
ໜ່ວຍສິລະປະ-ວັນນະຄະດີສະໝັກຫຼິ້ນ ກອງພົນທີ 2 ສະແດງຮັບໃຊ້ວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ
ເວລາອອກຂ່າວ: 2022-12-09 09:12:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:
ໃນລະຫວ່າງວັນທີ 26 ພະຈິກ - 2 ທັນວາ 2022, ໜ່ວຍສິລະປະສະໝັກຫຼິ້ນກອງພົນທີ 2 ຮ່ວມກັບ ໜ່ວຍສິລະປະໂຮງ ຮຽນ ມສ ພັດທະນາ ປະກອບມີ: ກອງພັນ 224 , 629, 627 ແລະ ນັກຮຽນ ປະຖົມ-ມັດທະຍົມ ບ້ານໂພນໄຊ ຫຼັກ18 ໄດ້ສະແດງລາຍການຮັບໃຫ້ພະນັກງານ-ນັກຮົບ ແລະ ມວນຊົນ ເພື່ອສ້າງຄວາມເບີກບານມ່ວນຊື່ນ ຂ່ຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ.
ລາຍການທີ່ນຳມາສະແດງໃນຄັ້ງນີ້, ປະກອບມີຂັບລຳທ້ອງຖິ່ນ, ຮ້ອງເພງ, ບົດຟ້ອນ ແລະ ລາຍການສະແດງອື່ນໆທີ່ສ່ອງແສງເຖິງມູນເຊື້ອຂອງການປະຕິວັດ ແລະ ຮີດຄອງປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ເປັນຕົ້ນແມ່ນບັນດາເນື້ອຮ້ອງ, ທຳນອງເພງ, ການຟ້ອນ ຕະຫຼອດຮອດຮ້ອຍຍິ້ມຂອງນັກສະແດງທີ່ສະແດງເຖິງຄວາມພາກພູມໃຈ, ເບີກບານມ່ວນຊື່ນ. ນອກຈາກນັ້ນ, ຍັງມີໜ່ວຍງານສາຍຮູບ ເງົາຂອງກອງພົນທີ 2 ທີ່ໄດ້ເຄື່ອນໄຫວສາຍຮູບເງົາຮັບໃຊ້ ຕື່ມອີກ.
ໂດຍ: ຄຳຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ