
ກອງປະຕິບັດງານ 207 ປະຈຳຢູ່ກຸ່ມບ້ານວັງຕັດ ເມືອງຊານໄຊ ແຂວງອັດຕະປື
ເວລາອອກຂ່າວ: 2022-12-09 09:24:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:
ທ້າຍເດືອນ ຕຸລາ 2022 ນີ້, ທີ່ສະໂມສອນກຸມບ້ານວັງຕັດ ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດກອງປະຊຸມ ວ່າດ້ວຍການຍົກຍ້າຍໜ່ວຍງານ, ຢູ່ກອງປະງານ 207 ໄດ້ລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມຫາດຊາຍສູງ-ສົ້ມປ່ອຍ ເມືອງສະໜາມໄຊ, ໄດ້ຍ້າຍຂຶ້ນໄປປະຈຳການຢູ່ກຸ່ມບ້ານວັງຕັດ ເມືອງຊານໄຊ ແຂວງອັດຕະປື, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳຮັງ ໄຊມຸງຄຸນ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະ
ຊີ້ນຳມາຈາກກອງບັນຊາການທະຫານແຂວງ, ຄະນະຊີ້ນຳມາຈາກເມືອງຊານໄຊ, ອຳນາດການປົກຄອງບ້ານທີ່ຂຶ້ນກັບເຂດວັງຕັດຕະຫຼອດຮອດພະນັກງານ
ກອງປະຕິບັດງານ 207 ເຂົ້າຮ່ວມ.
ບົດລາຍງານໂດຍຫຍໍ້ກ່ຽວກັບສະພາບການຕ່າງໆ ໂດຍສະເພາະແມ່ນບັນຫາປະກົດການຫຍໍ້ດ້ານດີ ດ້ານອ່ອນ ແລະ ຊອກຫາວິທີແກ້ໄຂ. ກອງປະຊຸມຍັງໄດ້
ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍຍົກຍ້າຍໜ່ວຍງານ ກອງປະຕິບັດງານ 207 ຢູ່ກຸ່ມ ບ້ານຫາດຊາຍສູງ ເມືອງສະໜາມໄຊ ໄປປະຈຳຢູ່ກຸ່ມ
ບ້ານວັງຕັດ ເມືອງຊານໄຊ ແຂວງອັດຕະປື ເພື່ອຫັນລົງສູ່ຮາກຖານປະຊາຊົນ ແລະ ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບ
ດ້ານ, ຕາມ 4 ເນື້ອໃນ, 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງ, ເພື່ອ
ລົງໂຄສະນາສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເຜີຍແຜ່ເອກະສານອື່ນໆທີ່ເປັນມູນເຊື້ອຂອງພັກ, ຂອງຊາດ ໃຫ້ອຳນາດການປົກຄອງບ້ານ ກໍຄື ປະຊົນໃຫ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ. ຈາກນັ້ນ, ຍັງໄດ້ຜ່ານມະຕິຕົກລົງຂອງກອງບັນຊາການທະຫານແຂວງອັດຕະປື ວ່າດ້ວຍການບົ່ງຕົວແຕ່ງ
ຕັ້ງຄະນະໜ່ວຍພັກເພີ່ມເຕີມຢູ່ກອງປະຕິບັດງານ 207 ໂດຍອີງຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາສະໄໝທີ XI ໝວດ II ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ການສິ້ນສຸດເປັນກຳມະການຄະນະພັກ. ໃນນັ້ນ, ຄະນະພັກກອງບັນຊາການທະຫານແຂວງໄດ້ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນຕີ
ສູລິວົງສີຊານົນ ເປັນກຳມະການໜ່ວຍພັກກອງປະຕິບັດງານ 207 ຢ່າງເປັນທາງການ.
ໂດຍ: ແສງຫຼ້າ ກຸວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ