ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ​ ອວຍພອນ​ຮອງ​ປະທານ​ປະເທດ
ເວລາອອກຂ່າວ: 2023-01-24 09:58:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ວັນ​ທີ 23 ມັງກອນ2023 ນີ້, ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ​ນຳ​ໂດຍ ສະຫາຍ ພົນ​ຕີ ປະສິດ ທ່ຽງ​ທຳ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ ​ພ້ອມ​ດ້ວຍ​ຄະນະ​ໄດ້​ນຳ​ເອົາ​ກະຕ່າ​ດອກ​ໄມ້​ເຂົ້າ​ອວຍພອນ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການເມືອງ ສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຜູ້​ປະ ຈຳການ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະເທດ​ແຫ່ງ ​ສປປ ລາວ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ( 20 ມັງກອນ 1949-20 ມັງກອນ 2023). ໂອກາດ​ດັ່ງກ່າວ, ສະຫາຍ ຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ລາຍ​ງານ​ໃຫ້​ຊາບ​ໃນ​ການປະ ຕິບັດ​ໜ້າທີ່​ການ ເມືອງ​ຂອງ​ກອງ ທັບ ​ຕະຫຼອດ​ໄລຍະ​ຜ່ານມາ, ຍາມ​ ໃດ​ກໍ​ມີ​ຄວາມ​ຈົງ​ຮັກ​ພັກດີ, ມີ​ ຄວາມ​ຕັ້ງ​ຕໍ່​ບໍ​ລິສຸດ​ຕໍ່​ພັກ ແລະ ຕໍ່​ ປະເທດ​ຊາດ, ປະຕິບັດສອງໜ້າທີ່​ ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຕາມ​ການມອບ​ໝາຍ​ຂອງ​ພັກ ແລະ ລັດຖະບານ, ໂດຍ​ສຸມ​ໃສ່ປະ ຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ ກັນ​ປະເທດວາງ​ອອກ, ໄດ້​ສຸມ​ໃສ່​ເຮັດ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ, ກອງທັບ​ໄດ້​ປະຕິບັດ​ໜ້າທີ່​ຕາມ​ການ​ມອບ​ໝາຍ​ຂອງ​ລັດຖະບານ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ໂດຍ​ສະເພາະ​ສຸມ​ໃສ່​ເຂດ​ຫ່າງ​ໄກ​ສອກຫຼີກ. ນອກຈາກນີ້, ຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກຳ ລັງ, ໃຫ້​ເຂັ້ມແຂງ ໜັກ​ແໜ້ນ ດ້ວຍ​ການ​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ໃຫ້​ນາຍ ແລະ ພົນ​ທະ ຫານ ​ມີ​ຄວາມ​ຈົງ​ຮັກ​ພັກດີ ແລະ ຕັ້ງ​ຕໍ່​ບໍລິສຸດ​ຕໍ່​ພັກ-ລັດ, ສືບຕໍ່​ປະ ຕິບັດ​ໜ້າທີ່​ການເມືອງ​ຂອງກອງ ທັບ, ເອົາໃຈໃສ່​ອົບຮົມ-ຫັດ​ແອບ​ຍົກ​ລະດັບ​ຄວາມ​ສາມາດ​ໃນ​ການ​ທະຫານ​ກຽມພ້ອມ​ສູ້​ຮົບ, ຕະຫຼອດ​ໄລຍະ 74 ປີ ຜ່ານ​ມາ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ແລະ ລັດຖະບານ, ກອງທັບ​ປະຊາຊົນ​ລາວ ເວລາ​ໃດ​ກໍ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ໃຫ້​ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ມີ​ແບບແຜນ​ທັນ​ສະໄໝ​ເທື່ອ​ລະ​ກ້າວ. ຈາກ​ນັ້ນ, ສະຫາຍ ຮອງ​ປະ ທານ ປະເທດ​ໄດ້​ມີ​ຄຳເຫັນວ່າ: ຕະຫຼອດ​ໄລຍະ 74 ປີ​ແຫ່ງ​ການ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ໄດ້​ລົ້ມລຸກ​ຄຸກ​ຄານ, ຜ່ານ​ຜ່າອຸ ປະສັກ​ນາ ນາ​ປະການຈົນສາ ມາດ​ເຮັດ​ສຳເລັດ​ໜ້າທີ່​ທີ່ປະເທດ ​ຊາດ​ໄດ້​ມອບ​ໝາຍ​ໃຫ້, ກອງທັບ​ໄດ້​ເປັນ​ຮົ້ວ​ລ້ອມ ແລະ ເປັນ​ຫຼັກ​ແຫຼ່ງ​ໃນ ການ​ປົກ​ປັກ​ຮັກສາ​ປະ ເທດ​ຊາດ, ພ້ອມ​ທັງ​ໄດ້​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ຄະນະນຳ ​ກະຊວງ​ປ້ອງ​ກັນ​ປະເທດ ທີ່​ໄດ້​ມາ​ຢ້ຽມຢາມ​ອວຍພອນ​ໃນ​ຄັ້ງ​ນີ້ ແລະ ອວຍພອນ​ໃຫ້ບັນດາສະ ຫາຍ​ການ​ນຳ​ກະຊວງ​ປ້ອງ​ກັນ ​ປະເທດ​ຕະຫຼອດ​ຮອດ​ພະນັກ ງານ-ນັກຮົບ ໃນ​ທົ່ວ​ກອງທັບ ຈົ່ງ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ພັກ-ລັດ ແລະ ປະ ເທດ​ຊາດ​ໄດ້​ມອບ​ໝາຍ​ໃຫ້, ສືບ ຕໍ່​ປັບປຸງ​ກໍ່ສ້າງ​ກອງທັບ​ໃຫ້​ມີ​ແບບແຜນ​ທັນ​ສະໄໝ, ເປັນ​ຫຼັກ​ແຫຼ່ງ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ມີ​ຄວາມ​ສະຫງົບ​ໝັ້ນຄົງ. ໂດຍ: ບຸນ​ຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ