
ເອົາໃຈໃສ່ປະຕິບັດໜ້າທີ່ເຮັດໃຫ້ສະພາບລຽບຕາມຊາຍແດນມີຄວາມສະຫງົບ
ເວລາອອກຂ່າວ: 2023-01-30 09:25:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ:
ຕະຫຼອດໄລຍະຜ່ານມາ, ໂດຍການຊີ້ນຳຂອງກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ກໍຄື: ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ຫົວພັນ ໃນຂົງເຂດວຽກງານຮັບປະກັນເຮັດໃຫ້ສະພາບຕາມຊາຍແດນມີຄວາມສະຫງົບ, ກອງຮ້ອຍທະຫານຊາຍແດນ 212 ກໍແມ່ນກົມກອງໜຶ່ງທີ່ມີພາລະບົດບາດສຳຄັນໃນການຕິດຕາມກວດກາ ແລະ ປົກປັກຮັກສາບໍລິເວນຊາຍແດນໃຫ້ມີຄວາມສະຫງົບ. ເຊິ່ງຍາມໃດກໍໄດ້ຖືສຳຄັນວຽກງານແລກປ່ຽນສະພາບກັບກົມກອງເພື່ອນ ສສ ຫວຽດນາມເປັນຕົ້ນແມ່ນ ກອງບັນຊາການທະຫານຊາຍແດນແຂວງເຊີນລາ ສສ ຫວຽດນາມ ເຄື່ອນໄຫວກວດກາລາດຕະເວນເພື່ອສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນຕາມບໍລິເວນຊາຍແດນໃຫ້ມີຄວມສະຫງົບ.
ສະຫາຍ ພັນຕີ ພອນໄຊ ດາວສະຫວັນ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ ໃຫ້ຮູ້ວ່າ: ວຽກງານຮັບປະກັນເຮັດໃຫ້ສະພາບບໍລິເວນຊາຍແດນມີຄວາມສະຫງົບ, ຍາມໃດຄະນະພັກ-ຄະນະບັນຊາໄດ້ຖືເປັນໜ້າທີ່ການເມືອງຫຼັກຂອງກົມກອງ, ເອົາໃຈສືກສາອົບຮົມການເມືອງ-ນຳພາແນວຄິດເຮັດໃຫ້ພະນັກງານ-ສະມາ ຊິກພັກ ແລະ ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ,
ກົດໝາຍຂອງລັດໂດຍສະເພາະແມ່ນແນວທາງການຕ່າງປະເທດຂອງພັກ-ລັດ ໃນການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ແລະ ບັນດາກອງຮ້ອຍທະຫານຊາຍແດນ ສສ ຫວຽດນາມ, ເວົ້າສະເພາະດ່ານ 3 ຕາມຊາຍແດນ ສສ ຫວຽດນາມ ເຫັນວ່າການປະຕິບັດແນວທາງການຮ່ວມມືແລກປ່ຽນຂໍ້ມູນຂ່າວ
ສານຕາມຊາຍແດນມີຄວາມເປັນເອກະພາບ, ມີຄວາມສາມັກຄີເປັນປຶກແຜ່ນ, ພະນັກງານວິຊາການແຕ່ລະພາກສ່ວນໄດ້ເປັນເຈົ້າການເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນຢ່າງແຂງແຮງ ແລະ ມີຜົນສຳເລັດທີ່ໜ້າເພິ່ງພໍໃຈ; ບົນພື້ນຖານຖືເອົາແນວທາງການຕ່າງປະເທດຂອງສອງພັກ, ສອງລັດ, ສອງກອງ
ທັບ, ເວົ້າສະເພາະແມ່ນສອງກອງບັນຊາການທະຫານແຂວງຫົວພັນ ແລະ ກອງບັນຊາການທະຫານແຂວງເຊີນລາ. ໂດຍລວມແລ້ວເຫັນວ່າ: ທີ່ຕັ້ງ, ພາລະບົດ
ບາດ, ໜ້າທີ່ການເມືອງຂອງກອງຮ້ອຍທະຫານຊາຍແດນ 212 ສາມາດ ເປັນເສນາທິການຂົງເຂດວຽກງານຊາຍແດນໃຫ້ກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ ກໍຄືກອງບັນຊາການທະຫານແຂວງຫົວພັນ, ເຊິ່ງເວລາໃດ ຄະນະກອງຮ້ອຍກໍຕີລາຄາສູງຕໍ່ການຈັດຕັ້ງປະຕິບັດໜ້າທີ່ຄຸ້ມຄອງ, ປ້ອງກັນຊາຍແດນ ໄດ້ສ້າງຜົນງານປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ
ນາປະເທດຊາດ ອັນພົ້ນເດັ່ນແມ່ນຮັບປະກັນເຮັດໃຫ້ສະພາບຕາມບໍລິເວນຊາຍແດນກົມກອງຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ ໄດ້ຖືເອົາ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກມາຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ, ເປັນຕົ້ນການຕິດຕາມກຳແໜ້ນສະພາບພາຍໃນ ແລະ ພາຍນອກຕາມບໍລິເວນຊາຍແດນ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ຊີ້ນຳບັນດໝວດ, ໝູ່ ແລະ ຈຸ ເປັນຫົວໜ່ວຍພື້ນ
ຖານໃນການເຄື່ອນໄຫວກວດກາລາດຕະເວນ ແລະ ເກັບກຳຂໍ້ມູນຂ່າວສານຂອງກຸ່ມຄົນບໍ່ດີທີ່ເຄື່ອນໄຫວຢູ່ຕາມບໍລິເວນຊາຍແດນ. ໃນໄລຍະຜ່ານມາສາມາດສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເປັນຕົ້ນແມ່ນການລັກລອບເຂົ້າເມືອງແບບຜິດກົດໝາຍ, ການລັກລອບທຳການຜະລິດ, ການລັກລອບຕັດໄມ້, ການຄ້າຂາຍເຖື່ອນ, ບັນຫາຢາເສບຕິດຂ້າມຜ່ານຊາຍແດນ ແລະ ອື່ນໆ.
ສະຫາຍຫົວໜ້າການເມືອງ ຍັງໃຫ້ຮູ້ຕື່ມອີກວ່າ: ຕໍ່ກັບບັນຫາທີ່ກ່າວມານັ້ນ, ເພື່ອຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບຕາມຊາຍແດນນັ້ນ, ຄະນະພັກ-ຄະນະບັນຊາໄດ້ຈັດຕັ້ງແລກປ່ຽນສະພາບຮ່ວມກັບບັນດາກຳລັງທະຫານຊາຍແດນແຂວງ ເຊີນລາ ສສ ຫວຽດນາມ ຕາມເສັ້ນຊາຍແດນແຕ່ຫຼັກໝາຍ 109-211, ແນໃສ່ເຮັດໃຫ້ສະພາບບໍລິເວນຕາມຊາຍແດນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ສາມາດແກ້ໄຂສະພາບການໄດ້ທ່ວງທັນ, ເອົາໃຈໃສ່ຊີ້ນຳກຳລັງລົງປະຈຳຢູ່ເສັ້ນທາງບັນດາຈຸດຕ່າງໆ ໄປຄຽງຄູ່ກັບວຽກງານຮັບປະກັນເຮັດໃຫ້ສະພາບຕາມບໍລິເວນຊາຍແດນມີຄວາມສະຫງົບປອດໄພໂດຍພື້ນຖານແລ້ວ, ຄະນະພັກ-ຄະນະບັນຊາຍັງຖືເອົາວຽກງານກໍ່ສ້າງພັກ-ພະນັກງານໃຫ້ມີຄວາມໜັກແໜ້ນເຂັ້ມແຂງທັງ 4 ດ້ານຄື: ດ້ານຄຸນທາດການເມືອງ, ແນວຄິດ, ການນຳພາ ແລະ ແບບແຜນວິທີເຮັດວຽກ, ເອົາໃຈໃສ່ສ້າງພະນັກງານ 3 ຮຸ່ນ ທັງກໍ່ສ້າງກັບທີ່ ແລະ ສົ່ງໄປຍົກລະດັບບຳລຸງ-ກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ, ສປ ຈີນ ເຫັນວ່າວຽກງານວິຊາສະ
ເພາະເດີນແມ່ນແລ່ນສະດວກດີຖືກຕ້ອງແທດເໝາະກັບໜ້າທີ່ການເມືອງຂອງກົມກອງ, ພ້ອມນັ້ນຍັງຖືເອົາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຍູ້ແຮງ
ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ກອງ 3 ປອດ , ກອງວັດທະນະທຳ-ນັກຮົບວັດທະນະທຳ ໃຫ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ. ຊີ້ນຳຊາວໜຸ່ມ-ແມ່ຍິງເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາແລະພັດທະນາກົມກອງ ເປັນຕົ້ນແມ່ນຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີທີ່ຂັ້ນເທິງ ກໍຄືກົມກອງຈັດຂຶ້ນ ພ້ອມນັ້ນຍັງໄດ້ແລກປ່ຽນກັບກົມກອງເພື່ອນທະຫານຊາຍແດນແຂວງເຊີນລາ ສສ ຫວຽດນາມ ຕາມການເຫັນດີຂອງສອງຝ່າຍໃນໄລຍະຜ່ານມາເຫັນວ່າມີບັນຍາກາດຟົດຟື້ນ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ປະຕິບັດນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງໃນການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ສາມາດກຸ້ມຕົນເອງໄດ້ໃນລະດັບທີ່ແນ່ນອນ.
ສັງລວມແລ້ວ, ຜ່ານການຈັດ ຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງຂົງເຂດວຽກງານຮັບປະກັນເຮັດໃຫ້ສະພາບຕາມຊາຍແດນມີຄວາມສະຫງົບ ໂດຍ
ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງປະເທດວາງອອກເຫັນວ່າມີຄວາມສະຫງົບໂດຍພື້ນຖານຮັບປະກັນຄວາມປອດໄພ 100%,
ສາມາດສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໄດ້ທ່ວງທັນກັບເຫດການ, ປະຊາຊົນສາມາດໄປມາຄ້າຂາຍແບບຖືກກົດໝາຍຕາມດ່ານຊາຍແດນສາກົນ, ບັນ
ຫາການຄ້າຂາຍເຖື່ອນ, ຢາເສບຕິດ ແລະ ອື່ນໆ ໄດ້ຮັບການແກ້ໄຂເປັນກ້າວໆ, ຍ້ອນໄດ້ຮັບການຊີ້ນຳຈາກກົມທະຫານຊາຍແດນກົມໃຫຍ່ເສນາທິການ ກອງທັບກໍຄືພະແນກຊາຍແດນຫ້ອງເສນາທິການທະຫານ ແຂວງຫົວພັນ ແລະ ພາກສ່ວນອື່ນໆ ຈຶ່ງເຮັດໃຫ້ແຕ່ລະໜ້າວຽກມີຄວາມຄ່ອງຕົວ ແລະ ໄດ້ຮັບການແກ້ໄຂຢ່າງຂາດຕົວ.
ໂດຍ ບົວລາ ສໍລາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ