
ສະມາຄົມທູດທີ່ປືກສາຝ່າຍປ້ອງກັນຊາດ ເຂົ້າອວຍພອນ ການນໍາກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2022-12-05 08:37:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 10 | ຄວາມນິຍົມ:
ໃນວັນທີ 1 ທັນວາ 2022, ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການກະຊວງປ້ອງກັນປະເທດ ທ່ານ ພົນຕີ ປະສິດ ທ່ຽງທຳ ຫົວໜ້າກົມໃຫຍ່ເຕັກນິກການທະຫານ ກອງທັບ ພ້ອມດ້ວຍຄະນະ ຕາງໜ້າໃຫ້ຄະນະນໍາກະຊວງປ້ອງ ກັນປະເທດ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອວຍພອນຂອງ ບັນດາທູດທີ່ປືກສາຝ່າຍປ້ອງກັນຊາດ ປະຈໍາ ລາວ ເຊິ່ງນຳໂດຍ ທ່ານ ພັນເອກ ອິນໂດ ເອັດເວີດ ຕຣານາ ແຣມເບ ທູດທີ່ປຶກສາຝ່າຍປ້ອງກັນຊາດອິນໂດເນເຊຍ, ຫົວໜ້າສະມາຄົມທູດທີ່ປຶກສາຝ່າຍປ້ອງກັນຊາດ ປະຈຳ ສປປ ລາວ, ມີທູດຫວຽດນາມ, ຣັດເຊຍ,
ມາເລເຊຍ, ມຽນມາ, ໄທ, ຟີລິບປິນ, ອົດສະຕຣາລີ, ສ ເກົາຫຼີ, ແລະ ອາເມຣິກາ. ເນື່ອງໃນໂອ ກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ແລະ ປີໃໝ່ສາກົນ ປີ 2023 ທີ່ໃກ້ຈະມາເຖິງນີ້.
ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າສະມາຄົມທູດທີ່ປືກສາຝ່າຍປ້ອງກັນຊາດປະຈຳ ສປປ ລາວ ໄດ້ຕາງໜ້າຄະນະກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະກໍຄືກອງທັບປະຊາຊົນລາວ ທີ່ສາມາດຍາດໄດ້ເອກະລາດ ແລະ ຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວທັງຊາດ, ຕະຫຼອດໄລຍະ 47 ປີຜ່ານມາ, ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂໍສະແດງຄວາມຊົມເຊີຍຕໍ່ ພັກ-ລັດຖະບານລາວ ທີ່ມີຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ, ເຊິ່ງໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ສາມາດບັນລຸຜົນສຳເລັດອັນໂດດເດັ່ນໃນຫຼາຍດ້ານ ເປັນຕົ້ນການຮັກສາຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດຢ່າງຕໍ່ເນື່ອງ, ມີສະຖຽນລະພາບທາງການເມືອງທ່ີໜັ້ນຄົງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ອັນໄດ້ຮັບປະກັນໃຫ້ປະຊາຊົນລາວ ທຸກຊົນເຜົ່າສາມາດມີສິດອັນຊອບທຳ ແລະ ເສລີພາບ ໃນການເຂົ້າຮ່ວມພັດທະນາປະເທດຊາດ ພັດທະນາ ກອງທັບໄດ້ຢ່າງຫ້າວຫັນແລະ ເຂັ້ມແຂງ.
ໂອກາດດັ່ງກ່າວ, ທ່ານ ພົນຕີ ປະສິດ ທ່ຽງທໍາ ກໍໄດ້ກ່າວ ສະແດງຄວາມຂອບໃຈຕໍ່ບັນດາທ່ານທູດທີ່ປຶກສາຝ່າຍປ້ອງກັນຊາດ ປະຈຳ ສປປ ລາວ ທີ່ໄດ້ນໍາເອົາ ຂອງຂວັນ ແລະ ຄຳອວຍພອນອັນປະເສີດເຂົ້າມາອວຍພອນໃນຄັ້ງນີ້. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນຄໍາເວົ້າຂອງທ່ານປະທານປະເທດໄດ້ກ່າວໄວ້ວ່າ: ຕະຫຼອດໄລຍະ 47 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການຈຶ່ງສາມາດຍາດໄດ້ຜົນສໍາເລັດເປັນກ້າວໆມາໃນຫຼາຍດ້ານ, ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ດີຂຶ້ນ, ເຊິ່ງທັງໝົດນີ້ເປັນການສ້າງເງື່ອນໄຂທີ່ດີຫຼາຍດ້ານທີ່ຈະເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້. ໝາກຜົນທັງໝົດນັ້ນຈະບໍ່ສາມາດເກີດຂຶ້ນໄດ້ ຖ້າຫາກປາສະຈາກການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດຂອງ ສປປ ລາວ ກໍຄືວົງຄະນາຍາດສາກົນ. ພັກ-ລັດຖະບານ ແລະ ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກະຊວງປ້ອງກັນປະເທດ ແມ່ນຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ກໍຄືກະຊວງປ້ອງກັນປະເທດເພື່ອນມິດຕະຫຼອດໄລຍະທີ່ຜ່ານມາ, ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ກໍຄືຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມ ກັນ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ