ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 09 ທັນວາ 2023



ວປກ ສະຫຼຸບ​ວຽກ​ງານຮອບດ້ານ​ປະຈຳ​ປີ 2022
ເວລາອອກຂ່າວ: 2023-03-16 10:03:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 104 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນບົດຮຽນ​ວຽກ​ງານ​ຮອບດ້ານ​ຂອງວິທະຍາຄານ​ປ້ອງ​ກັນຊາດ​ ໄກສອນ​ ພົມວິຫານ ປະຈຳ​ປີ 2022 ໄດ້​​​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມີນາ 2023 ນີ້, ໂດຍ​ການເປັນປະ ທານ​ຂອງ​ ສະຫາຍ ພົນ​ຕີ ຄຳ​ຫຼ້າ ພັນ​ໄຊ​ຍະ​ສຸກ ຫົວໜ້າການເມືອງວິທະຍາຄານ​ປ້ອງກັນ​ຊາດສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ​ເປັນ​ປົກກະຕິ, ຈັດ​ຕັ້ງ​ຄົ້ນຄວ້າ, ເຜີຍແຜ່​ເຊື່ອມ​ຊຶມ ແລະ ຜັນ​ຂະ ຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ ​ທີ XI ຂອງ​ພັກ, 2 ວາລະ​ແຫ່ງ ​ຊາດ, ມະຕິ​ກອງ​ປະຊຸມໃຫຍ່​ ຄັ້ງ ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ ​ປ້ອງ​ກັນ​ປະເທດ ໂດຍປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເຮັດ​ໃຫ້​ພະນັກງານ-ນັກ ຮົບ ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງນະ ໂຍບາຍ​ຂອງ​ພັກ-ລັດ, ຂອງກອງ ທັບ, ກົມ​ກອງ​ຢ່າງ​ທົ່ວ​ເຖິງ, ເອົາ ໃຈໃສ່​ຊີ້​ນຳ-ນຳພາ​ຢ່າງ​ໃກ້​ສິດ​ຕິດ​ແທດ ເພື່ອ​ຮັບປະກັນ​ເຮັດ​ໃຫ້​ການຈັດຕັ້ງ​ພັກ-ສະມາຊິກ​ພັກ ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ການຈັດຕັ້ງ ແລະ ແບບແຜນການ ​ນຳພາ ໂດຍ​ປະຕິບັດ​ຕາມ 5 ຫຼັກ ການ 3 ທິດ​ນຳ ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ, ຈັດ​ຕັ້ງ​ເຊື່ອມ​ຊຶມບັນ ດາ​ມະຕິ, ຄຳ​ສັ່ງ​ຕ່າງໆ​ຂອງຂັ້ນ ​ເທິງ, ຄົ້ນຄວ້າ​ປັບປຸງໂຄງ​ປະ ກອບ​ການຈັດຕັ້ງ​ທົ່ວ​ອົງການ​ວິທະຍາຄານ, ໄດ້​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ໃນ​ສົກ​ປີ 2021-2022 ມີ 21 ໜ່ວຍ​ພັກ, ມີ​ສະມາຊິກ​ພັກ​ທັງ​ໝົດ 1.246 ສະຫາຍ, ຍິງ 292 ສະຫາຍ, ດ້ານ​ຄຸນ​ນະ​ພາບ​ມີ​ສະມາຊິກພັກ​ແຂງ 799 ສະຫາຍ, ຍິງ 230 ສະຫາຍ, ສະມາຊິກ​ພັກ​ກາງ 35 ສະຫາຍ, ຍິງ 08 ສະຫາຍ, ສ້າງ​ແຜນການ​ຂຶ້ນ​ຫ້ອງ​ໃຫ້​ຊຽວ​ຊານ​ຈີນ 8 ຄັ້ງ, ຈ່າຍ​ປື້ມ​ລະບຽບ​ໃຫ້​ນັກ​ສຶກ​ສາ 323 ຫົວ,ຕົກລົງ​ນຳພາ​ນັກ​ສຶກ​ສາ​ໄປ​ທັດສະນະ ແລະ ລົງ​ເກັບ​ກຳ​ຂໍ້​ມູນ 18 ຄັ້ງ, ສ້າງ​ຕາ ຕະລາງ​ຂຶ້ນ​ຫ້ອງ​ປະຈຳ​ເດືອນ​ໃຫ້​ນັກ​ສຶກ​ສາ ແລະ ໃຫ້​ຊຽ່ວ​ຊານ 20 ຄັ້ງ 590 ສະບັບ, ກວດກາ​ອຸປະກອນ​ຮັບ​ໃຊ້​ການ​ຮຽນ-ການ​ສອນ​ໃນ​ຫ້ອງ​ຮຽນ 144 ຄັ້ງ, ຕິດ​ໃບ​ປະກາສະນີຍະບັດ​ໃຫ້​ນັກ​ສຶກ​ສາ​ທີ່​ຮຽນ​ຈົບ ຈຳນວນ 256 ໃບ, ພິມ​ເອກະສານ​ບົດ​ວິທະຍາ​ນິພົນ 2.062 ໃບ 74 ຫົວ,ການ​ປະຕິບັດ​ລະບຽບ​ແບບແຜນ​ຂອງ​ນັກ​ສຶກ​ສາທຸ​ກລະ​ລະບົບ​ໄດ້​ທັງ​ໝົດ 1.690 ຄັ້ງ, ຕິດຕາມ​ກວດກາ ແລະ ສອບເສັງ​ໃຫ້​ນັກ​ສຶກ​ສາ​ທຸກ​ລະບົບ 351 ຄັ້ງ, ເຮັດ ​ແຈ້ງ​ການ​ຮຽນ​ຄືນ ແລະ ເສັງ​ຄືນ​ໃຫ້​ນັກ​ສຶກ​ສາ 377 ຄັ້ງ, ສ້າງ​ຕາຕະລາງ​ຂຶ້ນ​ຫ້ອງໃຫ້ນັກ​ ສຶກ​ສາ​ປະລິນຍາ​ໂທ ຊຸດ​ທີ XIV, XV 19 ຄັ້ງ, ລວບ​ລວມ​ຫົວບົດ​ ວິທະຍາ​ນິພົນ ແລະ ກວດກາ​ເຕັກ ນິກ, ເກັບ​ກຳ​ໂຄ່ງ​ຮ່າງ​ວິທະຍາ​ນິພົນ​ປະລິນຍາ​ໂທ​ການ​ທະຫານ-ການເມືອງ ຊຸດ​ທີ XIV 20 ຄັ້ງ, ເຂົ້າ​ຮ່ວມ​ຜ່ານ​ຫົວ​ບົດ​ວິທະຍາ​ນິພົນ​ຂັ້ນ​ຄະນະ​ວິຊາ, ຂັ້ນ ​ວປກ ຫ້ອງ​ປະລິນຍາ​ໂທ​ການ​ທະຫານ-ການເມືອງ ຊຸດ​ທີ XIV 2 ຄັ້ງ,ຈັດ​ພິມ​ວາລະສານ ​ວປກ ໄດ້ 01 ສະບັບ ຈຳນວນ 1.000 ຫົວ, ມີ 25 ບົດ, ລົງທະບຽນ​ປຶ້ມ​ເຂົ້າ​ໃໝ່ ແລະ ຕິດ​ບາ​ໂຄດ​ໄດ້ 523 ຫົວ, ມີ​ສະມາຊິກ​ເຂົ້າ​ອ່ານ​ປື້ມ​ໃນ​ຫໍສະໝຸດ ແລະ ບໍລິການ​ຢືມ-ສົ່ງ​ປື້ມ​ໄດ້ 1.029 ເທື່ອ​ຄົນ,ເຮັດ​ໜັງສື​ສະເໜີ, ຂຽນ​ບົດ​ຄຳ​ເຫັນ​ໂອ້​ລົມ, ບົດ​ຮັບ​ຄຳ​ໂອວາດ​ໄດ້ 52 ສະບັບ,ເຮັດ​ໃບ​ຈາລຶກ​ຜົນງານ 46 ໃບ, ເຮັດ​ບັດ​ເຂົ້າ-ອອກຄ້າຍ 206 ບັດ, ສະ​ຕິກ​ເກີ້​ຕິດລົດ 260 ບັດ,ສຳເນົາເອກະສານເຂົ້າ- ອອກ​ ຫ້ອງການ ແລະ ​ວປກ ໄດ້​ທັງ​ ໝົດ 8.006 ສະບັບ, ຮັບ​ເອກະ ສານ​ຈາກ​ຂັ້ນ​ເທິງ 637 ສະບັບ, ປ້ອງ​ກັນຊ່ຽວຊານຕ່າງປະເທດ ແລະ ປ້ອງ​ກັນ​ທົ່ວ​ໄປ 312 ຄັ້ງ, ສະໜອງ​ຊີ້ນ, ປາ​ທຸກ​ຊະນິດ 21.498.4 ກິ​ໂລ, ຜັກ-ໝາກໄມ້​ທຸກ​ຊະນິດ 97.720 ກິ​ໂລ, ເກັບ​ກູ້​ເຂົ້ານາ​ປີ, ນາແຊງ ໄດ້​ເຂົ້າ ສານ 5350 ກິ​ໂລ, ປູກ​ຕົ້ນໄມ້​ອຸດສາຫະກຳ 1.290 ຕົ້ນ. ຜະລິດ​ນ້ຳ​ດື່ມ​ຕຸກ​ໃຫຍ່​ໄດ້ 24.853 ຕຸກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ