
ປະທານຄະນະມິດຕະພາບລັດຖະສະພາ ມົງໂກລີ-ລາວ ຢ້ຽມຢາມໂຮງງານຕັດຫຍິບ ເລກ 1 ກອງທັບ
ເວລາອອກຂ່າວ: 2023-02-07 08:58:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 59 | ຄວາມນິຍົມ:
ວັນທີ 3 ກຸມພາ 2023 ນີ້, ທ່ານ ບາທາຣ໌ບີເລັກ ສະມາຊິກສະພາຄູຣານໃຫຍ່ ປະທານຄະນະມິດຕະພາບລັດຖະສະພາມົງໂກລີ-ລາວ ປະຈຳສະພາຄູຣານໃຫຍ່ແຫ່ງມົງໂກລີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມໂຮງງານຕັດຫຍິບ ເລກ 1 ກອງທັບປະຊາຊົນລາວ, ນຳໂດຍ ສະຫາຍ ພົນຕີ ປອ ວົງສັກ ພັນທະວົງ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ ປະທານຄະນະມິດຕະພາບລັດຖະສະພາລາວ-ມົງໂກລີ ສະພາແຫ່ງຊາດລາວ, ມີ ທ່ານ ບຽມບາຊູເຣນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ມົງໂກລີ ປະຈຳ ສປປ ລາວ, ບັນດາທ່ານຄະນະຜູ້ແທນມົງໂກລີ, ເປັນກຽດຕ້ອນຮັບໂດຍ ສະຫາຍ ພັນເອກ ນາງ ເນາະ ພົມມີໄຊ ຫົວໜ້າອຳນວຍການໂຮງງານຕັດຫຍິບ ເລກ 1 ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ຢ່າງອົບອຸ່ນ.
ສະຫາຍ ພັນເອກ ນາງ ເນາະ ພົມມີໄຊ ໄດ້ລາຍງານຫຍໍ້ສະພາບການລວມຕໍ່ ທ່ານ ບາທາຣ໌ບີເລັກ ແລະ ຄະນະໄດ້ຮັບຮູ້ເຖິງຈຸດພິເສດ, ທີ່ຕັ້ງ, ຕົ້ນກຳເນີດ ແລະ ພາລະບົດບາດຂອງກົມກອງດັ່ງກ່າວ, ເຊິ່ງໂຮງງານຕັດຫຍິບເລກ 1 ກອງທັບ, ແມ່ນພື້ນຖານສຳຄັນໜຶ່ງໃນຂະແໜງອຸດສາຫະກຳເບົາຂອງກະຊວງປ້ອງກັນປະເທດ ທີ່ໄດ້ຮັບການປັບປຸງພັດທະນາຢ່າງບໍ່ຢຸດຢັ້ງ ໃນໄລຍະຕໍ່ສູ້ປົດປ່ອຍຊາດ, ການປະກອບເຄື່ອງນຸ່ງຫົ່ມ, ເຄື່ອງຮັບໃຊ້ປະເພດຕ່າງໆ ໃຫ້ແກ່ກຳລັງປະກອບອາວຸດ ສຸດທີ່ມີຄວາມຫຍຸ້ງຍາກ ແລະ ຂາດເຂີນ, ໃນເວລານັ້ນພວກເຮົາຜະລິດເອົາເອງບໍ່ທັນໄດ້. ດັ່ງນັ້ນ, ຈຶ່ງໄດ້ອາໄສການຊ່ວຍເຫຼືອຈາກປະເທດເພື່ອນມິດ, ໂດຍສະເພາະແມ່ນເພື່ອນບ້ານຫວຽດນາມ, ຣັດເຊຍ ແລະ ບັນດາປະເທດສັງຄົມນິຍົມອ້າຍນ້ອງໃນສະໄໝກ່ອນ, ການເບີກຈ່າຍຍັງບໍ່ທັນຄົບຖ້ວນຕາມຫຼັກການປະກອບ, ແຕ່ການນຳໃຊ້ເຂົ້າໃນການເຄື່ອນໄຫວພັດມີຄວາມຈຳເປັນຕໍ່ເນື່ອງລຽນຕິດ, ປັດຈຸບັນໂຮງງານຕັດຫຍິບເລກ 1 ກອງທັບ, ແມ່ນກົມກອງໜຶ່ງໃນໂຄງປະກອບການຈັດຕັ້ງຂອງກົມໃຫຍ່ພະລາທິການກອງທັບ, ມີຖານະທຽບເທົ່າກອງພັນໃຫຍ່ ແລະ ບັນດາໂຮງຈັກ-ໂຮງງານຂອງກະຊວງປ້ອງກັນປະເທດ, ພາຍໃຕ້ການຊີ້ນຳ-ນຳພາໂດຍກົງຮອບດ້ານຂອງຄະນະພັກກົມໃຫຍ່ພະລາທິການກອງທັບ ແລະ ຄະນະພັກກະຊວງປ້ອງກັນປະເທດ, ໜ້າທີ່ການເມືອງຕົ້ນຕໍແມ່ນ ຕັດ-ຫຍິບເຄື່ອງນຸ່ງຮັບໃຊ້ກອງທັບ, ດ້ວຍຮູບການບັນຊາແບບບໍລິຫານໄລ່ລຽງແຮງງານຕາມຜົນຜະລິດ. ປັດຈຸບັນ ໂຮງງານຕັດຫຍິບເລກ 1 ກອງທັບ ມີຈຳນວນພົນທັງຫມົດ 615 ຄົນ, ມີເຄື່ອງຈັກປະເພດຕ່າງໆ 500 ກວ່າເຄື່ອງ, ມີ 4 ພະແນກການ, 2 ກອງພັນນ້ອຍ ແລະ 16 ຂະແໜງການ ເພື່ອກຽມພ້ອມຜະລິດເຄື່ອງນຸ່ງຮັບໃຊ້ກອງທັບ ແລະ ສັງຄົມດ້ວຍມາດຕະຖານທັງປະລິມານ, ຄຸນນະພາບທີ່ດີ ແລະ ໃນໄລຍະໃໝ່ນີ້, ຂັ້ນເທິງເຫັນໄດ້ວ່າຍຸດທະສາດແນວຫຼັງ, ໄດ້ມີການກຽມພ້ອມຜະລິດຮັບໃຊ້ກອງທັບໃນຍາມສົງຄາມ, ກໍ່ຄືຍາມສັນຕິພາບ, ໄດ້ຂະຫຍາຍໂຮງງານຕື່ມອີກຫຼັງໃໝ່ໜຶ່ງຫຼັງ, ເຊິ່ງຕັ້ງຢູ່ພາກເໜືອຂອງລາວ ທີ່ ແຂວງອຸດົມໄຊ.
ໃນໂອກາດທີ່ ທ່ານ ບາທາຣ໌ບີເລັກ ພ້ອມດ້ວຍຄະນະ, ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້, ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນ ຖືເປັນການປະກອບສ່ວນອັນຕັ້ງໜ້າເຂົ້າໃນການຮັດແໜ້ນສາຍພົວພັນການທູດ ລະຫວ່າງ ລາວ-ມົງໂກລີ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ