການລັກລອບຂາຍຢາເສບຕິດ, ການຄ້າຂາຍເຖື່ອນທີ່ຜິດກົດໝາຍ ຕາມບໍລິເວນຊາຍແດນໃຫ້ຫຼຸດລົງພ້ອມກັນກໍ່ສ້າງຊາຍແດນໃຫ້ ເປັນຊາຍແດນມິດຕະພາບ, ພ້ອມກັນພັດທະນາໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆ.
ໂດຍ: ພອນມະນີ ລັດສະໝີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ