
ເກັບກຳຂໍ້ມູນເພີ່ມເຕີມຂອບເຂດການເຄື່ອນໄຫວຂອງທະຫານແນວລາວອິດສະຫຼະ
ເວລາອອກຂ່າວ: 2022-12-08 08:51:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139583275 | ຄວາມນິຍົມ:
ໃນບໍ່ດົນມານີ້, ສະຫາຍ ພັນໂທ ສຸກສັນ ຄ້າຍພົມ ຮອງຫົວໜ້າຫ້ອງການ ກົມວິທະຍາສາດ-ປະຫວັດສາດການທະຫານກະຊວງປ້ອງກັນປະເທດ, ສະຫາຍ
ສຸພາບ ທຳມະຮັກສາເຈົ້າເມືອງ ເມືອງໂພນທອງ ພ້ອມດ້ວຍວິຊາການຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ພະແນກວິທະຍາສາດ-ປະຫວັດສາດການທະ ຫານ ແລະ ພະແນກແຜນທີ່ທະ ຫານແຂວງຈຳປາສັກ ໄດ້ເກັບ ກຳຂໍ້ມູນເພີ່ມເຕີມຂອບເຂດການ ເຄື່ອນໄຫວຂອງທະຫານແນວລາວອິດສະຫຼະຢູ່ເຂດ, ສາຍພູມະ ໂລງ ແລະ ພູຕົ້ມໄກ່ ແລະ ບ້ານ ໄຜ່ລ້ອມ ເມືອງໂພນທອງ ແຂວງ ຈຳປາສັກ ເຊິ່ງເປັນຈຸດໃຈກາງຖານທີ່ໝັ້ນການເຄື່ອນໄຫວຂອງກອງປຸກລຸກຂົນຂວາຍ (ທະຫານ ແນວລາວອິດສະຫຼະ) ຕ້ານຈັກ ກະພັດຝຣັ່ງ ແລະ ອາເມຣິກາໃນສະໄໝສົງຄາມ.
ສະຫາຍ ພັນໂທ ສີເມືອງ ແກ້ວມະນີວອນ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດທະ ຫານ ກອງບັນຊາການທະຫານ ແຂວງຈຳປາສັກ ໄດ້ໃຫ້ຮູ້ວ່າ:
ການເຄື່ອນໄຫວໃນຄັ້ງນີ້ຈຸດປະສົງ ກໍເພື່ອເກັບກຳຂໍ້ມູນຂອບເຂດພື້ນທີ່ຕົວຈິງຂອງກອງ ປຸກລຸກຂົນຂວາຍຕໍ່ຕ້ານຈັກກະພັດຕ່າງດ້າວຜູ້ຮຸກຮານ ນັບແຕ່ປີ 1945 ໂດຍຖືເອົາຂອບເຂດຮ່ອມພູນ້ອຍເປັນຈຸດຕັ້ງທັບ, ເປັນສາງພະລາທິການ, ເປັນບ່ອນຮ່ຳຮຽນເຜີຍແຜ່ແນວທາງຂອງການປະຕິວັດແລະ ບ່ອນວາງແຜນການເຄື່ອນໄຫວສູ້ຮົບ ຖືເອົາບ້ານໄຜ່ລ້ອມເປັນຈຸດໃຈກາງໃນການເຄື່ອນໄຫວຂອງແນວລາວອິດສະຫຼະ ແລະ ກອງປຸກລຸກຂົນຂວາຍ.
ຂອບເຂດການເຄື່ອນໄຫວດັ່ງກ່າວແມ່ນນອນຢູ່ໃນຄວາມຮັບຜິດຊອບຂອງບ້ານໄຜ່ລ້ອມ ເມືອງໂພນທອງ ແຂວງຈຳປາສັກ. ເຊິ່ງຈຸດທີ່ໄດ້ສຳຫຼວດຕົວຈິງມີຈຸດສາລາຫີນກອງເຊິ່ງ ເປັນຈຸດທີ່ມີບໍ່ນໍ້າຄຳ (ນໍ້າອອກບໍ່) ຫຼືເອີ້ນວ່ານໍ້າຄຳຫີນກອງເປັນບໍ່ນໍ້າທີ່ບັນດານັກຮົບປະຕິວັດແນວລາວອິດສະຫຼະນຳໃຊ້ ເພື່ອບໍລິໂພກໃນເມື່ອກ່ອນ. ນອກ ຈາກນັ້ນ, ໄດ້ຍ່າງສຳຫຼວດຕາມ ສັນພູ ເຊິ່ງເປັນເສັ້ນທາງການ ເຄື່ອນໄຫວ, ຈຸດພັກທັບຊົ່ວຄາວ, ຈຸດເຝິກອົບຮົມ-ຫັດແອບ ໃຫ້ແກ່ກຳລັງໃນເມື່ອກ່ອນ ແລະ ຍັງໄດ້ຄົ້ນພົບຫຼາຍຈຸດເຊັ່ນ: ຈຸດຕັ້ງສາງພະລາທິການ, ຈຸດນັດສົ່ງສະບຽງອາຫານຂອງປະຊາ ຊົນ, ຈຸດເຕົ້າລວມເຜີຍແຜ່ຮ່ຳ ຮຽນ, ຈຸດເຮືອນພັກເຊົາຂອງຄະນະນຳ ແລະ ນັກຮົບແນວລາວອິດສະຫຼະ (ກອງປຸກລຸກຂົນຂວາຍ) ຕ້ານຈັກກະພັດຝຣັ່ງ ແລະ ອາເມຣິກາ. ຮ່ອງຮອຍການຖີ້ມລະເບີດໃສ່ຖານທີ່ໝັ້ນຂອງທະຫານແນວລາວອິດ
ສະຫຼະ, ຈຸດບໍ່ນ້ຳທີ່ທະຫານແນວລາວອິດສະຫຼະ (ກອງປຸກລຸກຂົນຂວາຍ) ນຳໃຊ້ຫຼໍ່ລ້ຽງທັບໃນເວລານັ້ນ ແລະ ໜອງສະໃຫຍ່ ທີ່ບ້ານໃຜ່ລ້ອມໄດ້ຮ່ວມກັນຂຸດ
ເພື່ອເກັບນ້ຳໄວ້ໃຊ້ຂອງຊາວບ້ານໄຜ່ລ້ອມ ແລະ ທະຫານແນວລາວອິດສະຫຼະບໍລິໂພກ ທັງເປັນຈຸດນັດພົບຂອງທະຫານແນວລາວອິດສະຫຼະກັບປະຊາຊົນບ້ານໄຜ່
ລ້ອມ ເນື່ອງຈາກວ່າໜອງສະດັ່ງກ່າວຫ່າງຈາກໝູ່ບ້ານໄຜ່ລ້ອມປະມານ 1 ກິໂລແມັດ ເຊິ່ງເປັນເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການເຄື່ອນໄຫວຂອງກອງປຸກ
ລຸກຂົນຂວາຍ ທີ່ນັດພົບກັບປະຊາຊົນບ້ານໄຜ່ລ້ອມ ເພື່ອລາຍງານຂໍ້ມູນຂ່າວສານການເຄື່ອນໄຫວຂອງຝ່າຍກົງກັນຂ້າມ. ນອກຈາກນີ້, ຍັງໄດ້ສອບຖາປະຊາ
ຊົນຜູ້ທີ່ເຄີຍຮ່ວມການປະຕິວັດໃນໄລຍະນັ້ນ ເພື່ອໃຫ້ໄດ້ຂໍ້ມູນຫຼັກຖານທີ່ສອດຄ່ອງກັບສະພາບຕົວຈິງ.
ສະຫາຍ ພັນໂທ ສີເມືອງ ແກ້ວມະນີວອນ ໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງສຳເລັດການສຳຫຼວດ ແລ້ວແມ່ນຈະໄດ້ລວບລວມຂໍ້ມູນເພື່ອບັນທຶກເຂົ້າໃນປຶ້ມປະ ຫວັດການທະຫານ ຂອງກົມວິ ທະຍາສາດ-ປະຫວັດສາດການ ທະຫານ ກະຊວງປ້ອງກັນປະ ເທດແລະ ນຳສະເໜີຂັ້ນເທິງເພື່ອບູລະນະສະຖານທີ່ດັ່ງກ່າວໃຫ້ເປັນບ່ອນທ່ອງທ່ຽວທາງປະຫວັດສາດການທະຫານ ແນໃສ່ໃຫ້ພະນັກງານ-ນັກຮົບ, ປະຊາຊົນຕະຫຼອດຮອດເຍົາວະຊົນຄົນຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າຮໍ່າຮຽນ, ຮັບຮູ້ເຖິງຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດຮຸ່ນກ່ອນ ແລະ ນ້ຳໃຈ
ຮັກຊາດອັນ ດູດດື່ມຂອງປະຊາຊົນລາວບັນດາເຜົ່າທີ່ມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດໃນເມື່ອກ່ອນ ແລະ ພ້ອມກັນປົກປັກຮັກສາ, ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມ, ຄວາມສະມັກຄີເປັນປຶກແຜ່ນ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າສີວິໄລ.
ຂ່າວ-ພາບ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ