
ມອບ-ຮັບ ໜ້າທີ່ຮັກສາການຄະນະຫ້ອງພະລາທິການ
ເວລາອອກຂ່າວ: 2023-02-02 09:15:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 381 | ຄວາມນິຍົມ:
ໃນວັນທີ 28 ມັງກອນ 2023 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງບໍ່ແກ້ວໄດ້ຈັດພິທີມອບ-ຮັບໜ້າທີ່ຮັກສາການຄະນະຫ້ອງພະລາທິການ ກອງບັນ
ຊາການທະຫານແຂວງບໍ່ແກ້ວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະຫ້ອງພະລາທິການ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ເຄນ ແກ້ວດາລາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍ ການຍົກຍ້າຍນາຍທະຫານຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ໄປຮັບໜ້າທີ່ໃໝ່ຢູ່ກົມໃຫຍ່ພະລາທິການກອງທັບແລະ ຍົກຍ້າຍ ສະຫາຍ ພັນເອກ ສອນໄຊ ວົງພະຈັນ ຫົວໜ້າຫ້ອງພະລາທິການທະຫານແຂວງບໍ່ແກ້ວ ໄປຮັບໜ້າທີ່ໃໝ່ຢູ່ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ແລະ ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ຄຳຝຸງ ໃຍປະສິດ ເປັນຮັກສາການຫົວໜ້າຫ້ອງພະລາທິການ, ແຕ່ງຕັ້ງ ສະຫາຍພັນໂທ ສູນທອນ ວັນທອງ ເປັນຮັກສາການ ຮອງຫົວໜ້າຫ້ອງພະລາທິການ, ແຕ່ງຕັ້ງ ສະຫາຍ ພັນໂທ ສຸດຖາວອນ ຄຸດສຸລິນ ເປັນຮັກສາການ ຮອງຫົວໜ້າຫ້ອງພະລາທິການ.
ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ຍ້ອງຍໍຊົມເຊີຍຕໍ່ ສະຫາຍ ພັນເອກ ສອນໄຊ ວົງພະຈັນ ທີ່ເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ແລະ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້, ຍົກສູງຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ສືບຕໍ່ຈັດຕັ້ງປະຕິບັດຂົງເຂດວຽກງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກໃຫ້ປະກົດຜົນເປັນຈິງ.
ໂດຍ: ພາກ ສຸທິປັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ