
ໂຮງໝໍບໍລິເວນ 107 ສະຫຼຸບການສ້າງນັກຮົບ ແລະ ກອງວັດທະນະທຳ
ເວລາອອກຂ່າວ: 2022-12-06 09:05:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:
ໃນວັນທີ 28 ພະຈິກ 2022 ນີ້, ໂຮງໝໍບໍລິເວນ 107 ໄດ້ສະຫຼຸບການສ້າງນັກຮົບ ແລະ ກົມກອງວັດທະນະທຳ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຕິເບດ ສີແພງຄູນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງ
ທັບ, ມີ ສະຫາຍ ພັນເອກ ໄພວັນ ຈັນທະສຸກ ອຳນວຍການໂຮງໝໍບໍລິເວນ 107, ມີຄະນະພັກ-ຄະນະອຳນາດການ, ບັນດາຄະນະໜ່ວຍພັກເຂົ້າຮ່ວມ.
ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ຫົວໜ້າການເມືອງ ໂຮງໝໍບໍລິເວນ 107 ໄດ້ລາຍງານຜົນໄດ້ຮັບໃນການສ້າງນັກຮົບ ແລະ ກອງວັດທະນະທຳໃນໄລຍະຜ່ານ
ມາ ນັບແຕ່ມື້ປະກາດຮັບຮອງໂຮງໝໍບໍລິເວນ 107 ເປັນກອງວັດທະນະທຳ ຄັ້ງທີ I ຈົນເຖິງປັດຈຸບັນ ໂດຍອີງໃສ່ 5 ມາດຖານຂອງການຈັດຕັ້ງວຽກງານວັດທະນະທຳ, ໄດ້ຍົກສູງວຽກງານສຶກສາອົບຮົມການເມືອງແນວຄິດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະ-ເຕັກນິກການແພດ ເຊິ່ງສະແດງຄື: ໃນປີ 2022 ນີ້ ມີຄົນເຈັບເຂົ້າມາໃຊ້ບໍລິການທັງໝົດ 58.723 ເທື່ອຄົນ. ໃນນັ້ນ, ມີຄົນເຈັບກວດ 35.038 ເທື່ອຄົນ, ເຂົ້ານອນປິ່ນປົວ 23.685 ເທື່ອຄົນ, ຄົນເຈັບມີປະກັນຕົນ, ຄູ່ສົມລົດ ແລະ ລູກ 13.053 ເທື່ອຄົນ, ຜ່າຕັດສະໝອງ 2 ກໍລະນີ, ຜ່າຕັດໃຫຍ່ 324 ກໍລະນີ, ຜ່າຕັດກາງ 215 ກໍລະນີ, ຜ່າຕັດນ້ອຍ 849 ກໍລະນີ, ຜ່າຕັດຜ່ານທໍ່ 3 ກໍລະນີ, ດ້ານວຽກງານພະລາທິການ ຮັບປະກັນຮັບໃຊ້ສະພາບສຸກເສີນ,
ພື້ນຖານວັດຖຸອຸປະໂພກ-ບໍລິໂພກ, ພາຫະນະເຕັກນິກ, ນ້ຳມັນເຊື້ອໄຟຮັບປະກັນໄດ້100%, ວຽກງານປັບປຸງກໍ່ສ້າງພື້ນຖານໂຄງຮ່າງ ໄດ້ຕໍ່ເຕີມຫ້ອງການພະ
ແນກຊຶມເຊື້ອ, ຂັ້ນຫ້ອງການຂະແໜງສ້ອມແປງເຄື່ອງມືການແພດ ແລະ ເທເບຕົງທາງຂຶ້ນປະຕູໂຂງໃຫຍ່ ລວມມູນຄ່າ 108.118.000 ກີບ ສຳເລັດ 100% ດ້ວຍທຶນຂອງກົມກອງ. ນອກນັ້ນ, ກໍຍັງມີພື້ນຖານໂຄງຮ່າງທີ່ກຳລັງສືບຕໍ່ປັບປຸງເປັນຕົ້ນແມ່ນຫ້ອງມູນເຊື້ອ ແລະ ເຄື່ອງດົນຕີເອເລັກໂທນ, ຜ່ານການຕີລາຄາປະເມີນຜົນສາມາຄັດເລືອກນັກຮົບວັດທະນະທຳໄດ້ 340 ສະຫາຍ.
ໂດຍ: ນາງ ສຸລິຈັນ ພັດທະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ