
ກອງພົນທີ 1 ມອບເງິນຊົດເຊີຍ ໃຫ້ພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2022-12-09 09:31:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 10 | ຄວາມນິຍົມ:
ໃນວັນທີ 7 ທັນວາ 2022 ນີ້, ກອງພົນທີ 1 ໄດ້ມອບເງິນຊົດເຊີຍ ໃຫ້ພະນັກງານທີ່ພັກການຮັບບຳນານ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງກອງພົນ, ໂດຍມີຄະນະພັກ-ຄະນະບັນຊາ ອົງ ການ, ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອີງຕາມກົດໝາຍ ວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໝວດ 1 ມາດຕາ 33 ແລະ 34; ອີງຕາມກົດໝາຍ ວ່າດ້ວຍ ປະກັນສັງຄົມ ( ສະບັບປັບປຸງ) ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມໃຫຍ່ການ
ເມືອງກອງທັບ; ກະຊວງປ້ອງກັນປະເທດຈຶ່ງຕົກລົງ ແລະ ເຫັນດີໃຫ້ນາຍທະຫານ ຢູ່ກອງພົນທີ 1 ພັກການຮັບອຸດໜູນບຳນານນັບແຕ່ງວດ 4 ປີ 2022 ເປັນຕົ້ນໄປ
ຈຳນວນ 21 ສະຫາຍ ລວມມູນຄ່າເງິນທັງໝົດ 414.777.076 ກີບ; ທັງນີ້ກໍເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງນາຍທະຫານທີ່ພັກການຮັບເບຍບຳນານໃນໄລຍະຜ່ານມາ, ທັງປະຕິບັດຕາມແນວທາງຂອງພັກ, ນະໂຍບາຍຂອງລັດ ແລະ ຂອງກອງທັບປະຊາຊົນລາວ ທີ່ມີຕໍ່
ນາຍທະຫານທີ່ພັກການຮັບບຳນານ ໃນທົ່ວກຳລັງປ້ອງກັນຊາດ.
ໂອກາດນີ້, ສະຫາຍ ຫົວໜ້າການເມືອງ ກອງພົນທີ 1 ກໍໄດ້ໂອ້ລົມ ຕໍ່ພະນັກງານອາວຸໂສບຳນານ, ກ່ອນອື່ນ ສະຫາຍ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈ ທີ່ໄລຍະຜ່ານມາ, ບັນດາສະຫາຍໄດ້ອຸທິດເຫື່ອ
ແຮງ, ຈິດໃຈ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານລວມຂອງກົມກອງ ເຮັດໃຫ້ພາລະກິດປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດຂອງກອງພົນ ກໍຄືໜ້າທີ່ການເມືອງຂອງກົມກອງມີຜົນສຳເລັດຫຼາຍດ້ານທີ່ໜ້າເພິ່ງພໍໃຈ.
ໂດຍ: ກໍ ແດນດອກກຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ