
ສູນເຝິກ-ອົບຮົມ ກອງພົນທີ 3 ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2023-02-09 08:57:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:
ທ້າຍເດືອນມັງກອນ 2023, ສູນເຝິກ-ອົບຮົມ ກອງພົນທີ 3 ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ແກ່ນັກຮຽນນາຍສິບ ຊຸດທີ 4, ໂດຍມີ ສະຫາຍ ພັນໂທ ສີ
ພົນ ແສງຄຳ ຫົວໜ້າການເມືອງ ສູນເຝິກ-ອົບຮົມ, ມີ ສະຫາຍ ຮ້ອຍໂທ ບຸນເລີດ ວັນນະເກງ ຊ່ວຍພະແນກອົບຮົມຫ້ອງເສນາທິການ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ແລະ ນັກຮຽນນາຍສິບ ຊຸດທີ 4 ຈຳນວນ 124 ສະຫາຍ ເຂົ້າຮ່ວມ.
ສະຫາຍ ຮ້ອຍຕີ ໄພຄຳ ໄຊຍະຈັກ ຄູປະຈຳວິຊາ ຍຸດທະສິນ ໄດ້ຜ່ານແຜນການອົບຮົມ-ຫັດແອບ ໂດຍປະຕິບັດຕາມຫຼັກສູດການຮຽນ-ການສອນ, ການອົບຮົມ-ຫັດແອບຂອງຂັ້ນເທິງ ກໍຄື ການປັບປຸງກຳລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄວາມຊຳນິຊຳນານໃນການນຳໃຊ້ອາວຸດຍຸດໂທປະກອນ ແລະ ສິລະປະຍຸດ-ຍຸດທະວິທີ ສາມາດເຄື່ອນໄຫວເຮັດໜ້າທີ່ສູ້ຮົບໄດ້ທຸກຮູບແບບ ແລະ ທຸກກໍລະນີ. ພ້ອມທັງ, ເຮັດໃຫ້ນັກຮຽນມີຄວາມທົນທານ, ໜຽວແໜ້ນ ເພື່ອເຮັດສຳເລັດໜ້າທີ່ັຂອງຕົນ ຮູ້ໝູນໃຊ້ ພູມີປະເທດ ມີພິກໄຫວເອົາຕົວລອດຢ່າງຄ່ອງແຄ້ວ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສະຫຼຸບຕີລາຄາຂັ້ນເກັ່ງບັນລຸໄດ້ 30 ສະ ຫາຍ ແລະ ດີ 50 ສະຫາຍ.
ໂດຍ: ສົມພົງ ອິນຕະວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ